Ad

Ad

12 March 2014

ງານລ້ຽງສົ່ງນັກສຶກສາທີ່ໄດ້ຮັບທຶນຂອງລັດຖະບານຍີ່ປຸ່ນ



      ວັນ​ທີ 10 ມີນາ​ນີ້, ຢູ່​ບ້ານ​ພັກ​ທູດ (ຫຼັກ3), ບ້ານ​ວັດ​ນາກ, ນະ​ຄອນ​ຫຼວງ​ວຽງ​ຈັນ ໄດ້​ຈັດ​ງານ​ລ້ຽງສົ່ງ​ນັກ​ສຶກສາ​ທີ່​ໄດ້​ຮັບ​ທຶນ​ການ​ສຶກສາ​ຂອງ​ລັດ​ຖະບານ​ຍີ່​ປຸ່ນ. ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ບົວ​ລານ ສິລິ​ປັນຍາ ລັດ​ຖະ ມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກ ສາ​ທິການ ແລະ ກິລາ, ພະນະ​ທ່ານ ຮິ​ໂຣະຢູກິ ຄິຊິ​ໂນະ ​ເອກ​ອັກຄະຣາຊະ​ທູດ​ຍີ່ປຸ່ນ​ປະ​ຈຳ​ລາວ, ພ້ອມນັກ​ສຶກສາລາ​ວຈຳນວນ 20 ຄົນທີ່ໄດ້ຮັບທຶນດັ່ງກ່າວ.
      ​ໃນ​ໄລຍະ 20ປີ​ຜ່ານ​ມາ, ລັດຖະບານ​ຍີ່​ປຸ່ນ​ໄດ້​ສົ່ງນັກ​ສຶກສາລາ​ວ​ໄປ​ສຶກສາ​ຕໍ່​ທີ່​ປະ​ເທດ​ຍີ່ ປຸ່ນຫຼາຍ​ກວ່າ 900 ຄົນ, ດ້ວຍ​ທຶນ ການ​ສຶກສາຂອງກະຊວງ​ສຶກສາ​ຍີ່ປຸ່ນ MEXT ( Ministry of Education of Japan). ສຳລັບ​ປີ​ນີ້, ລັດ​ຖະບານ​ຍີ່ປຸ່ນໄດ້​ໃຫ້​ທຶນ​ແກ່​ນັກ​ສຶກສາລາ​ວຈຳນວນ 20 ທຶນ. ​ໃນ​ນີ້​, ​​​ທຶນປະລິນຍາ​ເອກ 1 ທຶນ, ປະລິນຍາ​ໂທ 6 ທຶນ, ​​ວິຊາ ຊີ​ບຊັ້ນ​ສູງ​ທາງ​ດ້ານ​ເຕັກ​ໂນ​ໂລ​ຢີ 8 ທຶນ ແລະ ​ວິຊາ​ຊີບ​ຊັ້ນ​ສູງ​ທົ່ວໄປ 5 ທຶນ. ໃນ​ການ​ເປີດ​
ສະໝັກສອບ​ເສັງ​ທຶນ​ການ​ສຶກສາ​ພາຍ​ໃນ​ປະ​ເທດ​ລາວ​ປີ​ນີ້​ແມ່ນ​ມີ​ນັກ​ສຶກສາ​ມາ​ລົງທະບຽນ​ສະໝັກ​ເພີ່ມ​ຂື້ນ​ເຖິງ 399 ຄົນ ທຽບ​ກັບ​ປີ​ທີ່​ຜ່ານ​ມາ​, ສຳລັບການ​ສອບ​ເສັງ​ທຶນ​ລັດຖະບານ​ຍີ່ປຸ່ນ​ນີ້ ບໍ່​ພຽງ​ແຕ່​ແມ່ນ​ການ​ແຂ່ງ​ຂັນ​ພາຍ​ໃນປະ​ເທດ​ລາວ​ເທົ່າ​ນັ້ນ, ແຕ່ເປັນ​ການ​ແຂ່ງຂັນ​ໃນ​ທົ່ວ​ໂລກ. ນັກ​ສຶກສາ​ທີ່​ຈະ​ໄປ​ຮຽນ​ຕໍ່​ຍີ່ປຸ່ນແມ່ນ​ຜ່ານ​ການ​ສອບ​ເສັງ​ຄັດ​ເລືອກ​ທີ່​ເຂັ້ມ​ງວດ ​ແລະ ສາມາດ​ຍອມຮັບ​ໃນ​ລະດັບ​ໂລກ.
