Ad

Ad

28 April 2014

ສະພາບ​ການ​ຂົນ​ສົ່ງ​ໄມ້ຫວງ​ຫ້າມ​ມີ​ແຜ່​ຫລາຍ



     ​ເຈົ້າໜ້າ​ທີ່​ແຂວງ​ສະຫວັນ​ນະ​ເຂດ ​ໃຫ້​ຮູ້​ວ່າ: ​ໃນ​ວັນ​ທີ 23 ເມສາ​ນີ້, ຢູ່​​ເສັ້ນທາງ​ເລກ 13 ​ໃຕ້ ເຂດ​ບ້ານ​ໜອງ​ນົກຂຽນ ​ເມືອງ​ສອງ​ຄອນ ​ແຂວງ​ສະຫວັນ​ນະ​ເຂດ ​ໄດ້​ເກີດ​ອຸປະຕິ​ເຫດ​ລົດ​ຕູ້​ສະ​ຕາ​ແລ໋ກ ຂົນ​ໄມ້​ດູ່​ພິກ​ປີ້ນ ອັນ​ໄດ້​ເຮັດ​ໃຫ້​ຄົນ​ຂັບ​ຊື່​ທ້າວ ຕາ​ພານ ອາຍຸ 22 ປີ ຢູ່​ບ້ານ​ໂພນ​ສະອາດ ເມືອງ​ໄກສອນ ພົມວິຫານ ​ໄດ້​ຮັບ​ບາດ​ເຈັບ​ສາຫັດ ​ແລະ ຜ່ານ​ການ​ກວດກາ​ຂອງ​ເຈົ້າ ໜ້າ​ທີ່​ພາຍ​ໃນ​ລົດ​ຕູ້​ຄັນ​ດັ່ງກ່າວ​ມີ​ໄມ້​ດູ່​ໝາ​ປະມານ 20-30 ຊັງ​ຕີ​ແມັດ, ຍາວ 2-3 ​ແມັດ ຈຳນວນ 20 ຕັບ ​ໂດຍ​ເຈົ້າໜ້າ​ທີ່​ໄດ້​ຍຶດ​ໄມ້​ດັ່ງກ່າວ​ໄວ້ ​ເພື່ອ​ສືບສວນ​ຫາ​ທີ່​ມາ​ຂອງ​ໄມ້​ດັ່ງກ່າວ.
     ຂ່າວ​ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ​ໃນ​ມື້ດຽວ​ກັນ, ​ໄດ້​ມີ​ລົດ​ກະ​ບຸນ​ຮຸນ​ໄດ​ຂົນ​ໄມ້​ດູ່​ຈຳນວນ 10 ຕັບ ​ເສຍ​ຫລັກ​ພິກ​ປີ້ນລົງ​ຂ້າງ​ທາງ​ເຂດ​ເມືອງ​ປະທຸມ​ພອນ ​ແຂວງ​ຈຳປາ​ສັກ ສົ່ງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຄາທີ 1 ຄົນ ​ແລະ ບາດ​ເຈັບ​ສາຫັດ​ອີກ 3 ຄົນ.

No comments:

Post a Comment