Ad

Ad

13 March 2014

ປກສ ​ເມືອງ​ໄຊ​ທານີ ມອບ​ຊັບ​ຄືນ​ໃຫ້​ຄອບຄົວຜູ້​ຖືກຄາດ​ຕະກຳ​.



     ພາຍຫລັງ​ເຈົ້າໜ້າ​ທີ່​ສາມາດ​ຈັບ​​ໂຕຄາດ​ຕະກອນ​ຍິງ​ໃຈ​ໂຫດ​ທີ່​ລົງມື​ຂ້າ​ນາງ ສີສະ​ຫງຽມ ອາຍຸ 50 ປີ ຢູ່​ບ້ານ​ຫົງ​ໄຊ ​ເມືອງ​ປາກ​ຊັນ ​ແຂວງ​ບໍລິ​ຄຳ​ໄຊ ​ແລ້ວ​ເອົາ​ ສ​ົບ​ໄປ​ຖິ້ມລົງ​ຄອງຊົນລະປະ ທານ​ເຂດ​ບ້ານ​ດ່ານ​ຊ້າງ ​ເມືອງ​ໄຊ​ທານີ ນະຄອນຫລວງ​ວຽງ​ຈັນ ​ເມື່ອ​ວັນ​ທີ 24 ກຸມພາ 2014 ​ແລະ ນຳ​ເກັບ​ກູ້​ຊັບ​ສິນ​ຂອງ​ຜູ້​ຕາຍ​ມີ​ເງິນ 2.550.000 ກີບ ​ແລະ 53.120 ບາດ (ສະ ກຸນ​ເງິນ​ໄທ), ຕາງ​ຫູ 1 ຄູ່, ສາຍ​ແຂນ 2 ​ເສັ້ນ, ​ແຫວນ 2 ວົງ, ກີ້ພະ​ຂອບ​ຄຳ 1 ອົງ ​ແລະ ​ເຄື່ອງ​ອື່ນໆ ​​ເຊິ່ງໃນ​ວັນ​ທີ 11 ມີນາ​ນີ້, ທ່ານ ຮ້ອຍ​ເອກ ບຸນ​ມີ ​ແກ້ວ​ພົມມາ ຫົວໜ້າ​ກອງ​ສືບສວນ-ສອບ​ສວນ ປກສ ​ເມືອງ​ໄຊ​ທານີ ຈຶ່ງ​ໄດ້​ມອບ​ຊັບດັ່ງກ່າວ​ຄືນ​ໃຫ້​ທ້າວ ສົມ​ໃຈ ​ເຊິ່ງ​ເປັນ​ຜົວ​ຂອງ​ຜູ້​ເສຍ​ຊີວິດ ​ແລະ ​ໃນ​ໂອກາດ​ດັ່ງກ່າວ ຄອບຄົວ​ຜູ້​ເສຍ​ຊີ ວິດ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ເຈົ້າ ໜ້າ​ທີ່​ທີ່​ສາມາດ​ນຳ​ຈັບ​ໂຕ​ຜູ້​ກະທຳ​ຜິດ​ມາ​ດຳ​ເນີນ​ຄະດີ​ຕາມ​ກົດໝາຍ ​ແລະ ສາມາດ​ກູ້​ຄືນ​ຊັບ​ສິນ​ຄືນ​ມາ​ມອບ​ຄືນ​ໃຫ້​ຄອບຄົວ​ຄັ້ງນີ້.

No comments:

Post a Comment