Ad

Ad

30 April 2014

ລັດ​ອາດ​ຈະ​ບໍ່​ເພີ່ມ​ດັດຊະນີ​ເງິນ​ເດືອນ​ໃນ​ສົກ​ປີ 2014-2015



     ​ໃນ​ໄລຍະ​ຜ່ານ​ມາ, ​ໄດ້​ມີ​ຫາງ​ສຽງ​ຈາກພະນັກງານ-ລັດຖະກອນ, ທະຫານ- ຕຳຫລວດຕະຫລອດ​ເຖິງ​ພະນັກງານ​ນັກຮົບ​ເສຍ​ອົງຄະໄດ້​ສະ​ແດງ​ຂໍ້​ຄິດ​ເຫັນ​ຢ່າງ​ຫລວງຫລາຍ​ຕໍ່​ກໍລະນີ​ການ​ຕັດ ຫລື ​ໂຈະ​ເງິນ​ອຸດ​ໜູນ​ເສດຖະກິດ (ຄ່າ​ຄອງ​ຊີບ) ​ແລະ ມີ​ຄວາມ​ປາຖະໜາ​ຢາກ​ໃຫ້​ລັດຖະບານ​ຄົ້ນຄວ້າ ​ແລະ ມີ​ນະ​ໂຍບາຍ​ຄິດ​ໄລ່​ຄືນ. ພ້ອມ​ນີ້ກໍ​ມີ​ການ​ຄາດ​ການ​ວ່າ: ​ເງິນ​ເດືອນ​ໃນ​ສົກ​ປີໜ້າ 2014-2015 ລັດ​ຈະ​ຄິດ​ໄລ່​ເພີ່ມ​ດັດຊະນີ​ເປັນ 9.300 ກີບ ຫລື ບໍ່ ?, ທັງ​ນີ້ກໍ​ເນື່ອງ​ຈາກ​ສະພາບ​ເສດ ຖະກິດ​ມີ​ການ​ເໜັງ​ຕີງ​ຢ່າງ​ຕໍ່​ເນື່ອງ ​ເຮັດ​ໃຫ້​ສິນຄ້າ, ຊີ້ນປາ- ອາຫານ​ຕ່າງໆ ຕະຫລອດ​ເຖິງ​ໄຟຟ້າ, ນ້ຳປະປາ​ນັບ​ມື້ສູງ​ຂຶ້ນ ອັນ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ຊີວິດ​ການ​ເປັນ​ຢູ່ຂອງ​ພະນັກງານ​ໃນ​ທຸກ​ຂົງ​ເຂດ, ​ແຕ່​ກໍ​ບໍ່​ທັນ​ມີ​ຄຳ​ຕອບ​ທີ່​ຈະ​ແຈ້ງ​ຕໍ່​ບັນຫາ​ເຫລົ່ານີ້​ເທື່ອ
ແລະ ​ໃນ​ໂອກາດ​ຖະ​ແຫລ​ງຜົນ ສຳ​ເລັດ​ຂອງ​ກອງ​ປະຊຸມ​ລັດຖະ ບານ​ກາງ​ສົກ​ປີ 2013-2014 ຂອງ​ທ່ານ​ນາງ ບຸນ​ເພັງ ມູນ​ໂພ​ໄຊ ລັດຖະມົນຕີ​ປະ ຈຳ​ຫ້ອງ​ວ່າການ​ລັດຖະບານທັງ​ເປັນ​ໂຄສົກ​ລັດຖະບານ ຈຶ່ງ​ໄດ້​ມີ​ການ​ຊີ້​ແຈງ​ບັນຫາ​ດັ່ງກ່າວ​ວ່າ: ສຳລັບ​ເງິນ​ເດືອນ ​ແລະ ​ເງິນ​ອຸດ​ໜູນ​ຂອງ​ພະນັກງານ​ໂດຍ​ສະ​ເພາະ​ເງິນ​ອຸດ​ໜູນ​ເສດຖະກິດ (ຄ່າ​ຄອງ​ຊີບ) ຈຳນວນ 760.000 ກີບ ​ໃນ​ສົກ​ປີ 