Ad

Ad

1 April 2014

ການສືບສວນເຫດໄຟໄໝ້ຕະຫຼາດທົ່ງຂັນຄຳຍັງບໍ່ຄືບໜ້າ



       ການຄົ້ນຫາສາເຫດໄຟໄໝ້ຕະຫຼາດທົ່ງຂັນຄຳຂອງເຈົ້າໜ້າທີ່ຍັງບໍ່ມີຜົນຄືບໜ້າ, ພຽງແຕ່ວ່າກຳລັງເລັ່ງດຳເນີນການສືບ ສວນ-ສອບສວນຫາສາເຫດຂອງມັນຢູ່ ແລະ ຄາດວ່າຈະຮູ້ໄດ້ໄວໆ ນີ້ວ່າເປັນຍ້ອນຫຍັງ.
         ທ່ານ ພັນຕີພອນເທບບຸນປະສິດວ່າການຫົວໜ້າກອງຄະດີກວດກາ ອັກຄີໄພ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍຫຼັງເກີດເຫດການອັກຄີໄພດັ່ງກ່າວທາງ ເຈົ້າ ໜ້າທີ່ກໍໄດ້ຕັ້ງໜ່ວຍງານສະເພາະກິດເພື່ອສືບສວນ-ສອບສວນ ແລະ ໄດ້ປະສານ ສົມທົບກັບຫຼາຍພາກສ່ວນ. ແຕ່ຍັງເຫັນວ່າການສືບສວນພົບກັບຄວາມຫຍຸ້ງຍາກຫຼາຍເນື່ອງຈາກບໍ່ສາມາດຄົ້ນຫາຫຼັກຖານ ວັດຖຸ ແລະ ບຸກຄົນທີ່ຢັ້ງຢືນວ່າເກີດໄຟໄໝ້ຍ້ອນຫຍັງ, ມີພຽງສອບສວນຜູ້ທີ່ເຫັນໄຟລຸກໄໝ້ວ່າເກີດຈາກຈຸດຂາຍເຄື່ອງກອງ ບຸນ, ເຊິ່ງເຈົ້າໜ້າທີ່ໄດ້ຕັ້ງໄວ້ສອງປະເດັນຄື: ເກີດຈາກໄຟຟ້າລັດວົງຈອນ ແລະ ການໃຊ້ຟືນໄຟປະໝາດຂາດຄວາມຮັບຜິດ
ຊອບຂອງຕົວບຸກຄົນ ແລະ ເນື່ອງຈາກວ່າຕະຫຼາດດັ່ງກ່າວແມ່ນເກົ່າແກ່ ແລະ ບໍ່ຮັບປະກັນທາງດ້ານລະບົບຟືນໄຟຈຶ່ງຄາດ ວ່າອາດຍ້ອນໄຟຟ້າລັດວົງຈອນຫຼາຍກ່ວາເນື່ອງຈາກສະພາບອາກາດຮ້ອນອົບເອົ້າພາໃຫ້ເກີດອັກຄີໄພໄດ້ງ່າຍ.
        ເຈົ້າໜ້າທີ່ ກ່າວວ່າ: ການເກີດອັກຄີໄພດັ່ງກ່າວນີ້ອາດຈະ ຕ້ອງໃຊ້ເວລາສືບສວນ-ສອບສວນນານສົມຄວນ ແລະ ຈະຕ້ອງໄດ້ອາໄສໜ່ວຍງານສືບຂ່າວ, ກົມຕຳຫຼວດມອດໄຟ, ກົມນິຕິວິທະຍາເພື່ອທີ່ຈະສາມາດສະຫຼຸບສາເຫດໄດ້ຢ່າງຊັດ ເຈນ.

No comments:

Post a Comment