Ad

Ad

28 April 2014

ສະຫລອງ​ວັນ​ຊັບ​ສິນ​ທາງ​ປັນຍາ​ໂລກ 26 ​ເມ​ສາ



    ໃນວັນທີ 25 ເມສາຜ່ານມານີ້, ທ່ານ ສາສະດາຈານ. ດຣ.ບໍ່​ວຽງ​ຄຳ ວົງ​ດາລາ ລັດຖະມົນຕີ​​ວ່າການ​ກະຊວງວິທະຍາສາດ ແລະ ​ເຕັກ​ໂນ​ໂລ​ຊີ ທັງ​ເປັນປະທານ​ສະ ພາ​ວິທະຍາສາດແຫ່ງ​ຊາດໄດ​້​ຖະ​ແຫລ​ງ​ກ່ຽວ​ກັບ​ວັນ ຊັບ​ສິນ​ທາງ​ປັນຍາ​ໂລກວ່າ: ວັນ​ທີ 26 ​ເມສາ ​ແມ່ນ​ວັນ​ຊັບ​ສິນ​ທາງ​ປັນຍາ​ໂລກ ຊຶ່ງເປັນວັນທີ່ສົນທິສັນຍາສ້າງຕັ້ງ ອົງການຊັບສິນທາງປັນຍາໂລກໄດ້ມີຜົນບັງ ຄັບໃຊ້ເລີ່ມແຕ່ປີ 1970 ແລະ ບັນດາ ປະຊາຊາດໃນໂລກ ໄດ້ຈັດພິທີສະເຫລີມສະຫລອງນັບແຕ່ປີ 2000 ເປັນຕົ້ນມາ. ໃນ​ປີ 2014 ສປປ ລາວ ​ໄດ້​ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອົງການ​ຊັບ​ສິນ​ທາງ​ປັນຍາ​ໂລກຈັດຕັ້ງການ​ສະ​ເຫລີ​ມສະຫລອງພາຍ​ໃຕ້​ຄຳ​ຂວັນ​ທີ່​ວ່າ: “ ຮູບ​ເງົາ​ແມ່ນຄວາມ​ນິຍົມ​ຂອງ​ຊາວ​ໂລກ ” ຊຶ່ງອົງການ​ຊັບ​ສິນ​ທາງ​ປັນຍາ​ໂລກ​ໄດ້​ວາງ​ຄຳ​ຂວັນດັ່ງກ່າວ​ນັ້ນກໍ ເພື່ອ​ເນັ້ນ​ໃຫ້​ເຫັນ​ເຖິງ​ບົດບາດ​ຄວາມ​ສຳຄັນ​ຂອງ​ບັນດາ​ນັກ​ປະພັນ ​ແລະ ນັກ​ປະດິດ​ຄິດ​ແຕ່ງມີ​ຄວາມ​ຄິດ​ສ້າງສັນ ​ເພື່ອ​ສ້າງສັນ​ປັ້ນ​ແຕ່ງ​ສິລະ​ປະ-ວັນນະກຳ ແລະ ຜະລິດ​ຕະພັນ​ຮູບ​ເງົາ​ໃໝ່ໆອອກ​ມາສູ່​
ສາຍຕາ​ຂອງ​ມວນ​ຊົນ​ໃນ​ທົ່ວ​ໂລກຊຶ່ງ​ຮູບ​ເງົາ​ກໍ​ແມ່ນ​ຜະ ລິດ​ຕະພັນ​ຊະນິດ​ໜຶ່ງ​ຂອງ​ຊັບ​ສິນ​ທາງ​ປັນຍາພ້ອມ​ກັນ​ນັ້ນຍັງ​ເປັນ​ການ​ຊຸກຍູ້​ສົ່ງ​ເສີມ​ການ​ຄົ້ນຄວ້າ​ປະດິດ​ແຕ່ງ, ການສະ​ແດງ ​ແລະ ພັດທະນາ​ການຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ຈາກ​ປະ​ເທດ​ທີ່​ພັດທະນາ​ແລ້ວ​ໄປ​ສູ່​ບັນດາ​ປະ​ເທດ​ທີ່​ພວມ​ພັດທະນາ​ອີກ​ດ້ວຍ. ການສະ​  