Ad

Ad

30 April 2014

ຮອງນາຍົກ ອາຊາງ ລາວລີ, ເນັ້ນ​ໃຫ້​ຂະ​​ແໜງ ຖວທ ​ເອົາ​ໃຈ​ໃສ່​ແກ້ໄຂຂໍ້ຄົງຄ້າງໃນວຽກງານຂອງ​ຕົນ



  ໃນໂອກາດເຂົ້າຮ່ວມກອງປະຊຸມວຽກງານຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນວັນທີ 28 ເມສາຜ່ານມານີ້ ທ່ານຮອງນາຍົກນາຍົກລັດຖະມົນຕີ ອາຊາງ ລາວລີ, ໄດ້ຊີ້ ໃຫ້ເຫັນບາງຂໍ້ຄົງຄ້າງໃນວຽກງານ ຖວທ ໃນໄລຍະໜຶ່ງປີຜ່ານມາ ວ່າ: ວຽກງານ ຖວທ ແມ່ນວຽກງານສຳຄັນອັນໜຶ່ງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ເຊິ່ງ ໄດ້ເຮັດບົດບາດເປັນເຄື່ອງມື, ເປັນກະບອກສຽງທີ່ແຫຼມຄົມໃນການເຜີຍ ແຜ່ ແນວທາງນະໂຍບາຍຂອງພັກ-ລັດ, ເຮັດໜ້າທີ່ໂຄ ສະນາສຶກສາອົບຮົມນ້ຳໃຈຮັກຊາດ, ຮັກລະບອບໄໝ, ລະບອບປະຊາທິປະໄຕ ແລະ ສ້າງສະຕິຄົບລົບກົດໝາຍໃຫ້ແກ່ປະຊາ ຊົນ, ສົ່ງເສີມໃຫ້ປະຊາຊົນອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳອັນດີງານ ຂອງຊາດ ແລະ ຂອງບັນດາເຜົ່າ, ອັນ ໄດ້ກາຍເປັນທ່າແຮງບົ່ມຊ້ອນເພື່ອພັດທະນາການທ່ອງທ່ຽວຂອງປະເທດເຮົາ, ຕະຫຼອດຊຸມປີຜ່ານມາເຖິງວາສະພາບສາກົນ ມີການຜັນແປໄປຢ່າງໄວວາ ແລະ ສັບສົນ, ແຕ່ຂະແໜງ ຖວທ ກໍໄດ້ມີຄວາມ ພະຍາຍາມປະຕິບັດໜ້າທີ່ການເມືອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ຮັບຜົນສຳເລັດໃຫ້ຫຼາຍດ້ານ ເຊັ່ນ:
ດ້ານວັດທະນະທຳໄດ້ປະກອບສ່ວນສຳຄັນເຂົ້າໃນ ການໂຄສະນາເຜີຍແຜ່, ຊຸກຍູ້ ແລະ ຜັນຂະຫຍາຍແນວທາງນະໂຍບາຍ ຂອງພັກ-ລັດໃນແຕ່ລະໄລຍະ, ສື່ມວນຊົນລາວມີລັກ ສະນະຫ້າວຫັນ, ວ່ອງໄວຂຶ້ນກວ່າເກົ່າ, ຖັນແຖວພະນັກງານກໍໄດ້ຮັບ ການບຳລຸງຍົກລະດັບຂຶ້ນ, ພື້ນຖານ ວັດຖຸເຕັກນຶກກໍໄດ້ ຄ່ອຍໆຫັນໄປສູ່ທັນສະໄໝເທື່ອລະກ້າວ, ສາມາດສົ່ງຂໍ້ມູນຂ່າວສານ ຂອງຕົນສູ່ພາຍໃນ ແລະ ຕ່າງປະເທດໄດ້ ຢ່າງວ່ອງໄວ, ທັນການ, ເຮັດໃຫ້ມາດຕະຖານ ແລະ ຄຸນນະພາບ ຂອງສື່ໄດ້ຮັບການ ພັດທະນາຂຶ້ນເປັນກ້າວໆ, ວຽກງານວັດທະນະທຳ: ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານນີ້ຢ່າງເປັນຂະບວນກ້ວາງຂວາງກວ່າ ເກົ່າ, ຂະ ນົບທຳນຽມ ແລະ ປະເພນີຂອງຊາດໄດ້ຮັບ ການຟື້ນຟູ, ເສີມຂະຫຍາຍວຽກງານສີລະປະ, ວິຈິດຕະກຳ, ສີໄມ້ລາຍ ມື, ພອນສະຫວັນ ແລະ ຄວາ​ມສາ ມາດປະດິດຄິດແຕ່ງ ຂອງປະຊາຊົນກໍໄດ້ຮັບການຊຸກຍູ້ສົ່ງເສີມ, ຜະລິດຕະພັນດ້ານສີລະ ປະ ແລະ ວັດທະນະທຳນັບມື້ສົມບູນຂຶ້ນ ແລະ ໄດ້ຊຸກຍູ້ສົ່ງເສີມວຽກງານທ່ອງທ່ຽວຢ່າງກ້ວາງແຂວງເຮັດໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດມີຈຳນວນເພີ່ມຂຶ້ນໃນແຕ່ລະປີອົນໄດ້ສ້າງເງື່ອນໄຂໃຫ້ປະຊາຊົນມີວຽກເຮັດງານທຳ, ປະກອບ ສ່ວນໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ.
