Ad

Ad

13 March 2014

ສປປ ລາວ ​ແລະ ສ.​ເບ​ລາຣຸສ ຍົກ​ເວັ້ນວີ​ຊາ​ສຳລັບ​ພົນລະ​ເມືອງ​ທີ່​ຖື​ໜັງສືຜ່ານ​ແດນ​ການ​ທູດ ​ແລະ ລັດຖະການ



     ສັນຍາ​ລະຫວ່າງ​ລັດຖະບານ ແຫ່ງສາທາລະນະ​ລັດ ປະຊາທິ ປະ​ໄຕ ປະຊາຊົນ​ລາວ ​ແລະ ສາ ທາລະນະ​ລັດ ​ເບ​ລາຣຸສ ວ່າ​ດ້ວຍ​ການ​ຍົກ​ເວັ້ນວີ​ຊາ​ສຳລັບ​ຜູ້​ຖື​ໜັງ ສືຜ່ານ​ແດນ​ການ​ທູດ ​ແລະ ລັດ ຖະການມີ​ຜົນ​ບັງຄັບ​ໃຊ້​ນັບ​ແຕ່​ວັນ​ທີ 20 ມີນາ 2014 ​ເປັນຕົ້ນ​ໄປ.
     ສະນັ້ນ, ພົນລະ​ເມືອງ​ລາວ​ທີ່​ຖື​ໜັງສືຜ່ານ​ແດນ​ການ​ທູດ ​ແລະ ລັດຖະການ​ທີ່​ມີ​ອາຍຸ​ນຳ​ໃຊ້​ໄດ້ ສາມາດ​ເດີນທາງ​ເຂົ້າ, ຜ່ານ ແລະ ພັ​ກ​ເຊົາ​ຢູ່​ ສາທາລະນະ​ລັດ ເບ​ລາຣຸສ ພາຍ​ໃນ​ໄລຍະ 30 ວັນ ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ມີ​ວີ​ຊານັບ​ແຕ່​ວັນ​ທີ 20 ມີນາ 2014 ​ເປັນຕົ້ນ​ໄປ.

No comments:

Post a Comment