ເຫລີ​ມສະຫລອງ​ວັນ​ດັ່ງກ່າວນີ້ ກໍເພື່ອ​ສ້າງ​ຈິດ​ສຳນຶກ​ໃຫ້​ສັງຄົມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ພາ ລະ​ບົດບາດ ​ແລະ ຄວາມ​ສຳຄັນ​ຂອງ​ວຽກ​ງານ​ຊັບ​ສິນ​ທາງ​ປັນ ຍາ​ເປັນຕົ້ນ: ​ສິດທິ​ບັດ, ອະນຸ​ສິດທິ​ບັດ, ​ແບບ​ອຸດ​ສາຫະ​ກຳ, ເຄື່ອງໝາຍ​ການ​ຄ້າ, ລິ​ຂະ​ສິດ ແລະ ຜົນງານ​ຊັບ​ສິນ​ທາງ​ປັນຍາ​ດ້ານ​ອື່ນໆຕໍ່​ການ​ພັດທະ ນາເສດຖະກິດ-ສັງຄົມ, ພ້ອມ​ນັ້ນກໍເພື່ອເປັນການ ຍ້ອງຍໍສັນລະເສີນຜົນງານ ແລະ ພູມປັນຍາຂອງບັນດານັກຄົ້ນຄວ້າວິທະ ຍາສາດ, ນັກປະດິດສ້າງ, ນັກປະດິດແຕ່ງໃຫ້ມີການ ພັດທະນາໃນການຄົ້ນຄິດປະດິດສ້າງ ແລະ ປະດິດຄິດແຕ່ງນະວັດຕະ ກຳໃໝ່ໆອອກມາຮັບໃຊ້ສັງຄົມ​ເລື້ອຍໆ​ໄປ.
     ໂອກາດ​ດັ່ງກ່າວ, ທ່ານລັດຖະມົນຕີ​ວ່າການກະຊວງ​ວິ​ທະ​ຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຍັງ​ໄດ້ຮຽກຮ້ອງມາຍັງບັນດານັກ​ຄົ້ນຄວ້າ​ວິ​ທະຍາສາດ, ນັກປະດິດສ້າງ-ນັກປະດິດແຕ່ງ, ນັກຮຽນຮູ້-ປັນຍາຊົນ ແລະ ພໍ່ແມ່ພີ່ ນ້ອງປະຊາຊົນລາວບັນດາເຜົ່າ ຈົ່ງໄດ້ສຸມສະຕິປັນຍາເຂົ້າໃນການນຳໃຊ້ ​ແລະ ພັດທະນາຊັບສິນທາງປັນຍາຂອງ​ປະ​ເທດ​ເຮົາ​​ໃຫ້​ຍົກລະດັບຂຶ້ນຢ່າງບໍ່ຢຸດຢັ້ງ, ເພື່ອ​ຊຸກຍູ້​ສົ່ງ​ເສີມ​ການ​ຜະລິດ​ເປັນ​ສິນຄ້າ, ສ້າງ​ເສດຖະກິດ​ພູມ​ປັນຍາ, ຊຸກຍູ້ສົ່ງເສີມການຄົ້ນຄິດປະດິດສ້າງ ແລະ ປະດິດຄິດ ແຕ່ງນະວັດຕະກຳໃໝ່ໆອອກມາຮັບໃຊ້ສັງຄົມ, ຈົ່ງເປັນນັກປະດິດສ້າງທີ່ມີວິໄສທັດເພື່ອປະກອບສ່ວນໃນການຫັນປະເທດເຮົາ ໃຫ້ເປັນອຸດສາຫະກຳ ແລະ ທັນສະໄໝ.   

No comments:

Post a Comment