      ພະນະ​ທ່ານ ເອກ​ອັກຄະ ຣາຊະ​ທູດ​ຍີ່ປຸ່ນ​ປະຈຳ​ລາວ​ໄດ້​ເນັ້ນ​ເຖິງ​​ຄວາມ​ສຳຄັນ​ໃນ​ການ​ໄດ້​ເຫັນ​ຕົວ​ຈິງ​ຂອງ​ປະ​ເທດ​ຍີ່ປຸ່ນ ແລະ ພົບ​ປະ​ໂອ້​ລົມ​ກັບ​ຄົນ​ຍີ່ປຸ່ນ​ໂດຍກົງ ກໍຄື​ການ​ໄດ້ໄປ​ສຶກສາ​ຮ່ຳຮຽນ​ໃນ​ຂະ​ແໜງ​ການສະ​ເພາະ​ຂອງ​ໂຕ​ເອງ. ພະນະ​ທ່ານ​ທູດ​ຍັງ​ໄດ້​ກ່າວ​ໃຫ້​ກຳລັງ​ໃຈ​ແກ່​ບັນດາ​ນັກ​ສຶກສາ ​ແລະ ສະ​ແດງ​ຄວາມ​​ເຊື່ອ​ໝັ້ນ​ຕໍ່​ນັກ​ສຶກສາ​ເຫຼົ່າ​ນີ້ ຈະ​ເຮັດ​ໜ້າ​ທີ່​​ເປັນ​ດັ່ງ​ຂົວ​ຕໍ່​ລະ ຫວ່າງ​ລາວ-ຍີ່ປຸ່ນ ແລະ ຍັງ​ໄດ້​ແນະນຳ​ໃຫ້​ກັບ​ນັກ​ສຶກສາ​ທີ່​ຈະ​ອອກ​ເດີນທາງ​ໄປ​ຮຽນ​ຕໍ່​ທີ່​ປະ​ເທດ​ຍີ່ປຸ່ນ. ຈຸດ​ທີ​ໜຶ່ງ​​ຢາກ​ໃຫ້​ນັກ​ສຶກສາທຸກຄົນ​ເບິ່ງ ປະ​ເທດ​ຍີ່ປຸ່ນ​ຕົວ​ຈິງ​ດ້ວຍ​ຕາ​ຂອງ​ຕົນ​ເອງ​ ບໍ່ວ່າ​ຈະ​ເປັນ​ຈຸດ​ດີ ຫຼື ຈຸດ​ບໍ່​ດີ. ຫຼັງຈາກນັ້ນ, ຖ້າ​ຄິດ​ວ່າ​ເປັນ​ປະ​ໂຫຍ​ດສຳລັບ​ໂຕ​ເອງ​ກໍ​ຂໍ​ໃຫ້ເອົາ​ມາ​ນຳ​ໃຊ້​ເຂົ້າ​ໃນ​ການ​ດຳລົງ​ຊີວິດ ແລະ ວຽກ​ງານ​ຕ່າງ. ຈຸດ​ທີ​ສອງ ໃນ​ການ​ໄປ​ສຶກສາ​ຢູ່​ປະ​ເທດ​ຍີ່​ປຸ່ນ ທຸກ​ຄົນ​ອາດ​ຈະ​ພົບ​ກັບ​ອຸປະສັກ​ຕ່າງໆຂໍ​ໃຫ້​ຢ່າ​ທໍ້ຖອຍ, ຂໍ​ໃຫ້​ທຸ​ກຄົນ​ພະຍາຍາມ​ຜ່ານ​ຜ່າ​ອຸປະສັກ​ໃຫ້​ໄດ້. ໂດຍ​ສະ​ເພາະ​ການ​ສຶກສາ​ຮ່ຳຮຽນ​ທ່າມກາງສະພາບ​ອາກາດ ​ແລະ ວັດ​ທະ​ນາ​ທຳ​ທີ່​ແຕກຕ່າງ​ຈາກ​ປະ​ເທດ​ລາວ​ນັ້ນ ບໍ່​ແມ່ນ​ສິ່ງ​ທີ່​ງ່າຍ​ເລີຍ, ​ ​ແລະ ເຊື່ອໝັ້ນ​ວ່າ​ຄວາມ​ທ້າ​ທາຍ​ທັງ​ໝົດ ນັ້ນ​ທຸກ​ຄົນ​ຈະສ​າມາດ​ຜ່ານ​ຜ່າ​ມັນ​ໄປ​ໄດ້.
      ​ໃນ​ນາມ​ຕາງໜ້າ​ໃຫ້​ນັກ​ສຶກສາລາ​ວທີ່​ຈະ​ເດີນທາງ​ໄປ​ສຶກສາ​ຕໍ່ຢູ່​ປະ​ເທດ​ຍີ່ປຸ່ນ, ນາງ ​ວຽງ​ມະນີ ບຸນ​ຄ້ຳ ເຊິ່ງຈະ​ໄປ​ຮຽນ​ໃນ​ລະດັບ​ປະລິນຍາ​ເອກວິຊາ​ການ​ສຶກສາ​ກ່ຽວ​ກັບ​ການ​ຄຸ້ມຄອງ​ສາທາ​ລະ​ນະສຸກ ທີ່ມະຫາວິທະຍາໄລ​ໂຕ​ກຽວໄດ້​​​ປະຕິຍານ​ຕົນ​ວ່າ:​ຈະ​ຕັ້ງ​ໃຈ​, ສຸມ​ທຸກ​ເຫື່ອ​ແຮງ​ສະຕິ​ປັນຍາ​ຂອງ​ຕົນ​ເຂົ້າ​ໃສ່​ການ​ສຶກສາຮ່ຳຮຽນ ແລະ ຈະ​ນຳ​ເອົາ​ຄວາມ​ຮູ້​ທີ່ຮຽນ​ມາປະກອບສ່ວນ ເຂົ້າໃນການສ້າງສາ​ພັດທະນາ​ປະ​ເທດ​ຊາດ​ບ້ານ​ເມືອງ​ໃຫ້​ຈະ​ເລີ​ນກ້າວໜ້າ​.


No comments:

Post a Comment