Ad

Ad

13 March 2014

ການປູກເຂົ້ານາແຊງປີນີ້ບໍ່ບັນລຸຄາດໝາຍຍ້ອນຫຼາຍສາເຫດ



  ຕາມບົດລາຍງານຂອງກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ ວ່າປັດຈຸບັນການປູກເຂົ້າ ນາແຊງໃນທົ່ວປະເທດແມ່ນໄດ້ຢຸກການ ປັກດຳແລ້ວ ແລະ ພວມສຸມໃສ່ບົວລະ ບັດຮັກສາ,ໃສ່ຝຸ່ນເພື່ອຍົກສະມັດຕະພາບການຜະລິດໃນເນື້ອທີ່ສາມາດປັກ ດຳ ໄດ້ປະມານ 94.718 ເຮັກຕາ ເທົ່າກັບ 75 % ຂອງເນື້ອທີ່ແຜນການ, ສຳລັບການ ປູກພຶດສະດູແລ້ງທົ່ວປະເທດປູກພຶດຜັກຕ່າງໆໄດ້ 93.984  ເຮັກຕາເທົ່າກັບ 63 % ຂອງແຜນ ການ, ພຶດທີ່ນິຍົມປູກຫຼາຍກວ່າ ໝູ່ແມ່ນສາລີອາຫານສັດ, ສາລີ ຫວານ, ມັນ ຕົ້ນ, ໝາກເດືອຍ, ຖົ່ວ ດິນ, ແລະ ພືດຜັກຕ່າງໆ, ໂດຍລວມແລ້ວເຫັນວ່າການຜະລິດລະດູແລ້ງປີນີ້ຕ່າງກໍສຸມ ໃສ່ຢ່າງ ເປັນຂະ ບວນການແຕ່ກໍຍັງບໍ່ສາ ມາດບັນລຸຕົວເລກຄາດໝາຍທີ່ວາງໄວ້ເນືອງຈາກວ່າສະພາບດິນຟ້າອາກາດບໍ່ເປັນ ປົກກະຕິ, ອາກາດ ໜາວເຢັນແກ່ຍາວ, ມີນ້ຳ ໝອກຕົກຄ້າງ, ດິນ ແລະ ນ້ຳເກີດ ເປັນກົດເຮັດໃຫ້ຕົ້ນກ້າຢຸດການ ຈະເລີນເຕີບ
ໂຕຊົ່ວຄາວຈິ່ງເຮັດ ໃຫ້ການປັກດຳບໍ່ທັນກັບລະດູ ການ ແລະ ພຶດຈຳນວນໜຶ່ງກໍ ເນົ່າເປື່ອຍ ແລະ ຕາຍ, ສ່ວນໜຶ່ງ ກໍເນື່ອງ ມາຈາກການສະໜອງ ນ້ຳບໍ່ພຽງພໍ, ຍ້ອນຄອງຊົນລະ ປະທານຖຶກເປ່ເພຈາກໄພທຳມະຊາດໃນປີຜ່ານມາ, ເຖິງຈະມີການ ສ້ອມແປງແລ້ວແຕ່ກໍບໍ່ສາ ມາດຕອບສະໜອງນ້ຳໄດ້ທ່ວງ ທັນກັບລະດູການຜະລິດ ແລະ ອີກຢ່າງໜຶ່ງແມ່ນຍ້ອນການກະຈ່າຍ ຂອງປະລິມານນ້ຳຝົນບໍ່ສະ ໝ່ຳສະເໝີສົ່ງຜົນສະທ້ອນໃຫ້ ສາຍນ້ຳ, ຫ້ວຍ, ໜອງ, ຄອງ, ບຶງ ແລະ ອ່າງເກັບນ້ຳຫຼາຍແຫ່ງມີບໍ ລິມາດນ້ຳຫຼຸດລົງ ແລະ ບົກ ແຫ້ງ, ຈຶ່ງເປັນສາເຫດເຮັດໃຫ້ການຂະຫຍາຍເນື້ອທີ່ນາແຊງບໍ່ບັນລຸຕາມຕົວເລກແຜນການທີ່ວາງ ໄວ້ ແລະ ບວກກັບຄ່າປັດໃຈ ການຜະລິດທີມີຕົ້ນທືນສູງ, ຄ່າແຮງງານແພງຂຶ້ນ, ແຕ່ລາຄາເຂົ້າຊຳພັດຕົກຕ່ຳບໍ່ເປັນທີ່ຈູງໃຈໃຫ້ ປະຊາຊົນດຳເນີນການຜະ ລິດ, ເພາະສະນັ້ນປະຊາຊົນຢູ່ເຂດພູດອຍ ແລະ ເຂດທົ່ງພຽງຈຳນວນໜຶ່ງ ໄດ້ຫັນມາປູກພຶດຜັກໄລ ຍະສັ້ນທີ່ໃຊ້ນ້ຳໜ້ອຍ ແລະ ປູກ ໄດ້ຫຼາຍຮອບວຽນ, ເປັນທີ່ຕ້ອງການຂອງຕະຫຼາດ, ລາຍຮັບດີກວ່າການປູກເຂົ້າ ແລະ ອີກ ປະການໜຶ່ງແມ່ນປະຊາຊົນບ່າງ ສ່ວນທີ່ຜະລິດເຂົ້ານາປີໄດ້ພຽງພໍແລ້ວກໍບ່ໍຢາກຜະລິດເຂົ້ານາແຊງອີກ.

No comments:

Post a Comment