Ad

Ad

2 April 2014

ປະກາດ​ຫາ​ຍາດ​ຜູ້​ເສຍ​ຊີວິດ​ຢູ່​ຄອງ​ນ້ຳຫລັງ​ສູນ​ການ​ຄ້າລາວ-​ໄອ​ເຕັກ



    ​ເຈົ້າໜ້າ​ທີ່​ສືບສວນ-ສອບ​ສວນ​ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ໃນ​ຕອນຄ່ຳວັນ​ທີ 28 ມີນາ​ຜ່ານ​ມານີ້ ໂດຍ​ໄດ້​ຮັບ​ແຈ້ງ​ຈາກ​ພົນລະ​ເມືອງ​ວ່າ​ມີ​ສົບ​ຜູ້​ຊາຍ​ຟູ​ຢູ່​ຄອງ​ນ້ຳດ້ານ​ຫລັງ​ສູນ​ການ​ຄ້າລາວ-​ໄອ​ເຕັກ ​ເມືອງ​ໄຊ​ເສດ​ຖາ ນະຄອນຫລວງ​ວຽງ​ຈັນ ​ແລະ ຜ່ານ​ການ​ລົງໄປພິສູດ​ຊາກ​ສົບ​ດັ່ງກ່າວ ຜູ້​ເສຍ​ຊີວິດ​ມີ​ອາຍຸ​ປະມານ 20-24 ປີ, ສູງ 1,68 ​ແມັດ, ຜົມ​ດຳ, ​ໃສ່​ເສື້ອຢືດ ສີດຳ, ນຸ່ງ​ໂສ້ງ​ຂາ​ຍາວ​ສີດຳ ບໍ່​ຮູ້​ວ່າ​ແມ່ນ​ໃຜ​ມາ​ຈາກ​ໃສ ​ເພາະ​ບໍ່​ມີ​ຫລັກ​ຖານ ຫລື ​ເອກະສານ​ໃດໆ​ຕິດ​ຕົວ ​ແລະ ບໍ່​ພົບ​ຮ່ອງຮອຍ​ບາດ​ແຜ​ໃດໆຄາດ​ວ່າ​ເສຍ​ຊີວິດ​ມາ​ໄດ້​ປະມານ 3-4 ວັນ. ປັດຈຸບັນ ສົບ​ຢູ່​ໃນ​ການ​ເກັບ​ຮັກສາ​ຂອ​ງ​ເຈົ້າໜ້າ​ທີ່​ສືບສວນ, ຖ້າ​ຫາກ​ແມ່ນຍາດ​ພີ່ນ້ອງ​ຂອງ​ໃຜ​ກໍ​ໃຫ້​ມາ​ພົວພັນ​ນຳ​ເຈົ້າໜ້າ​ທີ່​ສືບສວນ-ສອບ​ສວນ​ນະຄອນຫລວງ​ວຽງ​ຈັນ ​ເພື່ອ​ສັນ​ນະ​ສູດ​ຫາ​ສາ​ເຫດ​ຂອງ​ການ​ເສຍ​ຊີວິດ.

No comments:

Post a Comment