Ad

Ad

1 April 2014

ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ລົງກວດກາໂຄງການພັດທະນາຢູ່ນະຄອນຫລວງວຽງຈັນ



           ໃນວັນທີ 31 ມີນາ 2014 ນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາ ຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດ, ປະທານຄະນະກໍາມະການແຫ່ງ ຊາດລາວເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ສະເພາະ (ຄຂ ພສ), ແລະ ພາກ ສ່ວນທີ່ກ່ຽວຂ້ອງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການພັດທະນາພື້ນຖານ ໂຄງລ່າງການລົງທຶນຢູ່ນະຄອນຫລວງວຽງຈັນ ຄື ໂຄງການກໍ່ສ້າງສູນການຄ້າວຽງ ຈັນເຊັນເຕີໜອງຈັນ ແລະ ເຂດເສດຖະກິດສະເພາະເຂດພັດທະນາກວມລວມ ໄຊເຊດຖາ.
          ການລົງຢ້ຽມຢາມຄັ້ງນີ້ ເພື່ອຕິດຕາມ ແລະ ຮັບຟັງການລາຍງານຄວາມຄືບໜ້າຂອງການພັດທະນາຂອງແຕ່ລະເຂດ ເສດຖະກິດເປັນຕົ້ນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດ, ແຜນການພັດທະນາແຕ່ລະໄລຍະເພື່ອຊອກຫາ ວິທີສົ່ງເສີມ ແລະ ແກ້ໄຂຮ່ວມກັນ, ເຊິ່ງມາເຖິງປັດຈຸບັນເຂດຕ່າງໆໄດ້ມີການພັດທະນາຄື: ເຂດພັດທະນາກວມລວມໄຊ
ເຊດຖາແມ່ນເຂດໜຶ່ງທີ່ຕັ້ງຢູ່ໃນນະຄອນຫລວງວຽງຈັນໂດຍໄດ້ຮັບການຍົກລະດັບຈາກເຂດສຳປະທານທົ່ວໄປເປັນເຂດເສດ ຖະກິດສະ ເພາະໃນວັນທີ 17/8/2011 ຊຶ່ງເປັນການຮ່ວມທຶນລະຫວ່າງນະຄອນຫລວງວຽງຈັນຕາງໜ້າໃຫ້ລັດຖະບານລາວ ແລະ ບໍລິສັດ ລົງທຶນພັດທະນາຕ່າງປະເທດ ແຂວງຢຸນນານ ຈຳກັດ ຕາງໜ້າ ລັດຖະບານ ສປ ຈີນ ໃນມູນຄ່າ ການລົງທຶນ 128 ລ້ານໂດລາສະຫະລັດເພື່ອສ້າງເຂດດັ່ງກ່າວ ຊຶ່ງ ມີເນື້ອທີ່ປະມານ 1.000 ເຮັກຕາ ໃຫ້ກາຍເປັນເຂດອຸດສາຫະກຳປຸງ ແຕ່ງກະສິກຳ ແລະ ອຸດສາຫະກຳເພື່ອສົ່ງອອກ, ເຂດການ ຄ້າ ແລະ ການບໍລິການທີ່ທັນສະ  ໄໝຢູ່ນະຄອນຫລວງວຽງຈັນ. ປັດຈຸບັນໄດ້ສຳເລັດການກໍ່ສ້າງເສັ້ນທາງເບີ 01 ເປັນເສັ້ນທາງ ເຊື່ອມຕໍ່ລະຫວ່າງເສັ້ນທາງໂຄກສະອາດ (ທາງເລກ 03) ຫາ ເຂດພັດທະນາກວມລວມໄຊເຊດຖາ ມີມູນຄ່າການກໍ່ສ້າງ 6,5 ລ້ານໂດລາສະຫະລັດ; ສຳເລັດການກໍ່ສ້າງປະຕູໂຂງເຂົ້າເຂດ ດັ່ງກ່າວ ມູນຄ່າ 677.000 ໂດລາສະຫະລັດ; ກໍ່ສ້າງອາຄານຄະນະບໍລິຫານເຂດ, ອາຄານບໍລິສັດຮ່ວມທຶນລາວຈີນ ຈຳກັດ ແລະ ຫໍວາງສະແດງຮູບພາບຈຳລອງເຂດ ລວມມູນຄ່າທັງໝົດ 1,7 ລ້ານກວ່າ ໂດລາສະຫະລັດ; ກໍ່ສ້າງ ເສັ້ນທາງພາຍໃນເຂດ 02 ເສັ້ນ ມີຄວາມຍາວ 1.400 ແມັດ ແລະ ບຸກເບີກຖົມດິນໃຫ້ 03 ບໍລິສັດທີ່ເຂົ້າມາລົງທຶນມູນຄ່າ 3 ແສນ ໂດລາ; ກໍ່ສ້າງ ຕາຄ່າຍໄຟຟ້າເຂົ້າ ເຂດມູນຄ່າ 88 ພັນໂດລາສະຫະລັດ, ການກໍ່ສ້າງໂຮງງານຫົວອາຫານຂອງບໍລິສັດຄວາມ ຫວັງໃໝ່ມູນຄ່າ 4 ລ້ານ ໂດລາ, ປັດຈຸບັນສຳເລັດ 95% ແລະ ສືບຕໍ່ສົມທົບຮ່ວມກັບພາກສ່ວນທີ່ກ່ຽວຂ້ອງສຸມໃສ່ຊົດເຊີຍເວນຄືນທີ່ດິນໃຫ້ ແກ່ເຈົ້າຂອງສິດໃຊ້ ແລະ ສິດນຳໃຊ້ຈຳນວນໜຶ່ງທີ່ຍັງເຫລືອ.
         ສ່ວນໂຄງການ “ວຽງຈັນ ເຊັນເຕີ” ແມ່ນບໍລິສັດລົງທຶນ ຕ່າງປະເທດແຂວງຢຸນນານ ຈໍາ ກັດ ແລະ ບໍລິສັດ ກຣິດຕະພົງ ກຣຸບ ຈໍາກັດ (ປະເທດລາວ) ຮ່ວມກັນສ້າງບໍລິສັດ ພັດທະນາສູນເສດຖະກິດການຄ້າຄົບວົງ ຈອນຫນອງຈັນຕອນເຫນືອຈໍາ ກັດເປັນຜູ້ດໍາເນີນພັດທະນາໂຄງການ, ແລະ ມີບໍລິສັດທີ່ປຶກສາດ້ານການອອກແບບສິງກະ ໂປເປັນຜູ້ຮັບຜິດຊອບໃນການສ້າງ ແຜນຜັງ ແລະ ອອກແບບ. ໂຄງການນີ້ຈະນໍາເອົາບົດຮຽນສາກົນ ແລະ ຮູບແບບການດໍາເນີນທຸລະກິດລະດັບສາກົນເຂົ້າຢູ່ໃນ ການພັດທະນານະຄອນຫຼວງ ວຽງຈັນ. ໂຄງການນີ້ທັງເປັນໂຄງການການຮ່ວມມືລະຫວ່າງ ແຂວງຢຸນນານ ແລະ ນະຄອນ ຫຼວງວຽງຈັນ, ສະນັ້ນ ໂຄງການ “ວຽງຈັນເຊັນເຕີ” ໄດ້ຖືເປັນໂຄງການອັນສໍາຄັນຈາກອໍານາດການປົກຄອງນະຄອນຫລວງ ວຽງຈັນ ແລະ ແຂວງຢຸນນານ ຢ່າງສູງສຸດ. ຄວາມຄືບໜ້າຂອງການກໍ່ສ້າງໃນປັດຈຸບັນ, ແມ່ນໄດ້ສຳເລັດໂຄງຮ່າງການ ກໍ່ສ້າງໄລ ຍະທີ່ 1 ເປັນທີ່ຮຽບຮ້ອຍແລ້ວ ແລະ ຈະເປີດບໍລິການຢ່າງເປັນ ທາງການໃນເດືອນທັນວາ ປີ 2014 ທີ່ຈະມາເຖິງນີ້. ໂຄງການ “ວຽງຈັນເຊັນເຕີ” ແມ່ນໂຄງ ການຕົວເມືອງຄົບວົງຈອນແຫ່ງທຳອິດຂອງນະຄອນຫລວງວຽງຈັນ. ຮູບແບບການຈັດສັນມີ: ຫ້າງສັບພະສິນຄ້າຄົບວົງຈອນ, ໂຮງຮູບເງົາ, ຫ້ອງການ, ໂຮງ ແຮມ, ສະໂມສອນ, ອາພາດເມັນ ແລະ ກິດຈະການອື່ນໆ.  ຊຶ່ງໄດ້ ແບ່ງອອກເປັນ 3 ໄລຍະການກໍ່ ສ້າງຄື: ໄລຍະທີ 1 ໄດ້ມີແຜນ ການພັດທະນາຫ້າງຊັບພະສິນ ຄ້າ ແລະ ຕຶກອາຄານ; ໄລຍະທີ 2 ມີແຜ່ນການພັດທະນາ ໂຮງແຮມ ແລະ ສະໂມສອນພົບປະ; ໄລຍະ ທີ 3 ແມ່ນແຜ່ນການພັດ ທະນາຕຶກອາ ພັດເມັນ. ເນື້ອທີ່ໂຄງການ ທັງຫມົດມີ 5,3 ເຮັກຕາ ໃນນີ້ເຂດ ການກໍ່ສ້າງຂອງໂຄງການມີ 120.000 ກວ່າຕາ ແມັດ (ໜ້າພື້ນ ດິນ 90.966 ຕາແມັດ, ພື້ນດິນມີ 30.852 ຕາແມັດ), ເນື້ອທີ່ດຳເນີນ ທຸລະກິດມີ 36,67 ຕາແມັດ, ບ່ອນຈອດລົດທັງໝົດ ມີ 902 ຄັນ,  ເນື້ອທີ່ກໍ່ສ້າງທັງໝົດຂອງໄລຍະທຳອິດມີ 61.370 ຕາແມັດ.

No comments:

Post a Comment