Ad

Ad

28 April 2014

ທະນາຄານ​ພັດທະນາ​ລາວ​ຖະ​ແຫລ​ງການ​ຊຳລະ​ຄ່າ​ໄຟຟ້າ​ຜ່ານ​ລະບົບ​ທັນ​ສະ​ໄໝ



    ​ໃນ​ວັນ​ທີ 25 ​ເມສາ​ນີ້, ຢູ່​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ນະຄອນ ຫລວງ​ວຽງ​ຈັນ ​ໄດ້​ມີ​ພິທີ​ຖະ​ແຫລ​ງຂ່າວ​ການ​ຊຳລະ​ຄ່າ​ໄຟ ຟ້າ​ດ້ວຍ​ລະບົບ​ທັນ​ສະ​ໄໝ​ຜ່ານ​ທະ ນາຄານ​ພັດທະນາ​ລາວ ​ໂດຍ​ມີ​ຄະນະ​ອຳນວຍ​ການ​ທະນາຄານ​ພັດທະນາ​ລາວ ​ແລະ ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວພ້ອມ​ດ້ວຍ​ພະນັກງານ​ຂອງ​ທັງ​ສອງ​ຝ່າຍ​ເຂົ້າຮ່ວມ.
      ທ່ານ ​ແສງ​ເພັດ ມະນີ​ວົງ ຮອງ​ອຳນວຍ​ການ​ທະນາຄານ​ພັດທະນາ​ລາວ ກ່າວ​ວ່າ: ທະນາ ຄານ​ພັດທະນາ​ລາວ​ແມ່ນ​ທະນາ ຄານ​ທຸລະ​ກິດ​ຂອງ​ລັດ​ທີ່​ໄດ້​ສ້າງ ຕັ້ງຂຶ້ນຈາກ​ການ​ລວມຕົວ​ຂອງ 2 ທະນາຄານຄື​ທະນາຄານ​ລ້ານ​ຊ້າງ​ຈຳກັດ ​ແລະ ທະນາຄານ​ລາວ​ໃໝ່​ຈຳກັດ ​ແລະ ​ໄດ້​ເປີດ​ໃຫ້​ບໍລິການ​ສັງຄົມ​ນັບ​ແຕ່​ປີ 2003. ປັດຈຸບັນ ທົ່ວ​ປະ​ເທດ​ປະກອບ​ມີ 18 ສາຂາ, 67 ໜ່ວຍ​ບໍລິການ, 21 ໜ່ວຍ​ແລກປ່ຽນ, ມີ​ຕູ້ ATM ທັງ​ໝົດ 170 ໜ່ວຍ ​ແລະ ມີ​ເຄື່ອງຮັບ​ບັດ​ຫລາຍ​ກວ່າ 50 ​ເຄື່ອງ ​ໂດຍ​ຢຶດໝັ້ນ​ໃນ​ຄຳ​ຂວັນ​ທີ່​ວ່າ: “ຊື່ສັດ ໝັ້ນຄົງ ໂປ່​ງ​ໃສ ທັນ​ສະ​ໄໝ ຮັບ​ໃຊ້​ປະຊາຊົນ”. ຕະຫລອດ​ໄລຍະ 11 ປີ ​ແຫ່ງ​ການ​ເຄື່ອນ​ໄຫວ​ທຸລະ​ກິດ ​ໄດ້​ມີ​ການ​ປັບປຸງ ​ແລະ ພັດ ທະນາ​ລະບົບ​ໃຫ້​ມີ​ຄວາມ​ເຂັ້ມ ແຂງ ​ແລະ ທັນ​ສະ​ໄໝ​ເວົ້າລວມ, ເວົ້າສະ​
ເພາະ​ກໍ​ຄື​ການ​ຍົກ​ລະດັບ​ການ​ບໍລິການ​ຫັນ​ເປັນ​ທັນ​ສະ​ໄໝ, ສະດວກ​ສະບາຍ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ທຶນຮອນ, ​ເຕັກ​ໂນ​ໂລ​ຊີ ​ແລະ ບຸກຄະ ລາ​ກອນ​ເພື່ອ​ເປັນ​ພື້ນຖານ​ສຳຄັນ​ທີ່​ສາມາດ​ແຂ່ງຂັນ​ໃນ​ເວລາ​ພາກພື້ນ ​ແລະ ສາກົນ. ດ້ວຍ​ເຫດ​ນັ້ນ, ນັບ​ແຕ່​ປີ 2010 ທະນາ ຄານ​ພັດທະນາ​ລາວ ຈຶ່ງ​ໄດ້​ຍົກ​ລະດັບ​ດ້ານ​ເຕັກ​ໂນ​ໂລ​ຊີ​ຫັນ​ມາ​ນຳ​ໃຊ້​ລະບົບ Core Banking (T24) ທີ່​ມີ​ຄວາມ​ທັນ​ສະ​ໄໝ ​ແລະ ພຽງ 1 ປີ ສາມາດ​ພັດທະນາ ​ແລະ ​ເປີດ​ນຳ​ໃຊ້​ລະ ບົບ​ດັ່ງກ່າວ​ໄດ້​ສຳ​ເລັດ ​ແລະ ສາ ມາດ​ເຊື່ອມ​ໂຍງ​ກັນ​ໄດ້​ໃນ​ທຸກ​ສາຂາ​ທົ່ວ​ປະ​ເທດ. ນອກ​ນັ້ນ ກໍ​ໄດ້​ພັດທະນາ​ບັນດາ​ຜະລິດ​ຕະພັນ​ໃໝ່ໆ​ທີ່​ຫລາກ​ຫລາຍ ​ເພື່ອ​ຕອບ​ສະໜອງ​ຕາມ​ຄວາມ​ຕ້ອງການ​ຂອງ​ສັງຄົມ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ສາມາດ​ເຂົ້າ​ເຖິງ​ການ​ບໍລິການ​ຂອງ​ທະນາຄານ​ໄດ້​ຫລາຍ​ຊ່ອງ​ທາງ​ເປັນຕົ້ນບັດ ATM, Mobile Banking, Online Statement, Bill Payment ບັດສາກົນ Visa ​ແລະ ອື່ນໆ ​ເຊິ່ງມີ​ຫລາຍ​ຮູບ​ແບບ​ການ​ບໍລິການ​ເຊັ່ນ: ຊຳລະ​ຄ່າ​ພະລັງ ງານ​ໄຟຟ້າ, ນ້ຳປະປາ, ໂທລະ ສັບ​ທຸກ​ເຄືອ​ຂ່າຍ, ຄ່າ​ອິນ​ເຕີ​ເນັດ, ຊື້ບັດ​ເຕີມ​ເງິນ, ຊື້ຫວຍ​ອອນ​ລາຍ, ​ໂອນ​ເງິນ​ພາຍ​ໃນ, ກວດ​ອັດຕາ​ແລກປ່ຽນ, ກວດ​ຜົນ​ຮຸ້ນ, ກວດ​ຍອດ​ເງິນ​ໃນ​ບັນຊີ, ກວດ ກາ​ທຸລະ​ກຳ​ຕ່າງໆ​ທີ່​ເຄື່ອນ​ໄຫວ​ໃນ​ບັນຊີ ໂດຍ​ຜ່ານ​ລະບົບ Mobile-Banking ​ແລະ ຜ່ານ​ຕູ້ ATM, ຜ່ານ​ເຄື່ອງ​ຮູດ​ບັດ EDC ​ແລະ ​ເຄື່ອງ Kios ຂອງ​ທະນາ ຄານ ​ແລະ ​ໃນ​ອະນາຄົດ​ອັນ​ໃກ້​ນີ້, ທະນາຄານ​ພວກ​ເຮົາ​ກໍ​ຈະ​ນຳ​ເອົາ​ຜ​ະລິດ​ຕະພັນ​ໃໝ່​ອອກ​ມາ​ຮັບ​ໃຊ້​ເຊັ່ນ: ບັດ​ສາກົນ Marter Card ​ແລະ ການ​ເຊື່ອມ​ໂຍລະບົບ ATM Pool ຂອງ​ທະນາຄານ​ໃນ ສປປ ລາວ ມາ​ຮັບ​ໃຊ້​ໃຫ້​ແກ່​ການ​ບໍລິການ​ແກ່​ສັງຄົມ ​ໂດຍ​ເຫັນ​ໄດ້​ຄວາມ​ສຳຄັນ ​ແລະ ຈາກ​ຄວາມ​ພ້ອມ​ໃນ​ຄວາມ​ທັນ​ສະ​ໄໝ​ດ້ານ​ເຕັກ​ໂນ​ໂລ​ຊີ ກໍ​ຄື​ທີ​ມງານ​ພັດທະນາ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາ ມາດ ​ແລະ ມີ​ປະສົບ​ການ, ຄະນະ​ພັກ, ຄະນະ​ນຳ​ຂອງ​ສອງ​ຝ່າຍ​ຈຶ່ງ​ໄດ້​ເຫັນ​ດີ​ເປັນ​ເອ ກະ​ພາບ​ກັນ​ລົງ​ນາມ​ສັນຍາ ​ເພື່ອ​ຮ່ວມ​ມື​ສອງ​ຝ່າຍ​ທີ່​ຕິດ​ພັນ​ກັບ​ການ​ເປັນ​ຄູ່​ຮ່ວມ​ທຸລະ​ກິດ​ຂຶ້ນ ​ແລະ ​ໄດ້​ເຊັນ​ກັນ​ຢ່າງ​ເປັນ​ທາງ​ການ​ໃນ​​ເດືອນ​ມີນາ 2013 ທີ່​ນະຄອນຫລວງ​ວຽງ​ຈັນ ​ເຊິ່ງ​ໄດ້​ຮັບ​ການຈັດຕັ້ງ ປະຕິບັດ​ໃນ​ຂະ​ແໜງ​ການ​ໃຫ້​ບໍລິ ການ​ຜ່ານ Mobile Banking ແລະ ​ໃນ​ເບື້ອງຕົ້ນ​ໄດ້​ທົດ​ລອງ​ໃຫ້ການ​ບໍລິການ​ພາຍ​ໃນ​ຂອບ​ເຂດ​ນະຄອນຫລວງ​ວຽງ​ຈັນ. ຈາກ​ນັ້ນ ກໍ​ຂະຫຍາຍ​ໄປ​ສູ່​ສາຂາ​ຕ່າງ​ແຂວງ​ໃນ​ທົ່ວ​ປະ​ເທດ.
       ມາ​ຮອດ​ປັດຈຸບັນ​ເຫັນ​ວ່າ​ທຸລະ​ກຳ​ຊຳລະ​ຜ່ານ Mobie- Banking, ຜ່ານ​ຕູ້ ATM ​ແລະ ຜ່ານ​ປ່ອງ​ບໍລິການ​ຂອງ ທພລ ມີ​ຈຳນວນ 15.913 ທຸລະ​ກຳ ​ເປັນ​ຈຳນວນ​ເງິນ 11 ຕື້ກວ່າ​ກີບ ​ແລະ ຖ້າ​ທຽບ​ໃສ່​ໂຕ​ເລກ​ການ​ຊົມ​ໃຊ້​ພະລັງງານ​ໄຟຟ້າ ກໍ​ຄື​ໂຕ​ເລກ​ໜີ້ ຄ້າງ​ຊຳລະ​ກໍ​ເຫັນ​ວ່າ​ຍັງ​ກວມ​ອັດຕາ​ສ່ວນ​ຕ່ຳ, ​ແຕ່​ກໍ​ເປັນ​ບາດ ກ້າວ​ທຳ​ອິດ ​ແລະ ຜົນສຳ​ເລັດ​ຂອງ​ການ​ຮ່ວມ​ມື​ທີ່​ເກີດ​ຂຶ້ນ​ເປັນ​ຮູບ​ປະ​ທຳ​ແທ້​ຈິງ​ຂອງ​ສອງ​ຝ່າຍ. ຜົນສຳ​ເລັດ​ດັ່ງກ່າວ​ນີ້ມັນ​ເປັນ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ, ​ເປັນ​ກາ​ນ ສ້າງ​ສິ່ງ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ຜູ້​ຊົມ​ໃຊ້​ໃນ​ທົ່ວ​ສັງຄົມ, ສ້າງ​ຄວາມ​ສະດວກ​ສະບາຍ​ໃນ​ການ​ຊຳລະ​ສະ​ສ້າງ​ດ້ວຍ​ຫລາຍ​ຊ່ອງ​ທາງ​ທີ່​ຫລາກ​ຫລາຍ, ​ເປັນ​ການ​ປະຢັດ​ເວລາ, ຫລຸດຜ່ອນ​ຄ່າ​ສິ້ນ​ເປືອງ​ຕ່າງໆ​ທີ່​ຕິດ​ພັນ​ກັບ​ການ​ໃຊ້​ແຮງ​ງານ​ໄປ​ເກັບ​ເງິນ ແລະ ທັງ​ເປັນ​ການ​ຄຸ້ມ​ຄອງ​ລາຍ​ຮັບ​ເຂົ້າສູ່​ລະບົບ, ປ້ອງ​ກັນ​ການ​ຕົກ​ເຮ່ຍ​ເສຍ​ຫາຍ​ລາຍ​ຮັບ​ຂອງ​ບໍລິສັດ​ນຳ​ດ້ວຍ ​ແລະ ໜີ້ ຄ້າງ​ຊຳລະ​ກໍ​ຈະ​ມີ​ທ່າ​ອ່ຽງຫລຸດ​ລົງເພາະວ່າ​ທ່ານ​ຢູ່​ຈຸດ​ໃດ, ​ເວລາ​ໃດ​ກໍ​ສາມາດ​ເຮັດ​ທຸລະ​ກຳ​ການ​ຊຳ ລະ​ໄດ້​ສະດວກ. ນອກ​ນັ້ນ ຍັງ​ເປັນ​ການ​ສ້າງ​ຄວາມ​ຊິນ​ເຄີຍ​ໃຫ້​ແກ່​ທຸກ​ຊັ້ນຄົນ​ໃນ​ສັງຄົມ​ສາມາດ​ເຂົ້າ​ເຖິງ​ການ​ບໍລິການ​ຂອງ​ທະ ນາຄານ​ນັບ​ມື້ນັບ​ຫລາຍ​ຂຶ້ນ.

No comments:

Post a Comment