2012-2013, ​ເມື່ອ​ສະພາບ​ດ້ານ​ການ​ເງິນ​ມີ​ຄວາມ​ຫຍຸ້ງຍາກຈຶ່ງ​ໄດ້​ໂຈະ​ໄວ້​ກ່ອນ, ​ແຕ່​ວ່າ​ປັດຈຸບັນ ລັດຖະບານ​ກໍ​ໄດ້​ມີ​ການ​ສືບຕໍ່​ຄົ້ນ ຄວ້າ​ເງິນ​ອຸດ​ໜູນ​ໃຫ້​ມີ​ຄວາມ​ເໝາະ​ສົມ ​ໂດຍ​ສຸມ​ໃສ່​ຄົ້ນຄວ້າ​ນະ​ໂຍບາຍ​ຕໍ່​ພະນັກງານ​ລັດຖະ ກອນ​ທີ່​ມີ​ເງິນ​ເດືອນ​ຕ່ຳລວມທັງ​ພະນັກ ງານ​ບຳນານ ​ແລະ ​ເສຍ​ອົງຄະ​ສາກ່ອນ. ຢ່າງ​ໃດ​ກໍ​ຕາມ, ​ໃນ​ກອງ​ປະຊຸມ​ຄັ້ງນີ້ ກໍ​ໄດ້​ມີ​ການ​ຊີ້ນຳ​ຕື່ມ​ອີກ​ໃຫ້​ພາກສ່ວນ​ກ່ຽວ ຂ້ອງ​ຄົ້ນຄວ້າ​ກ່ຽວ​ກັບ​ນະ​ໂຍ ບາຍ​ດັ່ງກ່າວ ​ເພື່ອ​ສະ​ເໜີ​ຕໍ່​ລັດ ຖະບານ, ສ່ວນ​ເງິນ​ເດືອນ​ຂອງ​ພະນັກງານ​ໃນ​ສົກ​ປີຜ່ານມາ ກໍ​ໄດ້​ຄິດ​ໄລ່​ເພີ່ມ​ຈາກ 4.800 ກີບ ເປັນ 6.700 ກີບ​ຕໍ່​ດັດຊະນີ, ສ່ວນ​ການ​ຄິດ​ໄລ່​ໃນ​ສົກ​ໜ້າ​ທີ່​ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ເປັນ 9.300 ກີບ​ຕໍ່​ດັດຊະນີ​ນັ້ນ ກໍ​ອີງ​ໃສ່​ຄວາມ​ສາມາດ​ຕົວ​ຈິງ​ຂອງ​ການ​ເກັບ​ລາຍ​ຮັບ ແລະ ຄວາມ​ສາມາດ​ທາງ​ດ້ານ​ການ​ເງິນ. ລັດຖະບານ​ຍາມ​ໃດ​ກໍ​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຕໍ່​ຊີວິດ​ການ​ເປັນ​ຢູ່ຂອງ​ພະນັກງານ​ລັດ ຖະກອນ ​ໂດຍ​ສະ​ເພາະ​ໃນ​ເງື່ອນ​ໄຂ​ທີ່​ມີຄ່າ​ຄອງ​ຊີບ​ສູງ, ​ແຕ່​ວ່າ​ໃນ​ສະພາບ​ເສດຖະກິດ​ມີ​ຄວາມ​ຫຍຸ້ງຍາກລັດຖະບານ​ຈະ​ໄດ້​ປະຕິບັດ​ໃນ​ລະດັບ 6.700 ກີບ​ຕໍ່​ດັດຊະນີ​ໄປ​ກ່ອນ ຈົນ​ກວ່າ​ຈະ​ມີ​ເງື່ອນ​ໄຂ​ທີ່​ຈະ​ສາມາດ​ຍົກ​ຂຶ້ນ​ໄດ້​ຕາມ​ແຜນການ​ທີ່​ກະຊວງ​ພາຍ​ໃນ​ໄດ້​ສະ​ເໜີ.

No comments:

Post a Comment