Ad

Ad

28 April 2014

ຂະແໜງອຸດສາຫະກຳປຸງແຕ່ງກຽມປັບປຸງຕົວເພື່ອຮອງຮັບການເຂົ້າສູ່ປະຊາຄົມ



       ສະພາ​ການ​ຄ້າ ​ແລະ ອຸດສາ ຫະກຳ​ແຫ່ງ​ຊາດໃຫ້​ຮູ້​ວ່າ: ປີ ຜ່ານມາທຸລະ​ກິດ​ຂະ​ແໜງ​ອຸດ ສາຫະກຳ​ປຸງ​ແຕ່ງ​ໃນ​ທົ່ວ​ປະ​ເທດ​ກໍ​ໄດ້​ຮັບ​ການ​ສະໜັບສະໜູນ​ຊ່ວຍ​ເຫລືອ​ຢ່າງຮອບດ້ານ​ຈາກ​ອົງ​ການ​ທີ່​ກ່ຽວຂ້ອງ​ຂອງ​ລັດ, ໂດຍສະເພາະແມ່ນກະຊວງ ອຸດສາຫະກຳ ​ແລະ ການ​ຄ້າ​ເປັນ​ຢ່າງ​ດີ,​ ເຊິ່ງ​ໄດ້​ເຮັດ​ໃຫ້​ລະບົບ​ໂຮງ​ຈັກ​ໂຮງງານ​ຕ່າງໆ​ໄດ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ​ໃນ​​ທົ່ວ​ປະ​ເທດ ​ໂດຍ​ນຳ​ໃຊ້​ແຫ​ລ່ງວັດຖຸ​ດິບ​ພາຍ​ໃນ ​ແລະ ນຳ​ເຂົ້າຈາກ​ຕ່າງປະ​ເທດຂະ​ແໜງ​ການ​ອຸດສາຫະໄດ້​ທຳ​ການ​ຜະ ລິດ​ເປັນ​ສິນຄ້າ​ອອກ​ຮັບ​ໃຊ້​ສັງຄົມ​ຕາມ​ກົນ​ໄກ​ຕະຫລາດ​ໂດຍ​ການ​ດັດສົມ​ຂອງ​ມະຫາ​ພາກ.
    ແນວໃດກໍດີສຳລັບ​ຜົນ​ປະ ກອບ​ການ​ໄດ້​ເຮັດ​ໃຫ້​ໂຕ​ເລກ​ການ​ຂະຫຍາຍຕົວ​ຂອງ​ຍອດ​ຜະ ລິດ​ຕະພັນ​ພາຍ​ໃນ​ບັນລຸ 7-8% ຕໍ່​ປີ​ຢ່າງ​ຕໍ່​ເນື່ອງນັ້ນຄື​ການ​ປະ ກອບສ່ວນ​ຂອງ​ພາກ​ທຸລະ​ກິດ​ທີ່​ພະຍາຍາມ​ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ການ​ຫັນ​ເປັນ​ອຸດສາ ຫະ ກຳ ​ແລະ ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ​ຕາມ​ແນວທາງ​ຂອງ​ພັກ, ອີກ​ດ້ານ​ໜຶ່ງກໍ​ຄື​ສະພາບ​ທີ່​ພົ້ນ​ເດັ່ນ​ໃນ​ຂະ​ແໜງ​ອຸດສາຫະກຳ​ປຸງ​ແຕ່ງ​ໃນ​ປັດຈຸບັນ​ແມ່ນ​ການ​ກະກຽມ-ປັບປຸງ​ຕົນ​ເອງເພື່ອ​ຮອງ​ຮັບ​ການ​ແຂ່ງຂັນ​ພາຍຫລັງ​ທີ່ ສປປ ລາວ ​ເຂົ້າ​ເປັນ​ສະມາຊິກ​
ອົງການ​ການ​ຄ້າ​ໂລກ ​ແລະ ກະ ກຽມ​ເຂົ້າສູ່​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ໃນ​ປີ 2015 ​ເຊິ່ງສະ​ແດງ​ອອກ​ໃນ​ການ​ຂະຫຍາຍ​ກຳ ລັງ​ການ​ຜະ ລິດໂດຍ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ​ເພື່ອ​ຮັບປະກັນ​ຄຸນ​ນະພາ​ບ ​ແລະ ການ​ຫລຸດ​ຕົ້ນທຶນ​ການ​ຜະລິດ ​ເພື່ອ​ສ້າງ​ຄວາມ​ອາດ​ສາມາດ​ໃນ​ການ​ສະໜອງ​ພາຍ​ໃນ ​ແລະ ການ​ສົ່ງ​ອອກ​ເຊັ່ນ: ​ແຮ່​ທອງ, ຄຳ, ຫີນ​ກາວ, ບາຣິດ ຜະລິດ​ຕະພັນ​ກະ​ສິກຳ (ສາລີ​ອັດ​ກະປ໋ອງ,ໝາກ​ຕາວ​ອັດ​ກະປ໋ອງ, ນົມ​ສາລີ ​ແລະ ​ເສັ້ນໝີ່), ກາ​ເຟ, ຊາ, ຫວາຍ, ​ໄມ້ ປ່ອງ, ຢາງພາລາ, ນ້ຳຕານ ແລະ ຜະລິດ​ຕະພັນ​ອື່ນໆ, ສຳລັບ​ການ​ປັບປຸງ​ລະບົບ​ການ​ບໍລິຫານ​ການ​ຄຸ້ມ​ຄອງ​ພາຍ​ໃນ​ອົງການ​ທຸລະ​ກິດ​ແມ່ນ​ເນັ້ນ​ໃສ່​ການ​ບໍລິ ການ-ການ​ຈັດການ​ຕາມ​ມາດຕະ ຖານ​ສາກົນເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ ​ແລະ ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ລູກ​ຄ້າ​ກໍ​ຄື​ຜູ້​ຊົມ​ໃຊ້ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ປັດ ຈຸບັນທຸລະ​ກິດ​ໃນ​ຂົງ​ເຂດ​ອຸດສາ ຫະກຳ​ປຸງ​ແຕ່ງ​ໄດ້​ມີ​ຫລາຍ​ບໍລິ ສັດ ​ແລະ ​ໂຮງງານ​ກໍ​ໄດ້​ຮັບ​ການ​ຢັ້ງຢືນ-ຮັບຮອງ​ການ​ນຳ​ໃຊ້​ລະ ບົບ​ບໍລິຫານ​ຄຸ້ມ​ຄອງ​ຕາມ​ມາດ ຕະຖານ​ສາກົນ IWO 9001/ 2008 ​ແລະ ລະບົບ​ມາດຕະ ຖານ​ສາກົນອື່ນ​ນັບ​ມື້ນັບ​ຫຼາຍ​ຂຶ້ນ.

No comments:

Post a Comment