Ad

Ad

13 March 2014

ລົງ​ນາມ​ສ້າງຕັ້ງບໍລິສັດ​ສ້ອມ​ແປງ​ເຮືອບິນ​ຢູ່​ລາວ



     ​ໃນ​ວັນ​ທີ 11 ມີນາ​ນີ້, ຢູ່​ລັດ​ວິ​ສາ​ຫະກິດ​ການບິນ​ລາວ ນະຄອນ ຫລວງ​ວຽງ​ຈັນ, ທ່ານ ດຣ. ສົມ​ພອນ ດວງ​ດາລາ ອຳນວຍ​ການ​ໃຫຍ່​ລັດ​ວິ​ສາ​ຫະກິດ​ການບິນ​ລາວ ​ແລະ ທ່ານ ​ໂຈ ​ແວນ​ແຊກ (Jos Van Schaik) ອຳນວຍ​ການ​ບໍລິສັດ ຊີ​ໄອ​ທີ (CIT) ​ໄດ້​​ຮ່ວມ​ກັນລົງ​ນາມ​ເພື່ອ​ສ້າງຕັ້ງບໍລິສັດ ວິ​ສາວະ​ກຳ​ສາຍ​ການບິນ​ລາວ ຈຳກັດ ​ເຊິ່ງ​ແມ່ນ​ບໍລິສັດ​ສ້ອມ​ແປງ​ເຮືອບິນ​ຢູ່ລາວ, ຫລັງ​ຈາກ​ຜ່ານ​ມາ​ການ​ສ້ອມ​ແປງ ຫລື ຕໍ່​ຊົ່ວ​ໂມງ​ບິນ​ຂອງ​ເຮືອບິນ​ລາວ​ແມ່ນ​ຕ້ອງ​ໄດ້​ໄປ​ສ້ອມ​ແປງ​ຢູ່​ຕ່າງປະ​ເທດ ​ເຊິ່ງ​ເຮັດ​ໃຫ້​ມີ​ການ​ຊິ້ນ​ເປືອງ​ທັງ​ດ້ານ​ເວລາ ​ແລະ ງົບປະມານ​ຫລາຍ​ສົມຄວນ.
      ການບິນ​ລາວ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ການບິນ​ລາວ​ໄດ້​ມີ​ການ​ພັດທະນາ​ຂະຫຍາຍ​ໂຕ​ຕໍ່​ເນື່ອງ ​ໂດຍ​ໄດ້​ນຳ​ເອົາ​ເຮືອບິນ​ຮຸ້ນ​ໃໝ່​ທັນ​ສະ​ໄໝ​ເຊັ່ນ: ATR72-500, ATR72-600 ​ແລະ ​ເຮືອບິນ​ອາຍ​ພົ່ນຊະນິດ​ແອ​ບັດ (Airbus) 320 ​ເຂົ້າມາ​ຮັບ​ໃຊ້​ແຜນ​ທຸລະ​ກິດ​ຂອງ​ຕົນ ​ເພື່ອ​ຂະຫຍາຍ​ຕະຫລາດ​ການບິນ​ໃຫ້​ກວ້າງຂຶ້ນ. ດັ່ງນັ້ນ ​ເພື່ອ​ເຮັດ​ໃຫ້​ການ​ບຳລຸງ​ຮັກສາ ​ແລະ ສ້ອມ​ແປງ​ເຮືອບິນ​​ໄດ້​ມາດຕະຖານ​ສາກົນ ​ແລະ ຫັນ​ເປັນ​ມື​ອາຊີບສາມາດ​ເປັນ​ເຈົ້າຕົນ​ເອງ​ໃນ​ການ​ສ້ອມ​ແປງ ​ແລະ
ບຳລຸງ​ຮັກສາ​ເຮືອ ບິນ​ຂອງ​ຕົນ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ກ້າວ​ໄປ​ສູ່​ການ​ບໍລິກາ​ນສ້ອມ​ແປງ​ບຳລຸງ​ຮັກສາ​ເຮືອບິນ​ໃຫ້​ແກ່​ສາຍ​ການ ບິນ​ອື່ນ​ໃນຕໍ່ໜ້າ ​ແລະ ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ຜູ້​ໂດຍ ສານ​ທີ່​ໃຊ້​ບໍລິການ​ຂອງ​ການບິນ​ລາວ ຈຶ່ງ​ໄດ້​ຕົກລົງ​ຮ່ວມ​ທຶນ​ກັບ​ບໍລິສັດ CIT ​ເພື່ອ​ສ້າງຕັ້ງບໍລິສັດ​ດັ່ງກ່າວ​ຂຶ້ນ ​ໂດຍ​ທຶນ​ຈົດ​ທະບຽນ 24 ຕື້ກວ່າ​ກີບ ຫລື ປະມານ 3 ລ້ານ​ໂດ​ລາ​ສະຫະລັດ ​ໃນ​ນີ້ການ ບິນ​ລາວ​ຖື​ຮຸ້ນ 51% ​ເປັນ​ຊັບ​ສິນ, ສ່ວນ​ບໍລິສັດ CIT ຖື​ຮຸ້ນ 49% ເປັນ​ເງິນສົດ​ໂດຍ​ມີ​ກຳນົດ​ການ​ຮ່ວມ​ທຶນ 10 ປີ ​ແລະ ສາມາດ​ຕໍ່​ໄດ້ ​ເຊິ່ງຈະ​ເລີ່​ມດຳ​ເນີນ​ການ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 15 ມີນາ 2014 ​ເປັນຕົ້ນ​ໄປ.
     ​ເຂົ້າຮ່ວມ​ໃນ​ພິທີ​ລົງ​ນາມ​ຄັ້ງນີ້ ມີ​ຫົວໜ້າ​ຫ້ອງການ​ກະຊວງ​ໂຍ ທາ​ທິການ ​ແລະ ຂົນ​ສົ່ງ ​ແລະ ຫົວ ໜ້າ​ກົມ​ການ​ບິນ​ພົນລະ​ເຮືອນ ພ້ອມ​ດ້ວຍ​ພະນັກງານ​ກ່ຽວຂ້ອງ​ສອງ​ຝ່າຍ​ເຂົ້າຮ່ວມ​ນຳ​ດ້ວຍ.

No comments:

Post a Comment