Ad

Ad

11 March 2014

ຄົ້ນຄວ້າບົດວິພາກໂຄງການກໍ່ສ້າງອະນຸສາວະລີເຈົ້າໄຊຍະເ​​ສດຖາທິລາດ



       ຄະນະຮັບຜິດຊອບໂຄງການກໍ່ສ້າງອະນຸສາວະລີ ເຈົ້າໄຊຍະເສດຖາທິລາດຢູ່ແຂວງອັດຕະປື ໄດ້ຈັດກອງປະຊຸມຄົ້ນຄວ້າ ບົດວິພາກໂຄງການດັ່ງກ່າວໃນວັນທີ 10 ມີນານີ້, ຢູ່ສະຖາບັນວິທະຍາສາດສັງຄົມແຫ່ງຊາດ, ນະຄອນຫລວງວຽງຈັນພາຍໃຕ້ ການເປັນປະທານຂອງ ທ່ານ ດຣ. ຄຳພັນ ພົມມະທັດ ເຈົ້າແຂວງໆອັດຕະປື, ມີບັນດາອະນຸກຳມະການກ່ຽວຂ້ອງເຂົ້າຮ່ວມ ເພື່ອປຶກສາຫາລື ແລະ ເປັນເອກະພາບກັນທາງດ້ານເນື້ອໃນຂອງບົດວິພາກ ຊຶ່ງຈະເປັນບ່ອນອີງໃນການເຄື່ອນໄຫວຈັດຕັ້ງ ປະຕິບັດໂຄງການດັ່ງກ່າວຢ່າງມີປະສິດທິຜົນ.
       ທ່ານ ຮສ.ດຣ. ທອງສະລິດ ມັງໜໍ່ເມກ ຫົວໜ້າສະຖາບັນວິທະຍາສາດສັງຄົມແຫ່ງຊາດ, ທັງເປັນຫົວໜ້າອະນຸກຳ ມະການ ເນື້ອໃນ ໃຫ້ຮູ້ວ່າ: ສປປ ລາວ ໄດ້ກ້າວເຂົ້າສູ່ສະຕະວັດທີ 21 ດ້ວຍ ການພັດທະນາດ້ານເສດຖະກິດ-ສັງຄົມຢ່າງ ໝັ້ນຄົງ ແລະ ຕໍ່ເນື່ອງ, ພັກ ແລະ ລັດຖະບານໄດ້ເນັ້ນໜັກໃຫ້ການພັດທະນາເສດຖະກິດ-ສັງຄົມໄປຄຽງຄູ່ກັບການອະນຸລັກ ມໍລະດົກວັດທະນະທຳ ແລະ ສິ່ງແວດລ້ອມທຳມະຊາດ. ການກໍ່ສ້າງອະນຸສາວະລີ ເຈົ້າໄຊຍະເສດຖາທິລາດ ທີ່ແຂວງອັດຕະປື ນີ້ກໍແມ່ນເພື່ອສະແດງຄວາມຮູ້ບຸນຄຸນຕໍ່ເຈົ້າໄຊຍະເສດຖະທິລາດຜູ້ທີ່ໄດ້ປົກປັກຮັກສາ ແລະ ພັດທະນາແຄວ້ນລາວພາກໃຕ້
ໂດຍສະເພາະແມ່ນແຂວງອັດຕະປື, ເປັນການສົ່ງເສີມມູນເຊື້ອຮັກຊາດ, ການຕໍ່ສູ້ພິລະອາດຫານ ຂອງບັນພະບູລຸດລາວທັງເປັນ ມໍລະດົກອັນລ້ຳຄ່າຂອງລາວ, ສ້າງສິ່ງແວດລ້ອມທາງດ້ານວັດທະນະທຳໃໝ່ໃຫ້ເປັນປູສະນິຍະສະຖານ, ແຫລ່ງທ່ອງທ່ຽວ ແລະ ເປັນຈຸດເຕົ້າໂຮມພະລັງສາມັກຄີ ຂອງປວງຊົນລາວບັນດາເຜົ່າທົ່ວປະເທດໂດຍສະເພາະແມ່ນທົ່ວແຂວງອັດຕະປື ໃຫ້ ພ້ອມພຽງກັນສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.      
       ໂຄງການດັ່ງກ່າວເປັນໂຄງ ການລະດັບຊາດໂດຍຈະໃຊ້ເວ ລາໃນການຄົ້ນຄວ້າ 12 ເດືອນ ແລະ ດຳເນີນການກໍ່ສ້າງປະ ມານ 24 ເດືອນ ໂດຍຈະນຳໃຊ້ງົບປະມານຂອງລັດ ແລະ ລະດົມທຶນຈາກທຸກພາກສ່ວນໃນສັງຄົມໃຫ້ມີສ່ວນຮ່ວມໃນ ໂຄງການກໍ່ສ້າງໃນຄັ້ງນີ້.
     ທ່ານ ຮສ.ດຣ. ທອງສະລິດ ມັງໜໍ່ເມກ ຍັງໃຫ້ຮູ້ເຖິງເຫດຜົນ ແລະ ຄວາມຈຳເປັນຂອງໂຄງ ການວ່າ: ເຈົ້າໄຊຍະເສດຖາທິ ລາດເປັນວິລະກະສັດອົງໜຶ່ງ ຂອງລາວລ້ານຊ້າງທີ່ມີຄວາມ ປີຊາສາມາດ ແລະ ສະຫລາດ ຫລັກແຫລມໄດ້ປົກປັກຮັກສາ ແລະ ພັດທະນາອານາຈັກລາວ ລ້ານຊ້າງໃຫ້ມີຄວາມເຂັ້ມແຂງ ແລະ ຮຸ່ງເຮືອງໃນຊຸມປີ 1548- 1572, ພະອົງໄດ້ອຸທິດຊີວິດ ແລະ ຄວາມປີຊາສາມາດທັງໝົດເຂົ້າ ໃນການສ້າງອານາຈັກລ້ານຊ້າງ ໃຫ້ມີອານາເຂດກວ້າງຂວາງ, ມີເສດຖະກິດດີ, ພັດທະນາສິລະ ປະຍຸດ ແລະ ແນວປ້ອງກັນນະຄອນຫລວງວຽງຈັນ ແລະ ປະ ເທດຊາດເພື່ອຕີຕ້ານສັດຕູຜູ້ຮຸກ ຮານຢ່າງຊານໄຊ, ດຳເນີນການ ທູດກັບບັນດາປະເທດເພື່ອນມິດ ຢ່າງສະຫລາດ, ຈັດຕັ້ງການປົກຄອງພາຍໃນໃຫ້ສາມັກຄີເຂັ້ມ ແຂງ, ຖະນຸບຳລຸງ ແລະ ສົ່ງເສີມພຸດທະສາສະໜາ, ສະຖາປັດຕະຍະກຳ, ສິລະປະ-ວັນນະຄະດີ ໃຫ້ມີຄວາມຈະເລີນຮຸ່ງເຮືອງໃນທົ່ວປະເທດ ແຕ່ເໜືອຮອດໃຕ້ ຊຶ່ງມູນເຊື້ອດັ່ງກ່າວທີ່ພະອົງໄດ້ປະໄວ້ໃຫ້ຕົກທອດເປັນມໍລະດົກອັນລ້ຳຄ່າແກ່ປວງຊົນລາວບັນດາເຜົ່າ ມາຮອດທຸກວັນນີ້ສົມຄວນແກ່ ການສືບຕໍ່ອະນຸລັກ ແລະ ພັດທະ ນາໃຫ້ເປັນເອກະລັກ ແລະ ຄວາມພູມໃຈຂອງຄົນລາວທັງ ຊາດ.






No comments:

Post a Comment