Ad

Ad

30 April 2014

ສະ​ເຫລີ​ມສະຫລອງ​ວັນກຳມະກອນ​ສາກົນ​ຄົບຮອບ 128 ປີ ໃຫ້ເປັນຂະບວນຟົດຟື້ນ



      ວັນ​ທີ 29 ເມສາ​ນີ້, ຢູ່​ສູນ​ກາງ​ສະຫະພັນ​ກຳມະບານ​ລາວ, ນະຄອນຫລວງ​ວຽງ​ຈັນ ທ່ານ ຄຳຫລ້າ ລໍລອນສີ ປະທານ ສະຫະພັນກຳມະບານລາວ ໄດ້​ຖະ​ແຫຼງຕໍ່ສື່ກ່ຽວກັບ​ການ​ສ້າງ​ຂະ​ບວນການ​ສະ​ເຫລີ​ມສະຫລອງ​ວັນ​ກຳມະກອນ​ສາກົນ​ຄົບ ຮອບ 128 ປີ ( ວັນ​ທີ 1/5/1886 - 1/5/2014) ວ່າ: ເພື່ອ​ເປັນ​ການ​ໂຄສະນາ ແລະ ສຶກສາ​ອົບ​ຮົມ​ໃຫ້​ແກ່​ພະນັກງານ, ລັດຖະ ກອນ, ສະມາຊິກ​ກຳມະບານ, ກຳມະກອນ ແລະ ຊາວ​ຜູ້​ອອກ​ແຮງ​ງານ​ບັນ​ດາ​ເຜົ່າ​ໄດ້​ຮັບ​ຮູ້​ ​ແລະ ​ເຂົ້າ​ໃຈ​​ເຖິງ​ມູນ​ເຊື້ອ​ທາດ​ແທ້  ປະຫວັດ​ຄວາມ​ເປັນ​ມາ​ຂອງ​ວັນ​ກຳມະກອນ​ສາ ກົນ,   ຜົນງານ​ການ​ເຄື່ອນໄຫວ​ຂອງ​ກຳມະກອນ​ລາວໃນ​ພາລະ ກິດ​ປະຕິວັດ​ຕໍ່ສູ້​ປົດ​ປ່ອຍ​ຊາດ ກໍ​ຄື​ການ​ປົກ​ປັກ​ຮັກສາ ​ແລະ ສ້າງ ສາ​ພັດທະນາ​ປະ​ເທດຊາດ, ການ​ເຕີບ​ໃຫຍ່​ຂະ​ຫຍາ​ຍຕົວ​ຂອງ​ຊົນ​ຊັ້ນ​ກຳ ມະກອນ​ທົ່ວ​ໂລກ; ​ສ້າງ​ຂະ​ບວນການ​ຕ່າງໆ​ໃຫ້​ຟົດ​ຟື້ນ​ ແລະ ນຶກ​ເຖິງ​ວັນ​ສຳຄັນ​ດັ່ງກ່າວ​ໃຫ້​ມີ​ຄວາມ​ໝາຍ ທັງ​ເປັນ​ການ​ປຸກລະ ດົມ​ໃຫ້​ສະມາຊິກ​ກຳມະບານ, ກຳມະກອນ​ຊາວ​ຜູ້​ອອກ​ແຮ​ງານ​ມີ​ຄວາ​ມ​ເບີກບານ​ມ່ວນ​ຊື່ນ​;​​ ​ແນ​ໃສ່​ຍົກ​ລະດັບ​ຄວາມ​ຮັບ​ຮູ້ ຄວາມ​ເຂົ້າ​ໃຈ​ຕໍ່​ວຽກງານ​ກຳມະບານ,  ​ໂດຍ​ສະ​ເພາະ​ກົດໝາຍ​ວ່າ​ດ້ວຍ​ກຳມະບານ​ລາວໃຫ້ມີ​ຄວາມ​ເຕີບ​ໃຫຍ່ເຂັ້ມ​​ແຂງ​ທາງ​ດ້ານ​ປະລິມານ ແລະ ຄຸນ​ນະພາ​ບ, ຮັບປະກັນ​ການ​ປະຕິບັດ​ພາລະ​
