Ad

Ad

1 April 2014

ເພີ່ມ​ທະວີ​ຄວາມ​ປອດ​ໄພ​ໃຫ້​ນັກ​ທ່ອງ​ທ່ຽວ



    ໃນໄລຍະສົງການປີໃໝ່ລາວ ນີ້, ຕຳຫລວດ​ທ່ອງ​ທ່ຽວ​ລາວ​ຈະ​ເພີ່ມ​​ກຳລັງ​ເຂົ້າ​ໃນ​ການ​ຕິດຕາມ ແລະ ຄຸ້ມ​ຄອງ​ນັກ​ທ່ອງ​ທ່ຽວ​ໃຫ້​ມີ​ຄວາມ​ປອດ​ໄພ​ຫລາຍ​ຂຶ້ນກວ່າ​ເກົ່າ, ຫລັງ​ຈາກ​ປີຜ່ານມາມີ​ນັກ​ທ່ອງ​ທ່ຽວ​ຖືກ​ຊີງ​ຊັບ 100 ກວ່າ​ຄົນ.
     ​ໃນ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​​ຄຸ້ມ​ຄອງ​ການທ່ອງທ່ຽວປະ ຈຳ​ປີ 2013 ​ແລະ ທິດ​ທາງ 2014 ຂອງ​ກົມ​ຕຳຫລວດ​ທ່ອງ​ທ່ຽວ ກົມ​ໃຫຍ່​ສັນຕິ​ບານ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໃຫ້​ຮູ້​ວ່າ: ​ປີ 2013 ມີ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເຂົ້າມາຜ່ານລາວ ໂດຍກົງ​ປະມານ 1 ​ແສນ​ກວ່າ​ຄົນ, ມີ 45 ສັນຊາດ, ຫລາຍ​ກວ່າ​ໝູ່​ແມ່ນ​​ໄທ ​ແລະ ​ເກົາຫລີ,​ໃນ​ນັ້ນ ມີ​ນັກ​ທ່ອງ​ທ່ຽວ 126 ຄົນ ຖືກກຸ່ມຄົນບໍ່ດີຊິງ ຊັບດ້ວຍການ​ດຶງ​ກະ​ເປົາຕາມ​ສະ ຖານ​ທີ່​ທ່ອງ​ທ່ຽວ​ຕ່າງໆ ​ແລະ ເຈົ້າໜ້າ​ທີ່​ສາມາດ​ແກ້​ໄຂ, ​ເກັບ​ກູ້​ຂອງ​ກາງ ​ແລະ ຊັບ​ສິນ​ຄືນ​ມາ​ໄດ້​ຈຳນວນ​ໜຶ່ງ. ແຕ່ແນວ​ໃດ​ກໍ​ຕາມ,​ເພື່ອ​ໃຫ້​ບັນຫາ​ຫຍໍ້​ທໍ້​ໃນ​ຂະ​ແໜງ​ທ່ອງ​ທ່ຽວ​ຫລຸດ​ລົງ ພ້ອມ​ທັງ​ສ້າງ​ຄວາມ​ປອດ​ໄພ ​ແລະ ​ເຊື່ອ​ໝັ້ນ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ເຂົ້າມາ​ທ່ຽວລາວ​ເພີ່ມ​ຂຶ້ນນັ້ນ ຈະ​ຕ້ອງ​ສຸມ​ໃສ່​ຕິດຕາມ, ​ເກັບ​ກຳ​ຂໍ້​ມູນ- ຂ່າວສານ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ຄົນ​ບໍ່​ດີພ້ອມ​ທັງ​ວາງ​ມາດ​ຕະການ ​ແລະ ກຳລັງ​ຮັກສາ​ຄວາມ​ປອດ​​ໄພ​​ຢູ່​ຕາມ​ສະຖານ​ທີ່​ທ່ອງ​ທ່ຽວ​ຕ່າງໆໃນທົ່ວ​ປະ​ເທດ​ໃຫ້​ດີກ​ວ່າ​ເກົ່າ.

No comments:

Post a Comment