Ad

Ad

22 April 2014

ລາຄາ​ສິນຄ້າ​ມີ​ການ​ເໜັງ​ຕີງ​ແກ່ຍາວ ​ແລະ ຍັງ​ແກ້​ໄຂ​ບໍ່​ຕົກ



     ຄື​ດັ່ງ​ທີ່​ຮູ້​ແລ້ວ​ວ່າ: ພໍ​ຕົກ​ມາ​ເຖິງ​ວັນ​ບຸນ​ສຳຄັນ​ຕ່າງໆ​ຂອງ​ຊາດ ຜູ້​ປະກອບ​ການ​ຊື້ຂາຍ​ຕາມ​ທ້ອງ​ຕະຫລາດ​ມັກ​ສວຍ​ໂອກາດ​ຂຶ້ນລາຄາ​ສິນຄ້າ​ຕາມ​ລຳພັງ​ໃຈ, ເຖິງ​ວ່າ​ພາກສ່ວນ​ກ່ຽວຂ້ອງ​ໄດ້​ວາງ​ຂໍ້​ກຳນົດ​ກົດ​ລະບຽບ​ໃນ​ການ​ຄຸ້ມ​ຄອງ​ລາຄາ, ​ແຕ່​ວ່າ​ຊາວ​ຄ້າຂາຍ​ບໍ່​ຍອມ​ປະຕິບັດ​ຕາມມັນສະ​ແດງ​ອອກ​ໃຫ້​ເຫັນ​ໃນ​ລະຫວ່າງ​ບຸນ​ກຸດ​ສົງການ​ປີ​ໃໝ່​ລາວ ​ເຊິ່ງຫາ​ກໍ​ຜ່ານ​ພົ້ນ​ໄປ​ບໍ່​ເທົ່າ​ໃດ​ວັນ​ຜ່ານ​ມາ, ​ແຕ່​ເຫັນ​ວ່າ​ລາຄາ​ສິນຄ້າ​ຢູ່​ຕາມ​ທ້ອງ​ຕະ ຫຼາດ​ທຸກ​ແຫ່ງ​ໃນ​ນະຄອນຫຼວງ​ວຽງ​ຈັນ​ມີ​ການ​ເໜັງ​ຕີງ ນັບ​ທັງ​ສິນຄ້າ​ຍຸດ​ທະ​ສາດ​ຈຳນວນ​ໜຶ່ງ​ທີ່​ລັດ​ຄຸ້ມ​ຄອງ​ກໍ​ມີ​ການ​ຂຶ້ນລາຄາ​ໄປ​ຕາມໆ​ກັນ​ໂດຍ​ສະ​ເພາະ​ແມ່ນ​ເລີ່​ມຈາກ​ຊີ້ນໝູ ​ໂດຍ​ຊາວ​ຄ້າ ຂາຍ​ໃຫ້​ເຫດຜົນ​ວ່າ: ຊີ້ນໝູ​ແພງ​ຍ້ອນ​ລາຄາ​ຫົວອາຫານ​ແພງ​ຂຶ້ນ ​ແລະ ຈາກ​ນັ້ນມາ ລາ​ຄາ​ຊີ້ນປະ​ເພດ​ງົວ, ຄວາຍ, ​ເປັດ​, ​ໄກ່ ​ແລະ ປາ ກໍ​ໄດ້​ຖີບ​ຕົວ​ຂຶ້ນຢ່າງ​ໜ້າ​ເປັນ​ຫ່ວງ​ເຮັດ​ໃຫ້ການ​ຄ້ານະຄອນ ຫລວງ​ຕ້ອງ​ໄດ້​ອອກ​ມາ​ຢັບຢັ້ງ ໂດຍ​ການ​ຕິດ​ປ້າຍ​ກຳນົດ​ລາຄາ​ຊີ້ນປະ​ເພດ​ດັ່ງກ່າວ​ຄືນ​ໃໝ່​ຢູ່​ໃນ​ທ້ອງ​ຕະຫລາດ​ທຸກ​ແຫ່ງ​ໃນ​ນະ ຄອນຫລວງ
