Ad

Ad

11 March 2014

ອົງການທ່ອງທ່ຽວໂລກຢືນຢັນສືບຕໍ່ຊ່ວຍເຫລືອພັດທະນາການທ່ອງທ່ຽວຢູ່ລາວ



     ໃນໂອກາດທີ່ຄະນະຜູ້ແທນ ຂະແໜງທ່ອງທ່ຽວລາວເຂົ້າ ຮ່ວມງານວາງສະແດງ ການທ່ອງທ່ຽວໂລກ ທີ່ເມືອງແບກ ແລງ, ປະເທດເຢຍລະມັນ ຊຶ່ງຈັດຂຶ້ນລະຫວ່າງ ວັນທີ 5-9 ມີ ນານີ້, ທ່ານ ຕາເລັບ ຣີຟາຍ (Taleb Rifai) ເລຂາທິການໃຫຍ່ ອົງການທ່ອງທ່ຽວໂລກ (UNW TO) ໄດ້ພົບປະກັບທ່ານ ຈະເລີນ ວາລິນທະລາ ສັກລັດຖະມົນຕີ ຊ່ວຍວ່າການກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ (ຖວທ) ຢູ່ຮ້ານວາງສະ ແດງຂອງ ສປປ ລາວ ໃນຕອນ ເຊົ້າຂອງວັນທີ 6 ມີນານຜ່ານມາ, ໂດຍທັງສອງຝ່າຍໄດ້ສືບຕໍ່ການປຶກສາຫາລືພາຍຫລັງການພົບປະ ກັນຢູ່ນະຄອນຫລວງວຽງຈັນ ໃນໂອກາດ ທີ່ທ່ານ ຕາເລັບ ຣີຟາຍ ໄດ້ມາຢ້ຽມຢາມລາວໃນ ປີຜ່ານມາ ແລະ ການພົບປະຢູ່ໃນ ງານມະຫາກໍາທ່ອງທ່ຽວອາ ຊຽນ (ATF) ທີ່ເມືອງກູຈິງ, ປະເທດມາເລເຊຍໃນເດືອນມັງກອນ 2014, ເຊິ່ງບັນຫາສໍາຄັນຂອງ ການປຶກສາແມ່ນອົງການທ່ອງທ່ຽວໂລກ ໄດ້ສະເໜີໃຫ້ ສປປ ລາວ ເປັນເຈົ້າພາບຮ່ວມກັບກໍາ ປູເຈຍໃນການຈັດກອງປະຊຸມ
ຂອງອົງການທ່ອງທ່ຽວໂລກ ຊຶ່ງ ຈະມີຂຶ້ນໃນເດືອນກຸມພາ 2015, ໂດຍພິທີເປີດຈະຈັດຢູ່ຊຽມຣຽບກຳປູເຈຍ ແລະ ພິທີປິດ ຢູ່ຫລວງພະບາງ, ເຊິ່ງຝ່າຍ ລາວໄດ້ສະແດງຄວາມຍິນດີຕອບຮັບການເປັນເຈົ້າພາບຮ່ວມຄັ້ງນີ້. ພ້ອມກັນນີ້ ຍັງໄດ້ສະເໜີໃຫ້ອົງ ການທ່ອງທ່ຽວໂລກ ເຂົ້າມາຈັດກອງປະຊຸມສາກົນກ່ຽວກັບການທ່ອງທ່ຽວຢູ່ ສປປ ລາວ ໃນອະນາຄົດຕື່ມອີກ. ຕໍ່ກັບການ ຂໍຄວາມຊ່ວຍ ເຫລືອຈາກອົງການທ່ອງທ່ຽວ ໂລກໃນການສ້າງທາງປູຢາງ ເຂົ້າຫາບ້ານຊ່າງຄ້ອງ, ຊຶ່ງເປັນ ບ້ານຜະລິດເຄື່ອງ ຫັດຖະກໍາຜ້າ ໄໜ ແລະ ເຈ້ຍປໍສາທີ່ເມືອງຫລວງພະບາງນັ້ນ, ຝ່າຍລາວຈະສົ່ງບົດສະເໜີໂຄງການພ້ອມດ້ວຍມູນຄ່າການ ກໍ່ສ້າງໃຫ້ອົງ ການທ່ອງ ທ່ຽວໂລກເພື່ອພິຈາລະນາ. ນອກຈາກນັ້ນ, ຝ່າຍລາວຍັງ ໄດ້ຂໍຜູ້ຊ່ຽວຊານດ້ານການຕະຫລາດທ່ອງ ທ່ຽວຈາກອົງການ ທ່ອງທ່ຽວໂລກມາຊ່ວຍສຶກສາວິໄຈ ແລະ ພັດທະນາຕະຫລາດ ການທ່ອງທ່ຽວຂອງລາວໃຫ້ ກວ້າງຂວາງ ເພື່ອຍາດແຍ່ງ ແລະ ດຶງດູດກຸ່ມຕະຫລາດນັກທ່ອງທ່ຽວທີ່ມີລາຍຈ່າຍສູງໃຫ້ນັບມື້ນັບຫລາຍ. ສ່ວນດ້ານການພັດທະນາ ຊັບພະຍາກອນມະນຸດ, ອົງ ການທ່ອງທ່ຽວໂລກມີຄວາມຍິນດີທີ່ຈະໃຫ້ການຊ່ວຍເຫລືອຕາມການສະເໜີຂອງຝ່າຍລາວ ຊຶ່ງລາຍລະອຽດຈະໄດ້ມີການ ພົວພັນປະສານງານເພື່ອຈັດຕັ້ງປະຕິບັດ.
       ໂອກາດນີ້, ທ່ານ ຈະເລີນ ວາລິນທະລາສັກ ພ້ອມດ້ວຍ ຄະນະວິຊາການຍັງໄດ້ເຂົ້າຮ່ວມກອງປະຊຸມບັນດາລັດຖະມົນຕີ ທ່ອງທ່ຽວຂອງບັນດາປະເທດ ເສັ້ນທາງສາຍໄໜຊຶ່ງຈັດຂຶ້ນໂດຍອົງການທ່ອງທ່ຽວໂລກ.


No comments:

Post a Comment