Ad

Ad

22 May 2014

ມອບເຄື່ອງຊ່ວຍເຫຼືອໂຮງໝໍແມ່ ແລະ ເດັກແດງຫຼັງໃໝ່



          ວັນທີ 20 ພຶດສະພານີ້ ອົງການຊ່ວຍເຫຼືອມິດຕະພາບອິນດູຈີນຂອງສະ ຫະລັດອາເມຣິກາໄດ້ມອບເຄື່ອງ ຊ່ວຍເຫຼືອໃຫ້ໂຮງໝໍແມ່ ແລະ ເດັກແດງຫຼັງໃໝ່, ຊຶ່ງປະກອບມີ: ເຄື່ອງກວດລັງສື, ເຄື່ອງກວດບົ່ງມະຕິພະຍາດ ດ້ວຍຄືນສຽງ, ຕຽງ ນອນຄົນເຈັບ, ຕຽງເກີດລູກ, ພ້ອມດ້ວຍອຸປະ ກອນການແພດ ແລະ ຢາປົວ​ພະ ຍາດ​ອີກ​ຈຳນວນໜຶ່ງ, ລວມມູນ ຄ່າທັງໝົດ 465000 ກ່ວາໂດລາ ສະຫາລັດ, ພິທີມອບ-ຮັບໄດ້ມີ ຂຶ້ນລະຫວ່າງ ທ່ານ  ບຸນຄ້ຳນວນວິໄລທທອງ, ຜູ້ຕ່າງໜ້າ ອົງ ການຊ່ວຍເຫຼືອມິດຕະພາບ ອິດດູຈີນ, ທ່ານ ຮສ ດຣ ບົວວັນ ແສນສະ ຖິດ, ອຳນວຍການ ໂຮງໝໍແມ່ ແລະ ເດັກ.
           ອຳນວຍການໂຮງໝໍແມ່ ແລະ ເດັກກ່າວວ່າ: ພາຍຫຼັງໂຮງ ໝໍແມ່ ແລະ ເດັກແດງຫຼັງໃໝ່ ສ້າງສຳເລັດ, ກໍ​ໄດ້ມີອົງ
ການຈັດຕັ້ງຕ່າງໆໃຫ້ການຊ່ວຍເຫຼືອ ແລ້ວຈຳນວຍໜຶ່ງໂດຍສະເພາະ ແມ່ນອຸປະກອນການແພດ ແລະ  ການຊ່ວຍເຫຼືອຂອງອົງ ການຊ່ວຍເຫຼືອອິນດູຈີນຄັ້ງນີ້ແມ່ນມີ ຄວາມສຳຄັນຫຼາຍ​ເພື່ອ​ຊ່ວຍໃຫ້ ໂຮງໝໍແມ່ ແລະ ເດັກແດງຫຼັງ ໃໝ່ຂອງພວກເຮົາມື ເຄຶຶ່ອງມີກາດແພດທີ່ທັນສະໄໝໄວ້ບໍລິການຄົນເຈັບ, ແລະ ເຮັດໃຫ້ໂຮງໝໍດັ່ງກ່າວມີຄວາມພ້ອມທີ່ຈະເປີດໃຫ້ບໍລິການ ໃນໄວ້ໆນີ້.
    ຂ່າວໃຫ້ຮູ້ອີກວ່າ, ໃນວັນທີ 19 ພຶດສະພາທີ່ຜ່ານມາຄະນະອຳ ນວຍການໂຮງໝໍແມ່ ແລະ ເດັກ ພ້ອມດ້ວຍພະນັກງານ ໄດ້ຈັດພິທີໄວ້ອາໄລເຖິງບັນດາການນຳທີ່ ເສຍຊີວິດຍ້ອນອຸປະຕິເຫດເຮືອ ບິນຕົກທີ່ແຂວງຊຽງຂວາງ​ເຊັນ​ກັນ.

No comments:

Post a Comment