ບົດບາດ​ໜ້າ​ທີ່​ຂອງ​ຕົນ​ໃຫ້​ມີ​ປະສິດທິ​ຜົນ; ​ເສີມ​ຂະຫຍາຍ​ສິດ​ປະຊາທິປະ​ໄຕ, ​ເພີ່ມ​ທະວີ​ຄວາມ​ສາມັກຄີໃນ​ຖັນ​ແຖວ​ກຳມະກອນ​ຊາວ​ຜູ້​ອອກ​ແຮງ​ງານ​ບັນດາ​ເຜົ່າ​ໃຫ້​ເປັນ​ປຶກ​​ແຜ່ນ​ແໜ້ນໜາ, ​ເພື່ອ​ເປັນ​ກຳລັງ​ແຮງ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ.
         ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແມ່ນ​ໃຫ້ກຳມະບານ​ແຕ່ລະ​ຂັ້ນ​ຖື​ເອົາ​ໂອກາດ​ນີ້​ ສະຫລຸບ​ຕີ​ລາຄາ​ຄືນດ້ານ​ດີ, ດ້ານ​ອ່ອນ, ຂໍ້ຄົງ ຄ້າງ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ຕົນ​ໃນ 1 ປີຜ່ານມາ ພ້ອມ​ທັງ​ກຳນົດ​​ແຜນການ​ໃນ​ປີ ຕໍ່ໜ້າ. ສະຫະພັນ​ກຳມະບານ​ແຂວງ, ນະຄອນຫລວງ, ກະຊວງ, ອົງການ ແລະ ກຳມະບານ​ຮາກ​ຖານ​ອ້ອມ​ຂ້າງ​ສູນ​ກາງທີ່​ມີ​ເງື່ອນ​ໄຂ​ໃຫ້​ພ້ອມ​ກັນ​ຈັດ​ຕັ້ງ​ປາ ຖະກະຖາ​​ເຫລົ່າ​ມູນ​ເຊື້ອ​ຄວາມ​ເປັນ​ມາ​ຂອງ​ວັນ​ກຳມະກອນ​ສາກົນ, ຈັດ​ກິດຈະກຳ​ຖາມ-ຕອບ ຄວາມ​ຮູ້​ຮອບ​ຕົວ​ກ່ຽວ​ກັບ​ວັນ​ດັ່ງກ່າວ, ກົດໝາຍ​​ແຮງ​ງານ,​​ ກົດໝາຍ​ວ່າ​ດ້ວຍ​ກຳມະບານ​ລາວ, ແຂ່ງຂັນ 2 ດີ 5 ເປັນ​ເຈົ້າ ຂອງ​ສະຫະພັນ​ກຳມະບານ​ລາວ, ຈັດ​ຕັ້ງ​ການ​ຍ່າງ​ເພື່ອ​ສຸຂະ​ພາບ, ຈັດ​​ວາງສະ​ແດງ​ຜະລິດ​ຕະພັນ​ສິນຄ້າ ​ແລະ ​ເຄື່ອນ​ໄຫວ​ວຽກ​ງານ​ກຳມະບານ​ລາວ ຈັດ​ຕັ້ງ​ການ​ແຂ່ງຂັນ​ກິລາ, ວັນນະຄະດີ​ທີ່​ມີ​ລັກສະນະ​ຊາດ, ລັກສະນະ​ມະຫາ​ຊົນ, ຈັດ​ຕັ້ງ​ການ​ແຂ່ງຂັນ​ສີມື​ແຮງ​ງານ​ຂຶ້ນ​ຕາມ​ເງື່ອນ​ໄຂ​ຕົວ​ຈິງ.

No comments:

Post a Comment