            ທ່ານ ຮອງນາຍົກກ່າວວ່າ: ຄຽງຄູ່ກັບຜົນງານ ແລະ ຈຸດດີທີ່ກ່າວມນັ້ນ, ຂະແໜງ ຖວທ ກໍຍັງມີຂໍ້ຄົງຄ້າງຈຳນວນ ໜຶ່ງທີ່ຈະ​ຕ້ອງ​ໄດ້​ສືບ​ຕໍ່​ແກ້​ໄຂ ຄື : ທີ່ຍາດຊີ້ໃຫ້ເຫັນດັ່ງນີ້ : ຄຸນນະພາບຂອງວຽກງານຖະແຫຼ່ງຂ່າວຍັງ​ເຮັດບໍ່​ໄດ້ດີ, ຕາມຄວນ ຮຽກຮ້ອງຂອງຍຸກສະໄໝ, ເປັນຕົ້ນແມ່ນດ້ານເຕັກນຶກ, ເນື້ອໃນ ແລະ ການດຶງດູດຄວາມສົນໃຈ, ການສະເໝີຂໍມູນ-ຂ່າວສານ ຍັງຈຳກັດ, ການສ່ອງແສງຄວາມເປັນຈຶ່ງທາງເສດຖະກິດ ແລະ ຊີ ວິດສັງຄົມບໍ່ທັນເລິກເຊິ່ງ, ການໂຄສະນາຕົວແບບ ແລະ ບົດ ຮຽນທີ່ເປັນປະໂຫຍດຕາມຄວາມເປັນຈິງຂອງສັງຄົມຍັງ ເຮັດໄດ້ໜ້ອຍ, ການປັບປຸງຍົກລະດັບພື້ນຖານວັດຖຸເຕັກນິກ ແລະ ການກໍ່ສ້າງຖັນແຖວພະນັກງານວິຊາການຍັງບໍ່ທັນສາມາດຕອບສະໜອງກັບການຂະຫຍາຍຕົວຂອງວຽກງານດັ່ງກ່າວ, ການ ປົກປ້ອງ ແລະ ຄຸ້ມຄອງກິດຈະກຳດ້ານວັດທະນະທຳລາວຍັງບໍ່ທົນເຮັດໄດ້ດີ, ເຮັດ ໃດ້ແບບການດຳລົງຊີວິດທີ່ຂັດ ກັບຮີດ ຄອງປະເພນີລາວຍັງແຜ່ຫຼາຍ, ເປັນຕົ້ນແມ່ນຖັນແຖວຊາວໜຸ່ມເຍົາວະຊົນຈຳນວນໜຶ່ງຍັງບໍ່ຮູ້ຈັກທຳນຽມປະເພນີ ແລະ ວັດ ທະນະທຳອັນດີງາມຂອງຊາດ, ຍັງນິດຍົມຊົມຊອບແບບແຜນການດຳລົງຊີວິດຂອງຊາດອື່ນ, ມີການເຄື່ອນໄຫວສວຍໃຊ້ ວັດ ທະນະທຳໃນທາງທຸລະກິດ ໂດຍບໍ່ຄຳນຶງເຖິງຄຸນຄ່າວັດທະນະທຳ  ແລະ ລະບຽບກົດໝາຍບ້ານເມືອງ, ວັດທະນະທຳພາຍ ນອກໄດ້ແຜ່ລາມເຂົ້າມາປະເທດເຮົານັບມື້ຫຼາຍຂຶ້ນ, ຊຶ່ງໄດ້ສົ່ງຜົນກະທົບຕໍ່ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມ, ຍັງໄປກວ່ານັ້ນວັດຖຸບູຮານທີ່ມີຄ່າຈຳນວນບໍ່ໜ້ອຍໄດ້ສູນເສຍໄປດ້ວຍຮູບການຕ່າງໆ, ວຽກງານທ່ອງທ່ຽວເຖິງວ່າ ເປັນທ່າແຮງໃນການພັດທະນາເສດຖະກິດ, ແຕ່ການພັດທະນາດ້ານນີ້ຍັງຈຳກັດຫຼາຍ, ການອະນຸລັກຮັກສາແຫຼ່ງທ່ອງທ່ຽວ ກໍຍັງບໍ່ທັນເຮັດໄດ້ດີເປັນຕົ້ນແມ່ນການບຸກທຸຳລາຍແຫຼ່ງທຳມະຊາດ, ປ່າໄມ້ຫ້ວຍນຳລຳທານ ແລະ ສັດສາວາສິ່ງທີ່ອຸດົມຮັ່ງມີ ໃນປະເທດຈົນຫຫລຸດໜ້ອຍລົງ, ເຖິງຢ່າງໃດກໍຕາມຕໍ່ຂໍ້ຄົງຄ້າງດັ່ງກ່າວຖ້າພວກເຮົາບໍ່ເອົາໃຈໃສ່ແກ້ໄຂຢ່າງຕັ້ງໜ້າ ແລະ ຖືກ ທິດແລ້ວແນ່ນອນກໍ່ຈະມີຜົນສະທ້ອນ ແລະ ເປັນອຸປະສັກກົດໜ່ວງ ຖ່ວງດຶງການພັດທະນາເສດຖະກິດສັງຄົມຢູ່ໃນປະເທດ ເຮົາ, ໂດຍສະເພາະວຽກງານ ຖວທ.

No comments:

Post a Comment