Ad

Ad

11 March 2014

ພຽງ 2 ເດືອນມີນັກທ່ອງທ່ຽວເຂົ້າຊົມພະທາດຫຼວງຫຼາຍກວ່າ 40 ພັນຄົນ



      ພະທາດຫຼວງເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນາທຳ ທີ່ສຳຄັນອີກ ແຫ່ງໜຶ່ງຂອງນະຄອນຫຼວງ ວຽງຈັນມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ຄວາມສົນໃຈເຂົ້າຊົມເປັນຈຳນວນຫຼວງຫຼາຍເຫັນໄດ້ພຽງ 2 ເດືອນ ທຳອິດຂອງປີ 2014 ມີນັກທ່ຽວທ່ອງ ເຂົ້າຊົມຫຼາຍກວ່າ 40 ພັນຄົນ.
      ຄະນະຮັບຜິດຊອບພິພິທະພັນສະຖານບູຮານໃຫ້ຮູ້ວ່າ: ປັດຈຸບັນ ບັນຍາກາດ ການທ່ອງທ່ຽວໃນນະຄອນຫຼວງວຽງຈັນ ແມ່ນມີຂະບວນຄຶກຄື້ນພໍສົມຄວນ, ໃນນັ້ນ ແຫຼ່ງທ່ອງທ່ຽວທາງປະຫວັດສາດແມ່ນໂດດເດັ່ນທີ່ສຸດເປັນຕົ້ນແມ່ນ: ຫໍພະແກ້ວ, ວັດສີສະເກດ, ວັດສີເມືອງ, ພະທາດຫຼວງ ແລະ ແຫຼ່ງ ອື່ນໆ, ເຊິ່ງສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ
ໃຫ້ເຂົ້າມາທ່ຽວໃນນະຄອນຫຼວງວຽງຈັນໄດ້ເປັນຢ່າງດີ, ໂດຍສະເພາະພະທາດຫຼວງວຽງຈັນ ແມ່ນມີນັກທ່ຽວທ່ອງເຂົ້າຊົມ
ຫຼາຍກວ່າໝູ່ເຫັນໄດ້ ພຽງ 2 ເດືອນຕົ້ນປີ 2014 (ເດືອນ ມັງກອນ-ກຸມພາ) ມີນັກທ່ອງ ທ່ຽວເຂົ້າຊົມຫຼາຍກວ່າ 40 ພັນ ຄົນ, ໃນນັ້ນສ່ວນຫຼາຍແມ່ນນັກ ທ່ອງທ່ຽວຕ່າງປະເທດ ແລະ ຖ້າທຽບໃສ່ໄລຍະດຽງກັນຂອງປີ ຜ່ານມາຖືວ່າຈຳນວນນັກທ່ອງ ທ່ຽວເພີ່ມຂື້ນເລື້ອຍໆ, ເຖິງຢ່າງໃດກໍດີສຳລັບສົກປີ 2012-2013 ຜ່ານມາມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າຊົມ ແລະ ກາບໄຫວ້, ສັກກະລະບູຊາພະທາດຫຼວງ   255 ພັນກວ່າຄົນ ( ບໍ່ໄດ້ນັບຄົນໃນງານບຸນນະມັດສະການພະທາດ ຫຼວງ ແລະ ຜູ້ນຳຕ່າງໆເຂົ້າຊົມ) ໃນນັ້ນນັກທ່ອງທ່ຽວຕ່າງປະເທດ 240 ພັນຄົນ ແລະ ນັກທ່ອງທ່ຽວພາຍໃນ 15 ພັນກ່ວາຄົນ, ສ່ວນນັກທ່ອງທ່ຽວ ຈາກຕ່າງປະເທດທີ່ເຂົ້າມາທ່ຽວຊົມຫຼາຍກວ່າໝູ່ແມ່ນມາຈາກປະເທດໄທ, ເກົາຫຼີ, ທະວີບ ເອີຮົບ ແລະ ບັນດາປະເທດໃນຂົງເຂດອາຊີ.
       ພະທາດຫຼວງວຽງຈັນສ້າງ ຂຶ້ນໃນປີ ພສ 236 (ກ່ອນຄສ 307 ປີ) ສະໄໝສ້າງເມືອງວຽງຈັນ, ມີ ຄວາມສູງ 45 ແມັດ, ມີໃບສີມາ ອ້ອມ 228 ໃບ, ມີບໍລິວານ (ທາດນ້ອຍ) ອ້ອມຮອບທີ່ເອີ້ນວ່າປາລາມີສາມສີບທັດ, ຕີນທາດແຕ່ດ້ານຕາ ເວັນອອກຫາຕາເວັນຕົກຍາວ 69 ແມັດ ແລະ ແຕ່ດ້ານເໜືອຫາດ້ານໃຕ້ຍາວ 68 ແມັດ ແລະ ກົມມະລຽນດ້ານນອກອ້ອມ ດ້ວຍພະທາດຫຼວງແຕ່ລະດານຍາວ 91,75 ແມັດ.

No comments:

Post a Comment