Ad

Ad

28 April 2014

ຜົນ​ການ​ສອບເສັງນັກຮຽນເກັ່ງທົ່ວ​ປະ​ເທດ



       ການ​ສອບ​ເສັງ​ຄັດ​ເລືອກ​ນັກຮຽນ​ເກັ່ງ​ທົ່ວ​ປະ​ເທດ ​ຊັ້ນ​ມໍ4 ແລະ ມ 7 ຈຳນວນ 148 ຄົນ, ຍິງ 56ຄົນ, ​ໄດ້​ມີ​ຂຶ້ນຢູ່​ມະ ຫາວິທະຍາ​ໄລ​ແຫ່ງ​ຊາດ, ນະຄອນ​ຫລວງ​ວຽງ​ຈັນ ໂດຍ​ກະຊວງ​ສຶກສາ ແລະ ກິລາ​ເປັນ​ເຈົ້າ​ການຈັດ​ຕັ​້ງ ການ​ສອບ​ເສັງ​​ໃນ​ວັນ​ທີ 22ເມສາ ​ແລ​ະ ປະກາດ​ຜົນ​ມອບ​ລາງວັນ​ໃນ​ວັນ​ທີ 25 ເມສານີ້ ເຊິ່ງມີ​ນັກ ຮຽນ​ຍ​າດ​ໄດ້​ຄະ​ແນນ​ດີ ແລະ ​ໄດ້​ຮັບ​ລາງວັນ​ຈາກ​ຄະນະ​ກຳມະການ 33 ຄົນ ພິ​ເສດ​ນັກຮຽນ​ທີ່​ມີ​ຄະ​ແນນຊະນະ​ເລີດ​​​ແຕ່​ລະວິ​ຊາ​ສອບ​​ເສັງ​ຈຳນວນ 8 ຄົນ​ທຶນ​ການ​ສຶກສາ​ຈາກ​ບໍລິສັດ​ເບຍ​ລາວຈຳນວນ​ຫນຶ່ງ ​ເພື່ອ​ເປັນ​ທຶນ ຮອນ​ການ​ສຶກສາ​ຂອງ​ເຂົາ​ເຈົ້າ​ໃນ​ຂັ້ນ​ຕໍ່​ໄປ.
      ນັກຮຽນ​ເກັ່ງ​ທີ່ຍາ​ດ​ໄດ້​ຄະ​ແນນ​ສອບ​ເສັງ​ຊະນະ​ເລີດ​ປະຈຳ​ສົກປີ 2013-2014 ຈຳນວນ 8 ຄົນ​ປະກອບ​ມີຊັ້ນ​ມັດທະ ຍົມ​ຕອນ​ຕົ້ນ​ຄື: ນາງ ທິບພະ​ສອນ ພິລາ​ພັນ​ເດດ ​ ວິຊາ​ພາສາ​ລາວ-ວັນ ນະຄະດີ ຈາກໂຮງຮຽນ ມສ ພອນ​ສະຫວັນ, ນາງ ສຸ​ນິດ​ຕາ ພິມ​ມະ​ສອນວິຊາ​ຄະນິດສາດ ຈາກ​ໂຮງ​ຮຽນ ມສ ພອນ​ສະ ຫວັນ, ທ້າວ ອຸດົມ​ສຸກ ​ໄຊ​ດວງ​ຕາ ວິຊາ​​ຟີ​ຊິກ​ສາດ ຈາກ​ໂຮງ ຮຽນ​ ມສ ມິດຕະພາບ ​​ແຂວງ​ໄຊ​ຍະ​ບູລີ, ທ້າວ ຈິດຕະກອນ ບົ​ວ​ເຈີ​ເຮີ ວິຊາ​ເຄມີ​ສາ​ດ ຈາກ​ໂຮງ ຮຽນ ມສ ອຸດົມ​ໄຊ ​
ແຂວງ​ອຸ ດົມ​ໄຊ;​ ຊັ້ນ​ມັດທະຍົມ​ຕອນ​ປາຍຄື: ນາງ ມຸກ​ທິດາ ​ແສງ​ສິຣິຈັນ ວິຊາ ພາສາ​ລາວ-ວັນນະຄະ​ດີ ຈາກ​ໂຮງຮຽນ ມສ ລາວ-ຫວຽດນາມ, ທ້າວ ນຸດ​ສະກາ ຍິ້ມ​ມະ​ວົງ ວິຊາ​ຄະນິດສາດ ຈາກ​ໂຮງຮຽນ ພອນ​ສະຫວັນ, ທ້າວ ສຸກ​ຊະນະ ລາດ​ຕະກຸນ ວິຊາ​ຟີ​ຊິກ​ສາດ ຈາກ​ໂຮງຮຽນ ມສ ວຽງ​ຈັນ, ທ້າວ ນະ​ຕິ​ທອນ ຄຳ​ພາ​ວົງສາ ວິ ຊາ​ເຄມີ​ສາດ ຈາກ​ໂຮ​ງຮຽນ ມສ ວຽງ​ຈັນ. ໃນ​ບັ້ນ​ສອບ​ເສັງ​ດັ່ງ ກ່າວ​ມີ​ນັກຮຽນ​ເກັ່ງ​ທີ່​ຍາດ​ໄດ້​ຄະ​ແນນ​ດີ​ມີ​ທັງ​ໝົດ 33ຄົນ, ຍິງ 10ຄົນ. ນອກຈາກ​ນີ້​ການ​ແຂ່ງ​ຂັນ​ຖາມ-ຕອບ​ວິ ທະຍາສາດ ແລະ ຄວາມ​ຮູ້​ຮອບ​ຕົວທີ່​ແຂວງ​ຕ່າງໆ​ໄດ້​ເຂົ້າ​ຮ່ວມສ່ວນ​​​ຜົນ​ຂອງ​ການ​ແຂ່ງຂັນ​ອັນ​ດັບ 1​ ​ໄດ້​ແກ່ນະຄອນຫລວງ, ອັນ​ດັບ 2 ແຂວງ​ສະຫັວນນະ​ເຂດ ​ແລະ ອັນ​ດັບ 3 ຈຳປາ​ສັກ.
      ​ທ້າວ ນະ​ຕິ​ທອນ ຄຳ​ພາ​ວົງສາ ​ເປັນ​ນັກຮຽນ​ເກັ່ງ​ອັນ​ດັບ​ທີ 1 ວິຊາ​ເຄມີ​ສາດ ​ໃຫ້​ສຳພາດ​​ວ່າ: ນ້ອງ​ເອງ​ມີ​ຄວາມດີ​ໃຈ​ຫລາຍ​ທີ່​ໄດ້​ຮັບ​ລາງ​ວັນ​ອັນ​ດັບ 1 ໃນ​ປີ​ນີ້, ​ປັດຈຸບັນ​ນ້ອງ​ເອງ​ໄດ້​ສຶກ ສາ​ຢູ່​ໂຮງຮຽນ ມສ ວຽງ​ຈັນ ຫ້ອງ ​ມ 7/3 ອາ​ໄສ​ຢູ່​ຫໍ​ພັກ​ຂອງ​ໂຮງຮຽນ​ດັ່ງກ່າວ ​ເພາະ​ນ້ອງ​ເປັນ​ຕົວ​ແທນ​ນັກຮຽນ​ເກັ່ງ​ຂອງ​ແຂວງທີ່​ມາ​ຈາກ​ແຂວງ​ວຽງ​ຈັນ ທາງ​ໂຮງຮຽນ​ເລີຍ​ໄດ້​ສົ່ງ​ເຂົ້າ​ມາ​ຮຽນ​ຢູ່​ໂຮງຮຽນ ມສ ວຽງ​ຈັນ ລະດັບ​ການ​ຮຽນ​ນ້ອງ​ເອງ​ຄິດ​ວ່າ​ດີ​ຂຶ້ນ​ເລື້​ອຍໆ​ເຊັ່ນ: ສອບ​ເສັງ​ຂັ້ນ​ເມືອງ​ໄດ້​ອັນ​ດັບ 4, ຂັ້ນ​ນະ ຄອນ​ຫລວງ​ໄດ້​ອັນ​ດັບ 2 ແລະ ຂັ້ນ​ປະ​ເ​ທດ​ໄດ້​ອັນ​ດັບ 1, ກ່ອນ​ທີ່ນ້ອງ​ຈະ​ມາ​ເຖິງ​ຈຸດ​ນີ້​ໄດ້​ກໍ​ຍ້ອນ​ການ​ສະໜັບສະໜູນ​ຈາກ​ພໍ່​ແມ່​, ຄູ​-ອາ​ຈານ​ທີ່​ສິດສອນ​ນ້ອງ​ເຮັດ​ໃຫ້​ນ້ອງ​ມີ​ທຸກ​ມື້​ນີ້. ໃນ​ນີ້ວິທີ​ໃນ​ການ​ຄົ້ນຄວ້າຮຽນ​ຂອງ​ນ້ອງ​​ເອງ​ຕັ້ງ​ໃຈ​ຟັງ​ຄຳ​ຄູ-ອາ​ຈານ​ອະທິບາຍ, ​ແກ້​ບົດ​ເຝິກ​ຫັດ​, ຖາມ​ຄືນ​ເວລາ​ບໍ່​ເຂົ້າ​ໃຈ ​ແລະ​ຊອກ​ຮູ້​ຮ່ຳຮຽນ​ນຳ​ປື້​ມຕ່າງໆ​ຂອງ​ຕ່າງປະ​ເທດ​ນຳ​ອີກ ​​ໂດຍ​ສະ​ເພາະ​ວິຊາ​ເຄມີ​ສາດ ເພື່ອ​ຈະ​ເຮັດ​ໃຫ້​ຕົວ​ເອງ​ມີ​ຄວາມ​ພັດທະນາ​ຂຶ້ນ​ຕື່ມ.

No comments:

Post a Comment