Ad

Ad

13 March 2014

ມອບສິນທົດແທນໃຫ້ຍາດພີ່ນ້ອງແຮງງານລາວທີ່ເສຍຊີວິດຈາກອຸປະຕິເຫດທາງຖະໜົນຢູ່ປະເທດໄທ



  ແຮງງານລາວທີ່ເສຍຊີວິດ ຈາກອຸປະຕິເຫດທາງຖະໜົນຢູ່ຈັງຫວັດອຸບົນລາຊະທາ ນີປະເທດໄທເມື່ອທ້າຍປີ 2013 ຊຶ່ງລົດກະບະໄດ້ຂົນແຮງງານລາວກັບຄືນປະເທດ ແຕ່ລົດໄດ້ເກີດເສຍຫລັກຕໍາກົກໄມ້ເຮັດ ມີຜູ້ເສຍຊີວິດ 17 ຄົນ, ໃນນັ້ນມີແຮງງານ ລາວຈາກແຂວງສາລະວັນ 10 ຄົນ ແລະ  ໃນວັນທີ 5 ມີນາຜ່ານມາຢູ່່ຫ້ອງວ່າການ ປົກຄອງແຂວງ ສາລະວັນຈຶ່ງໄດ້ຈັດ ພິທີມອບ-ຮັບເງິນສິນທົດແທນໃຫ້ຍາດພີ່ນ້ອງ ຂອງຜູ້ເສຍຊີວິດຜູ້ລະ 4 ແສນ ບາດ( ສະກຸນບາດໄທ) ຫລື ປະມານ 100 ລ້ານ ກີບ, ໃຫ້ກຽດມອບໂດຍທ່ານ ສິນໃຈ ມະນີວັນ ຮອງກົງສຸນໃຫ່ຍແຫ່ງ ສປປ ລາວ ປະຈໍາຂອນແກ່ນຣາຊະອາ ນາຈັກໄທ ໂດຍມີທ່ານ ບຸນຍົງ ພາສີ ຫົວໜ້າພະແນກແຮງງານ ແລະສະຫວັດດີການ-ສັງຄົມ ແຂວງພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານນຳດ້ວຍ.

No comments:

Post a Comment