ກອງປະຊຸມວິຊາການເພື່ອປຶກສາຫາລືຊອກສ່ອງທາງການສ້າງບຶງໃນເຂດອ່າງເກັບນ້ຳເພື່ອເປັນພື້ນຖານໃຫ້ແກ່ການປະມົງ
ໄດ້ຈັດໃຫ້ມີຂື້ນໃນກາງເດືອນພຶດສະພານີ້ ຢູ່ນະຄອນຫລວງວຽງຈັນ ໂດຍການເປັນເຈົ້າການຮ່ວມສະໜັບສະໜູນທາງດ້ານທຶນຮອນຈາກກຸ່ມຄົ້ນຄວ້າກ່ຽວກັບນ້ຳ,
ດິນ ແລະ ລະບົບນິເວດວິ ທະຍາ ໂດຍຜ່ານສະຖາບັນຄຸ້ມຄອງນ້ຳສາກົນ, ສະຖາບັນຄົ້ນຄວ້າກະສິກຳ
ແລະ ປ່າໄມ້ແຫ່ງຊາດ, ສູນບໍລິການຈັດການສະ ພາບແວດລ້ອມສາກົນ ແລະ ບໍລິສັດ ເທີນຫີນບູນ
ພາວເວີ້ ຈຳກັດ.
ທ່ານ ດຣ ຖາວອນ ອິນທະວົງ ອຳນວຍການສູນຄົ້ນຄ້ວານະໂຍບາຍ,
ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ໄດ້ມີຄຳເຫັນໃນກອງປະຊຸມນີ້ວ່າ:
ຄືດັ່ງທີ່ພວກເຮົາໄດ້ຮູ້ກັນແລ້ວວ່າ ພະລັງງານໄຟຟ້າເປັນທ່າແຮງໃນການພັດທະນາເສດ
ຖະກິດຂອງລາວເຮົາ, ຊ່ວຍຍົກ ລະດັບຊີວິດການເປັນຢູ່ຂອງປະ ຊາຊົນໃຫ້ດີຂຶ້ນ ແລະ
ເຮັດໃຫ້ ສປປ ລາວ ຫລຸດພົ້ນ
ອອກຈາກປະເທດດ້ອຍພັດທະນາ. ຄຽງຄູ່ກັນນັ້ນ ພວກເຮົາຄວນສຶກສາເຖິງຜົນກະທົບທີ່ອາດຕາມມາ,
ເຊິ່ງມັນອາດເປັນຜົນກະທົບຕໍ່ກັບການປະມົງ ແລະ ການດຳລົງຊີ ວິດຂອງປະຊາຊົນ.
ດ້ວຍເຫດນີ້, ຈຶ່ງມີຄວາມຈຳເປັນໃນການລິເລີ່ມກໍສ້າງບຶງໃນເຂດອ່າງເກັບນ້ຳເພື່ອເປັນພື້ນຖານອັນສຳຄັນເຂົ້າໃນການປະມົງ,
ເຊິ່ງ ມີຄວາມສຳຄັນຕໍ່ກັບການດຳລົງຊີວິດຂອງ ປະຊາຊົນຜູ້ທີ່ອາໃສຢູ່ເຂດອ່າງເກັບນ້ຳ
ເພື່ອຕອບສະໜອງກັບແນວຄວາມຄິດທີ່ດີ ແລະ ນຳຜົນປະໂຫຍດມາໃຫ້ແກ່ປະຊາຊົນໃນເຂດນີ້
ຈິ່ງມີຄວາມຈຳເປັນໃນການສຶກສາຄົ້ນຄ້ວາເພື່ອກຳນົດເອົາອ່າງເກັບນ້ຳ ນ້ຳຍວງ,
ຊຶ່ງເຂດດັ່ງກ່າວແມ່ນໄດ້ຮັບການບໍລິຫານຈັດການໂດຍ ບໍລິສັດ ເທີນຫີນບູນ ພາວເວີ້
ຈຳກັດ. ໃນປັດຈຸບັນທາງໂຄງການມີແຜນກຳນົດຈະສ້າງບຶງຂະໜາດນ້ອຍ ໃນເຂດອ່າງນ້ຳຍວງບໍລິເວນທີ່ມີການບົກແຫ້ງໃຫ້ໄດ້ທັງໝົດ
5 ແຫ່ງ, ເຊິ່ງຄາດວ່າຖ້າກໍສ້າງສຳເລັດບຶງເຫລົ່ານີ້ຈະເປັນທີ່ຢູ່ອາໄສຂອງສັດນ້ຳຊີວະນາໆພັນນັບເປັນຈຳນວນຫລາຍ.
ເຊັ່ນດຽວກັບຄຳເວົ້າຂອງທ່ານ ເຈນສ ລໍເຈັນ ຜູ້ຈັດການດ້ານສິ່ງແວດລ້ອມ ແລະ
ສັງຄົມ ຂອງບໍລິສັດ ເທີນຫີນບູນ ພາວເວີ້ ຈຳກັດ ໄດ້ກ່າວວ່າ: ວຽກງານການສ້າງບຶງໜຶ່ງໃນ
5 ແຫ່ງຢູ່ບໍລິເວນອ່າງເກັບນ້ຳ ນ້ຳຍວງນັ້ນ ແມ່ນຈະລົງມືຈັດຕັ້ງປະຕິບັດໃນໄວໆນີ້
ຢູ່ທາງຕັດຜ່ານໄປບ້ານ ແກ້ວສ້າງ ຄຳ ເຊິ່ງບຶງດັ່ງກ່າວຈະເປັນແຫລ່ງວາງໄຂ່ ແລະ
ບ່ອນຫລົບໄພຂອງປາຊະນິດຕ່າງໆ. ນອກ ຈາກນັ້ນ, ມັນອາດຈະເປັນໜອງປາກໍຄືແຫລ່ງທຳມາຫາກິນທີ່ອຸດົມສົມບູນໃຫ້ແກ່ຊຸມຊົນທ້ອງຖິ່ນ
ແລະ ກາຍເປັນວັງສະຫງວນເພື່ອອານຸລັກພັນປາ ແລະ ສັດນ້ຳ ໃນເຂດອ່າງເກັບນ້ຳໃຫ້ມີຄວາມຢືນຢົງຕໍ່ໄປ.
No comments:
Post a Comment