ລຸງໜູເງິນ ຈັນທະແກ້ວ, ປະຊາຊົນບ້ານສີສົມຊື່ນ,
ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ຜູ້ທີ່ເຄີຍດຳລົງຊີວິດປະ ກອບການເຮັດທຸລະກິດຕັ້ງຮ້ານເຟີນີເຈີ
ນັບເປັນເວລາຫລາຍທົດສະວັດ ການຫາຊອກເກັບຊື້ໄມ້ປະເພດຕ່າງໆ ຢູ່ໃນຫລາຍເຂດບໍ່ວ່າຈະຢູ່ໃນນະຄອນຫລວງ
ເພື່ອມາປ້ອນໂຮງງານຜະລິດເຄື່ອງເຟີນີເຈີຂອງຕົນ, ໄລ ຍະຢູ່ໃນໄວໜຸ່ມສຸຂະພາບແຂງແຮງຫ້າວຫັນ
ມີນ້ຳໃຈບຸກບືນສູ້ຊົນບໍ່ທໍ້ຖອຍຈາກອຸປະສັກຕ່າງໆ ເພື່ອຫາເງິນມາໄວ້ລ້ຽງຄອບຄົວ,
ສ້າງຖານະຕົນເອງໃຫ້ມີຢູ່ມີກິນ ດ້ວຍຄວາມມັ້ງຄັ້ງສົມບູນ ຈົນມາຮອດເທົ່າທຸກວັນນີ້,
ລຸງໜູເງິນ ຈຶ່ງເກີດມີແນວຄິດໃໝ່ຍົກຍ້າຍໄປອາໃສຢູ່ຊົນນະບົດດ້ວຍການເຮັດຮົ້ວ,
ເຮັດສວນ, ປູກຕົ້ນໄມ້ຢູ່ເຂດບ້ານກົ້ວ, ເມືອງສັງທອງ ນະຄອນ ຫລວງວຽງຈັນ ໂດຍທີ່ຕົນເອງບໍ່ໄດ້ຫວັງສິ່ງອື່ນໃດເພື່ອສ້າງຮັ່ງຄູນມີຈາກການປູກຕົ້ນໄມ້,
ພຽງແຕ່ປູກ ແລະ ອານຸລັກໄວ້ໃຫ້ເປັນຊັບພະຍາກອນອັນລ້ຳຄ່າ ປະໄວ້ເປັນມໍລະດົກຕົກທອດໃຫ້ລູກຫລານຜູ້ເກີດໃໝ່ໃຫຍ່ລຸນ
ເປັນຜູ້ສືບທອດຕໍ່ໄປ.
ລຸງໜູເງິນ ເວລານີ້ ກໍຢູ່ໃນ ເກນອາຍຸຂ້ອນທ້າຍຊີວິດແລ້ວ
ແຕ່ເພີ່ນກໍມີຄວາມຫ້າວ ຫັນ ຢູ່ໃນຊີວິດບັ້ນປາຍຂອງເພີ່ນ, ເພື່ອໃຫ້ກາຍເປັນນັກພັດທະນາປ່າໄມ້ທີ່ດີເດັ່ນ,
ເພິ່ນໄດ້ຂໍແບ່ງປັນດິນ ຕອນໜຶ່ງຈາກລູກຫລານຂອງ ຕົນຢູ່ບ້ານກົ້ວ ເພື່ອນຳມາບຸກ
ເບີກ ແລະ ນຳໃຊ້ໃນການປູກຕົ້ນ ໄມ້, ເຊິ່ງໄດ້ເລີ່ມລົງມືປະຕິບັດມາຫລາຍກວ່າ
7 ປີແລ້ວ, ໂດຍ ໄລຍະທຳອິດເພີ່ນໄດ້ລົງທຶນເຂົ້າໃນການບຸກເບີກ ພ້ອມຊື້ເບ້ຍໄມ້ປະເພດຕ່າງໆເປັນຕົ້ນແມ່ນໄມ້ເນື້ອແຂງເຊັ່ນ:
ໄມ້ດູ່, ໄມ້ແດງ, ໄມ້ແຕ້ຂ່າ, ໄມ້ແຄນ, ໄມ້ສັກ ແລະ ອື່ນໆ ປູກໃສ່ຕອນດິນຕອນນັ້ນ
ປະມານ 10 ເຮັກ ຕາ, ຍ້ອນເຫັນຕົ້ນໄມ້ທີ່ປູກມີການຈະເລີນເຕີບໂຕຂຽວງາມຂຶ້ນໃນແຕ່ລະປີ,
ຈຶ່ງສືບຕໍ່ຂະຫຍາຍເນື້ອທີ່ໃຫ້ກວ້າງຂວາງອອກຕື່ມ ໂດຍການລົງທຶນຊື້ທີ່ດິນປະເພດໄຮ່ເກົ່າຈາກປະ
ຊາຊົນໃນເຂດໃກ້ຄຽງບ້ານກົ້ວ ດ້ວຍລາຄາຖືກ ເພື່ອມາຊັບຊ່າວໃຫ້ເປັນສວນປູກໄມ້ສະເພາະຂອງຕົນໃນແຕ່ລະປີ,
ຊຶ່ງໄລ່ມາຮອດປັດຈຸບັນເພີ່ນມີເນື້ອທີ່ປູກໄມ້ທັງໝົດ 24 ເຮັກຕາ. ທີ່ພວມເຕີບໂຕຂຽວງາມດີ.
