Ad

Ad

22 May 2014

ລາວ-ຫວຽດນາມ ເສີມຂະຫຍາຍການຮ່ວມມືດ້ານສື່ສິ່ງພິມ



    ໃນຕອນບ່າຍວັນທີ 21 ພຶດສະ ພານີ້, ຢູ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານສາສະ ດາຈານ ດຣ ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າ ການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນໜັງສືພິມເຢິນເຢິນສຽງຂອງສູນກາງພັກ ຄອມມູນິດ ຫວຽດນາມນຳໂດຍທ່ານ ເລ ກວັນ ແຂັງ ຮອງຫົວໜ້າບັນນາທິການ ໃຫຍ່ໜັງສືພິມ ເຢິນເຢິນ ໃນໂອກາດເດີນທາງ ມາຢ້ຽມຢາມລາວແຕ່ລະຫວ່າງວັນທີ 20-25 ພຶດສະພານີ້. ຕາມຄຳເຊີນຂອງຫົວໜ້າບັນນາທິການໜັງສືພິມປະຊາ ຊົນສຽງຂອງສູນກາງພັກ ປປ ລາວ.
      ທ່ານລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ສະ ແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານ ເລ ກວັນ ແຂັງ ທີ່ໄດ້ນຳພາຄະນະ​​ເດີ​ນ ທາງ​ມາ​ຢ້ຽມຢາມ​ໃ­ນ​ຄັ້ງນ­ີ້ ຊຶ່ງ​ເປັ­​ນການ­​ປະກອບສ່ວ­​ນສຳຄັ­​ນ
ເຂົ້າ​ໃ­​ນກາ­​ນສົ່ງ​ເສີມ​ສາຍ­​ພົວພັນ­ມິດຕະພາບ, ກາ­ນຮ່ວມມືຮອບ ດ້ານ ​ແລະ ຄວາມ​ເຂົ້າ​ອົກ ເຂົ້າ​ໃຈລະຫວ່າງລາວ ແລະ ຫວຽດ ນາມເວົ້າລວມເວົ້າສະເພາະລະ ຫວ່າງວຽກງານສື່ສິ່ງພິມລາວ-ຫວຽດນາມ. ພ້ອມນັ້ນ, ທ່ານຍັງໄດ້ສະແດງຄວາມຂອບ ໃຈຕໍ່ລັດຖະບານຫວຽດນາມທີ່ໄດ້ໃຫ້ ການຊ່ວຍເຫລືອທາງດ້ານວັດຖຸ, ອຸປະກອນອີເລັກໂຕນິກຕ່າງໆແກ່ລາວຕະຫລອດມາ.
      ໃນໂອກາດດັ່ງກ່າວ, ທ່ານ ເລ ກວັນ ແຂັງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີວ່າການກະຊວງ ຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວທີ່ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບໃນຄັ້ງນີ້ພ້ອມທັງສະ ແດງຄວາມເສົ້າ ສະຫລົດໃຈ ແລະ ເສຍໃຈຕໍ່ການເສຍຊີວິດຂອງການນຳຂັ້ນສູງ ແລະ ພະນັກງານຈໍານວນໜຶ່ງຈາກ ອຸປະຕິເຫດເຮືອບິນຕົກທີ່ ແຂວງຊຽງຂວາງເມື່ອວັນທີ 17 ພຶດສະພາຜ່ານມາ  ແລະ ກ່າວຕື່ມວ່າ: ການຢ້ຽມຢາມ ໃນຄັ້ງນີ້ ເປັນການສືບຕໍ່ເສີມຂະ ຫຍາຍການພົວພັນຮ່ວມມື ແລະ ຫວ່າງສອງຊາດລາວ-ຫວຽດນາມ ໂດຍສະເພາະລະຫວ່າງວຽກງານສື່ສິ່ງພິມຫວຽດນາມ- ລາວໃຫ້ນັບມື້ນັບໄດ້ຮັບການຂະຫຍາຍຕົວຂຶ້ນໄປເລື້ອຍໆ.

No comments:

Post a Comment