Ad

Ad

22 May 2014

ຄວນ​ບໍລິ​ໂພ​ກສື່​ສັງຄົມ​ຢ່າງ​ມີ​ສະຕິ

     ຄື ​ພວກ​ເຮົາຮູ້​ນຳ​ກັນ​ວ່າ: ​ໃນ​ຍຸກ​ແຫ່ງ​ຄວາມ​ກ້າວໜ້າ​ທັນ​ສະ​ໄໝ​ດັ່ງ​ໃນ​ປັດຈຸບັນ​ນີ້ ການ​ຮັບ​ຮູ້​ຂໍ້​ມູນ​ຂ່າວສານ​ຂອງ​ສັງຄົມ​ແມ່ນ​ມີ​ຫລາຍ​ທາງ​ເລືອກ​ໃຫ້​ບໍລິ​ ໂພ​ກ​ເຊັ່ນ: ອິນ​ເຕີ​ເນັດ ຫລື ສື່​ສັງຄົມ​ອອນ​ລາຍ (Social Media) ເຊິ່ງກໍ​ໝາຍ​ເຖິງ​​ເຟກບຸກ (Face Book), ວີ​ແຊດ (Wechat), ລາຍ (Line), ສ​ໄກ (Sky) ​ແລະ ອື່ນໆ. ແນວ​ໃດ​ກໍ​ຕາມ​ໃນ​ທ່າມກາງ​ຂອງຍຸກ​ IT ທີ່ກ້າວໜ້າ​ສີວິ​ໄລ​ຈົນ​ຍາກ​ທີ່​ສັງຄົມ​ພວກ​ເຮົາ​ຕາມ​ທັນ​ໄດ້, ​ແຕ່​ການ​ບໍລິ​ໂພ​ກຊົມ​ໃຊ້​ກໍ​ຄວນ​ມີ​ສະຕິ, ​ນີ້ກໍ​ແມ່ນ​ຄວາມ​ເປັນ​ເຈົ້າການ​ຮັບຜິດຊອບ​ຕໍ່​ການ ສະ​ແດງ​ຄຳ​ຄິດ​ເຫັນ, ການສະ​ແດງ​ຮູບ​ພາບ​ຕ່າງໆຕ້ອງ​ເບິ່ງ​ວ່າ​ມັນ​ຖືກຕ້ອງ​ສອດຄ່ອງ​ກັບ​ຄວາມ​ເປັນ​ ຈິງ ຫລື ບໍ່ ? ​ເພື່ອ​ຫລີກ​ເວັ້ນ ຄວາມ​ບໍ່​ເຂົ້າ​ໃຈ, ​ເຂົ້າ​ໃຈ​ຜິດ ຫລື ການສະ​ແດງ​ຄວາມ​ຄິດ​ທີ່​ບໍ່​ເໝາະ​ສົມອັນ​ຈະ​ກໍ່​ໃຫ້​ເກີດ​ຄວາມ​ສັບສົນ​ແກ່​ ສັງຄົມ​ຕາມ​ມາ.
     ​ ໃນ​ບໍ່​ເທົ່າ​ໃດ​ປີ​ມານີ້ ຢູ່​ປະ​ເທດ​ເຮົາ​ກໍ​ມີ​ການ​ບໍລິ​ໂພ​ກສື່​ສັງຄົມ​ກັນ​ຢ່າງ​ກວ້າງຂວາງ ​ແລະ ​ເຫັນ​ວ່າ​ຜູ້​ຊົມ​ໃຊ້​ສ່ວນ​ຫລາຍ​ກໍ​ມີ​ຄວາມ​ເຂົ້າ​ໃຈ​ອັນ​ຖືກຕ້ອງ ​ແລະ ສະ​ແດງ​ຄວາມ​ເຄົາລົບ​ສິດ​ຂອງ​ຜູ້​ອື່ນ, ​ແຕ່​ຄຽງ​ຄູ່​ກັນນັ້ນ ກໍຍັງ​ມີ​ຈຳນວນ​ໜຶ່ງ​ແມ່ນ​ອາ​ໄສ​ສື່​ດັ່ງ ກ່າວ​ສ້າງ​ຄວາມ​ສັບສົນ, ຖື​ເອົາ​ເປັນ​ເວທີ​ສ້າງ​ຄວາມ​ເຊື່ອມ​ເສຍ​ຕໍ່​ວັດທະນະທຳ​ຂອງ​ຊາດ ​ແລະ ອື່ນໆ ​ເຊິ່ງບັນຫານີ້​ແມ່ນ​ສິ່ງ​ເບື່ອ​ເມົາ​ຍຸຍົງ​ໃຫ້​ໄວ​ໜຸ່ມ​ຊາວ​ໜຸ່ມ​ເຮົາ​ຮັບ​ ຮູ້​ຂໍ້​ມູນ​ທີ່​ຜິດ​ເຄວ ​ແລະ ຕົກ​ເປັນ​ເຫຍື່ອ​ຂອງ​ກຸ່ມ​ຄົນ​ບໍ່​ດີ​ຢ່າງ​ບໍ່​ຮູ້ສຶກ​ຕົວ ​ເຊິ່ງບັນຫາ​ດັ່ງກ່າວ​ທຸກ​ພາກສ່ວນ​ສັງຄົມ​ຕ້ອງ​ຊ່ວຍ​ກັນ​ສະກັດ​ກັ້ນ ​ແລະ ສຶກສາ​ອົບ ຮົມ​ໃຫ້​ຄົນ​​ມີ​ສະຕິ​ໃນ​ການ​ນຳ​ໃຊ້​ເຄື່ອງມື​ສື່ສານ​ທັນ​ສະ​ໄໝ​ນີ້ຢ່າງ​ ຖືກຕ້ອງ, ມີ​ຈັນ​ຍາ​ບັນ ທັງ​ຮັບປະ ກັນ​ຄວາມ​ສະຫງົບ ​ແລະ ​ເປັນ​ລະ ບຽບ​ຮຽບຮ້ອຍ​ຂອງ​ສັງຄົມ.

No comments:

Post a Comment