​ວຽງ​ຈັນ ເປັນຕົ້ນ ຊີ້ນໝູ​ປະ​ເພດ​ 1 ​ໃຫ້​ຂາຍ​ໃນ​ລາ ຄາ 37.000 ກີບ​ຕໍ່​ກິ​ໂລ, ຊີ້ນງົວ, ຄວາຍປະ​ເພດ 1 ລາຄາ 75.000 ກີບ​ຕໍ່​ກິ​ໂລ, ປາ​ນິນ, ປາ​ໃນ ລາ ຄາ 23.000 ກີບ​ຕໍ່​ກິ​ໂລ ​ແລະ ອື່ນໆ. ​ແຕ່​ຊາວ​ຄ້າຂາຍ​ສິນຄ້າ​ເຫລົ່ານີ້ບໍ່​ປະຕິບັດ​ຕາມ​ລາຄາ​ທີ່​ລັດ​ກຳນົດ​ໃຫ້ ​ໂດຍ​ເຂົາ​ເຈົ້າອ້າງ​ວ່າ: ປັດຈຸບັນ​ການ​ບໍລິການ​ທຸກ​ຢ່າງ​ກໍ​ມີ​ການ​ເໜັງ​ຕີງ ​ເປັນຕົ້ນ ຄ່າ​ນ້ຳ, ຄ່າ​ໄຟ, ຄ່າ​ອະນາ​ໄມ, ຄ່າ​ລໍ້​ເພື່ອ​ແກ່​ຊີ້ນ ​ແລະ ອື່ນໆ ກໍ​ນັບ​ວ່າ​ແພງ​ຂຶ້ນກວ່າ​ປົກກະຕິ. ດັ່ງນັ້ນ ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້​ຂຶ້ນລາຄາ​ຊີ້ນ, ປາ ​ເພື່ອ​ຄວາມ​ຢູ່​ລອດ ​ແລະ ບໍ່​ສະ​ເພາະ​ແຕ່​ເທົ່າ​ນັ້ນ ສິນຄ້າ​ປະ​ເພດ​ພືດຜັກ, ໝາກ​ໄມ້ ​ແລະ ທັນ​ຍາ​ຫານ​ອື່ນໆ ກໍ​ເຫັນ​ວ່າ​ມີ​ການ​ເໜັງ​ຕີງ​ຕາມ​ສະ ພາບ​ຄວາມ​ເປັນ​ຈິງ​ຂອງ​ສິນຄ້າ​ທີ່​ນຳ​ເຂົ້າສູ່​ທ້ອງ​ຕະຫລາດ​ໃນ​ແຕ່​ລະ​ວັນ.
     ​ໃນ​ຂະນະ​ທີ່​ລາຄາຊີ້ນປາ, ອາຫານ​ມີ​ການ​ປ່ຽນ​ແປງ​ຄື​ແນວ​ນັ້ນ ສິນຄ້າ​ຍຸດ​ທະ​ສາດ​ປະ​ເພດ​ວັດ​ສະ​ດຸ​ກໍ່ສ້າງ​ທີ່​ລັດ​ຄຸ້ມ​ຄອງ ໂດຍ​ສະ​ເພາະ​ແມ່ນ​ຊີມັງ​ກໍ​ມີ​ການ​ສວຍ​ໂອກາດ​ຂຶ້ນລາຄາ​ໃນ​ໄລຍະ​ບຸນປີ​ໃໝ່​ໃນ​ລາຄາ​ປະມານ​ໂຕນ​ລະ 1 ​ແສນ​ກີບ ​ເຊິ່ງມາ​ຮອດ​ດຽວນີ້ ປະຊາຊົນ​ຊັ້ນຄົນ​ຕ່າງໆ ໂດຍ​ສະ​ເພາະ​ຜູ້​ມີ​ລາຍ​ຮັບ​ຕ່ຳ​ຂໍ​ຮ້ອງ​ມາ​ຍັງ​ພາກສ່ວນ​ກ່ຽວຂ້ອງ​ຈົ່ງ​ສືບຕໍ່​ດຳ​ເນີນ​ມາດ​ຕະການ​ແກ້​ໄຂ​​ເຮັດ​ໃຫ້​ລາຄາ​ສິນຄ້າ​ທຸກ​ປະ​ເພດ​ຢູ່​ໃນ​ນະຄອນຫລວງ​ກັບ​ຄືນ​ສູ່​ສະພາບ​ປົກກະຕິມີ​ຄວາມ​ໝັ້ນທ່ຽງ​ແນ​ໃສ່​ເຮັດ​ໃຫ້​ສະພາບ​ການ​ເປັນ​ຢູ່ຂອງ​ປະຊາຊົນ​ມີ​ຄວາມ​ສະຫງົບ​ດີ​ຂຶ້ນ.

No comments:

Post a Comment