ລຸງໜູເງິນ ເລົ່າຕໍ່ນັກຂ່າວລາວພັດທະນາວ່າ:
ໄລຍະທີ່ຕົນເອງໄດ້ສຸມທືນຮອນນັບເປັນຈຳ ນວນບໍ່ໜ້ອຍເຂົ້າໃນການປູກໄມ້
ເພື່ອເພີ່ມຄວາມປົກຫຸ້ມຂອງປ່າໄມ້ທຳມະຊາດ ໃຫ້ນັບມື້ອຸດົມ ສົມບູນນັ້ນ
ນັບວ່າຕົນເອງຍັງມີໂຊກດີທີ່ອົງການຈັດຕັ້ງຂອງລັດໂດຍສະເພາະໂຄງການຄຸ້ມຄອງອ່າງໂຕ່ງນ້ຳແບບຍືນຍົງໃນອ່າງແມ່ນ້ຳຂອງຕອນລຸ່ມ
ໄດ້ຍືນມືເຂົ້າມາມີສ່ວນຮ່ວມຊ່ວຍເຫລືອໃນໄລຍະ 2 ປີກ່ອນ ເປັນຕົ້ນ ພວກເພິ່ນໄດ້ຊ່ວຍເບ້ຍໄມ້ເພື່ອປູກສັບຫວ່າງທົດແທນຕົ້ນໄມ້ທີ່ຕາຍໄປພ້ອມທັງຊ່ວຍຝຸ່ນຊີວະພາບ
ແລະ ທຶນຮອນຈຳນວນໜຶ່ງ ແລະ ຊ່ວຍອົບຮົມໃຫ້ຄວາມຮູ້ດ້ານວິຊາການໃນການບົວລະ ບັດຮັກສາຕົ້ນໄມ້ທີ່ຫາກໍປູກໃໝ່ໃຫ້ມີການຈະເລີນເຕີບໂຕໄວ.
ຕົກມາຮອດປີນີ້ຕົ້ນ ໄມ້ດັ່ງກ່າວ ໄດ້ເພີ່ມຄວາມຂຽວງາມເປັນທີ່ໜ້າພໍໃຈ, ເຊິ່ງຕົ້ນໄມ້ທັງໝົດທີ່ນຳເຂົ້າມາປູກໃນແຫ່ງນີ້,
ສ່ວນໃຫຍ່ຈະເປັນຕົ້ນໄມ້ອຸດສະຫະກຳ ແລະ ຕ້ອງໃຊ້ເວລາຫລາຍສິບປີຈຶ່ງສາມາດນຳໃຊ້ເຂົ້າໃນກິດຈະ
ການຕ່າງໆໄດ້. ເຖິງຢ່າງໃດກໍດີ ຕົນເອງບໍ່ໄດ້ຄິດຫາຜົນກຳໄລທີ່ໄດ້ມາຈາກການປູກໄມ້
ແລະ ຂາຍໄມ້, ສິ່ງສຳຄັນພຽງແຕ່ຢາກເຫັນຕົ້ນໄມ້ດັ່ງກ່າວຈະເລີນເຕີບໂຕຂຽວງາມຄືນຄວາມອຸ
ດົມສົມບູນໃຫ້ທຳມະຊາດ, ທີ່ຖືກ ຄຸມຄາມຈາກຜູ້ຄົນມາຫລາຍ ແລ້ວ. ໃນນີ້ຍັງມີຜະລິດຕະພັນໄມ້ສ່ວນໜຶ່ງທີ່ຕົນເອງ
ໄດ້ນຳໄປປ້ອນໂຮງງານເຮັດເຟີນີເຈີຂອງຕົນໃນຫລາຍປີກ່ອນ, ດ້ວຍເຫດນັ້ນຈຶ່ງມີຄວາມຈຳເປັນປູກຕົ້ນ
ໄມ້ເຫລົ່ານີ້ທົດແທນຄືນ ແລະ ຈະສືບຕໍ່ມອບເປັນສົມບັດອັນລ້ຳຄ່າໃຫ້ກັບລູກຫລານເປັນຜູ້ຄຸ້ມຄອງໃຫ້ເກີດຜົນປະໂຫຍດສູງສຸດໃຫ້ກັບປະເທດຊາດຕະຫລອດໄປ.
No comments:
Post a Comment