Ad

Ad

2 April 2014

ບັນຫາປ້າຍ​



​ໂດຍ: ໝີ​ດຳ
      ບັນຫາ​ປ້າຍ​ເປັນ​ເລື່ອງ​ເກົ່າ​ແຕ່​ເອົາ​ມາ​ເວົ້າ​ໃໝ່ ​ເຊິ່ງ​ເຫັນ​ເຕັມ​ໄປ​ຕາມ​ຕົ້ນ​ໄມ້, ​ເສົາ​ໄຟຟ້າ, ຮົ້ວຮາວ​ຊາວບ້ານ, ສວນສາທາ ລະນະ, ​ເຂດ​ຊຸມ​ຊົນ, ທາງ​ແຍກ, ຕາມ​ໜ້າ​ຮ້ານ​ອື່ນໆ ບ່ອນ​ໃດ​ກໍ​ຍັງ​ມີ, ​ແຕ່​ນັ້ນກໍ​ເປັນ​ເລື່ອງ​ທີ່​ບໍ່ດີ ເພາະ​ນອກຈາກ​ຈະ​ເປັນ​ການ​ຮົກ​ເຮື້ອ​ແລ້ວ ບາງ​ອັນ​ຍັງ​ປິດ​ບັງ​ການ​ສັນຈອນ​ກໍ​ມີອາດ​ເຮັດ​ໃຫ້​ເກີດ​ອຸປະຕິ​ເຫດ​ໄດ້​ງ່າຍ, ​ແຕ່​ຖ້າ​ເບິ່ງ​ໄປ​ຢ່າງ​ໜຶ່ງ​ກໍ​ບໍ່​ຄ່ອຍ​ງົດ​ງາມ​ປານ​ໃດ.
     ການ​ຕິດ​ປ້າຍ​ສ່ວນ​ໃຫຍ່​ເປັນ​ການ​ໂຄສະນາ​ສິນຄ້າ, ການ​ຊື້- ຂາຍ​ສິ່ງ​ຂອງ, ການ​ໂອນ​ກຳມະສິດ​ທີ່​ດິນ, ການ​ບໍລິການ, ການສະ​ແດງ​ສິລະ​ປະ, ການ​ກິລາ... ແຕ່​ແນວ​ໃດ​ກໍ​ຂໍ​ໃຫ້​ເປັນ​​ໄປ​ຕາມ​ລະບຽບ​ຂອງ​ອົງການ​ຄຸ້ມ​ຄອງ​ຈະ​ດີກ​ວ່າ ​ແລະ ປັດຈຸບັນ​ກໍ​ບໍ່​ຮູ້​ວ່າການ​ຕິດ​ປ້າຍ​ໂຄສະນາ​ດັ່ງ ກ່າວ​ໄດ້​ຮັບ​ອະນຸຍາດ​ຈາກ​ທາງ​ການ ຫລື ຍັງ, ມີ​ບາງ​ປ້າຍ​ໂຄສະ ນາ ຫລື ປ້າຍ​ຮ້ານ​ບາງ​ບ່ອນ ຍັງ​ຂຽນ​ເປັນ​ພາສາ​ຕ່າງປະ​ເທດ​ລ້ວນໆ ​ແລະ ບາງ​ຮ້ານ​ກໍ​ຂຽນ​ເປັນ​ພາສາ​ລາວ​ນ້ອຍ​ກວ່າ ຫລື ຢູ່​ລຸ່ມ​ໂຕ​ໜັງສື​ຕ່າງປະ​ເທດ ທັງໆ​ທີ່​ນີ້​ເປັນ​ປະ​ເທດ​ລາວ. ພ້ອມ​ນີ້ ຍັງ​ມີ​ບາງ​ປ້າຍ​ໂຄສະນາ​ຂຽນ​ຜິດ​ພາ ສາ​ລາວ​ກໍ​ມີ, ປ້າຍ​ເທິງ​ຖະໜົນ​ຄວນ​ໃຫ້​ຄວາມ​ສຳຄັນ​ຕໍ່​ປ້າຍ​ໂຄສະນາ​ລະດັບ​ຊາດ ຄື​ກອງ​ປະຊຸມ​ໃຫຍ່​ລະດັບ​ສູນ​ກາງ, ກອງ​ປະຊຸມ​ສາກົນ​ທີ່​ລາວ​ເປັນ​ເຈົ້າພາບ ຫລື ວັນ​ສຳຄັນ​ຂອງ​ຊາດ, ຂອງ​ພັກ, ປ້າຍ​ຕ້ອນຮັບ​ແຂກ​ຂັ້ນສູງ​ຂອງ​ຊາດ... ​ໃນ​ຜ່ານ​ມາ​ເຫັນ​ວ່າ​ຍັງ​ມີ​ຮອດ​ປ້າຍ​ໂຄສະນາ​ສິນຄ້າ, ການ​ເປີດ​ຕົວ​ຜະ ລິດ​ຕະພັນ​ໃໝ່ ຫລື ອື່ນໆ​ ທີ່​ບໍ່​ແມ່ນ​ລະດັບ​ຊາດອັນ​ນີ້ກໍ​ຄວນ​ພິຈາລະນາ​ວ່າ​ຈະ​ແກ້​ໄຂ​ແນວ​ໃດ.

     ອີກ​ບັນຫາ​ໜຶ່ງ​ແມ່ນ​ປ້າຍ​ຢູ່​ຕາມ​ທ້ອງ​ຖິ່ນ​ເອົາ​ແຕ່​ຊິ​ຂຽນ, ບາງ​ບ່ອນ​ກໍ​ເປັນ​ພາສາ​ລາວ​ກັບ​ພາສາ​ຝຣັ່ງ, ພາສາ​ລາວ​ກັບ​ພາສາ​ອັງກິດ ຫລື ພາສາ​ອື່ນໆ​ຢ່າງ​ສັບສົນ, ບາງ​ປ້າຍ​ຂຽນ​ບອກ​ທາງ “ຮ່ອມ ຫລື ຊອຍ” ຈັກ​ຊິ​ເອົາ​ອັນ​ໃດ​ຈຶ່ງ​ຖືກ, ​ແຕ່​ແນວ​ໃດ​ກໍ​ຢາກ​ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ​ໃນ​ການ​ນຳ​ໃຊ້​ພາສາ​ລາວ​ໃຫ້​ຖືກຕ້ອງ. ດັ່ງນັ້ນ ຈຶ່ງ​ຂໍ​ນຳ​ສະ​ເໜີ​ໄປ​ຍັງ​ພາກສ່ວນ​ກ່ຽວຂ້ອງ ຈະ​ຕ້ອງ​ມີ​ການ​ກວດກາ​ຄັກ​ແນ່ ​ເພື່ອ​ເຮັດ​ແນວ​ໃດ​ໃຫ້​ປ້າຍ​ໂຄສະນາ​ຢູ່​ບ້ານ​ເຮົາ​ຖືກຕ້ອງ​ກັບ​ລະບຽບ​ຫລັກການ.

No comments:

Post a Comment