Ad

Ad

23 May 2014

ຫລັກການ ແລະ ກາລະເທສະ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
       ເນື່ອງຈາກວ່າເກືອບ 80% ຂອງຍ່ານຊີວິດພະນັກງານຂອງຈານແຍ່ນັ້ນຕິດພັນ ກັບການຕ່າງປະເທດທັງໆ ທີ່ບໍ່ໄດ້ເຮັດວຽກຢູ່ຂະແໜງການຕ່າງປະເທດໂດຍກົງ. ດັ່ງນັ້ນ ບົດຄວາມຂຽນປ້ອນສື່ຂອງຕົນຈຶ່ງມັກຈະເຈືອປົນ ດ້ວຍກິ່ນອາຍຂອງເມືອງ ນອກ, ມີກິ່ນເນີຍ-ກິ່ນນົມ, ກິ່ນເຂົ້າຈີ່ ແລະ ນ້ຳມັນເບີແກມຢູ່ສະເໝີ. ບັນດານັກອ່ານໜັງສືພິມ “ວັນອາທິດ” ຕອນເກີດໃໝ່ໆ ນັ້ນ ອາດເຄີຍເຫັນບົດ “ເດີນ ທາງໄກໄປຕ່າງຖິ່ນ” ເວົ້າເຖິງສິ່ງທີ່ຈານແຍ່ ໄດ້ເຫັນ ແລະ ເປັນໄປໃນຕ່າງແດນ. ຖັດ ຈາກເລື່ອງ ທ່ຽວຕ່າງແດນກໍມີເລື່ອງມາລະຍາດສາກົນ, ເລື່ອງພິທີການ, ເລື່ອງອ່ານໃຈ ຄົນທີ່ນັກປາດອາຈານຕ່າງປະເທດໄດ້ຄົ້ນຄວ້າອອກ ເປັນສູດຄັກແນ່. ບົດກ້ອມໆລັກສະນະນີ້ ຈານແຍ່ອາໄສການສັງເກດເວລາເຄື່ອນໄຫວການຕ່າງປະເທດ ແລະ ອີກສ່ວນໜຶ່ງ ແມ່ນຖອດຈາກ ຄວາມຜິດພາດເຊັ່ນການຫລົງຍົກຈອກແບບໄຫລເຕົ້າຢູ່ໃນງານລ້ຽງທີ່ຮຽກຮ້ອງໃຫ້ມີພິທີການຢ່າງເຄັ່ງຄັດ. ມີບາງຄັ້ງບົດ ຮຽນເຫລົ່ານີ້ກໍເຮັດໃຫ້ຈານແຍ່ ຫລາບຈື່ປານຕອນແມວ ເຊັ່ນຄັ້ງ ໜຶ່ງໃນລົດປະຈຳທາງ ຕົນໄດ້ລຸກ ແລະ ມອບ ຕັ່ງໃຫ້ຊາວ ຣັດເຊຍທີ່ຢືນຈ່ອງຮາວຢູ່. ແຕ່ແທນທີ່ຈະໄດ້ຮັບຄຳ “ຂອບໃຈ” (ສະປາຊິບາ) ແຕ່ພັດຖືກສາວຣັດເຊຍຄົນນັ້ນເຂກ ໜ້າວ່າ: “ເຈົ້າຄິດວ່າຂ້ອຍເຖົ້າຊັ້ນບໍ ? ແລະ ຂ້ອຍກໍບໍ່ໄດ້ເປັນຄົນພິການໃດ໋ !” ເສັດກູ ! ຈານແຍ່ບໍ່ຮູ້ວ່າຊິເອົາໜ້າໄປໄວ້ໃສ ອັນ
ນີ້ລະນໍເພິ່ນວ່າ: “ເຮັດບຸນ ໄດ້ໂທດ-ໂຜດສັດໄດ້ບາບ” ຈາກນັ້ນມາ ຈານແຍ່ຕ້ອງລະວັງກ່ອນຈະສະແດງຄວາມມີນ້ຳໃຈ ຫລື ມາລະຍາດ... ຄືຕ້ອງເຮັດໃຫ້ຖືກກາລະເທສະ. ເລື່ອງຖືກສາວຣັດເຊຍດ່ານັ້ນເກີດຂຶ້ນເມື່ອກວ່າ 30 ປີຜ່ານມາແລ້ວ ເປີງຮຽນ ຢູ່ສະຫະພາບໂຊຫວຽດ. ຈານແຍ່ເວົ້າຢືດເວົ້າຍາວກໍແມ່ນພຽງເພື່ອຢາກບອກວ່າຢູ່ໃນໂລກນີ້ຍັງບໍ່ມີມາລະຍາດ ຫລື ຫລັກ ການ, ພິທີການອັນໃດທີ່ມີລັກສະນະເດັດຖານດອກ. ທັງໝົດຍັງຕ້ອງເບິ່ງກາລະເທສະ, ຍັງຕ້ອງເອົາເງື່ອນໄຂໂຕຈິງຕັດສິນ. ຍິ່ງເປັນບ້ານເຮົາເຊິ່ງບໍ່ມີໃຜສົນໃຈຄົ້ນຄວ້າຈັດພິມປຶ້ມມາລະຍາດ, ປຶ້ມກ່ຽວກັບພິທີການໃຫ້ສັງຄົມໄດ້ອ່ານຢ່າງກວ້າງຂວາງ, ເລື່ອງທີ່ຈະໃຫ້ທຸກຄົນປະຕິບັດຖືກຕາມຫລັກການກໍຍິ່ງເປັນເລື່ອງຍາກ. ປຶ້ມກ່ຽວກັບພິທີການທີ່ວາງຂາຍຢູ່ຮ້ານຂາຍປຶ້ມກໍ ຕອບບັນຫາໄດ້ພຽງສ້ຽວໜຶ່ງເທົ່ານັ້ນ. ຈານແຍ່ວ່າດີທີ່ສຸດຄວນໝັ່ນສັງເກດເພາະສິ່ງທີ່ໄດ້ເຫັນຕຳຕາ, ໄດ້ສຳຜັດຕົວຈິງນັ້ນ ລະມັນສຳຄັນຫລາຍ. ຕໍ່ໄປແມ່ນຂໍ້ສັງເກດທີ່ຈານແຍ່ຄິດເອົາເອງເພາະບໍ່ເຫັນມີປຶ້ມພິທີການຫົວໃດເວົ້າຮອດເຊັ່ນການຮັບສານ ຕາຕັ້ງຂອງທູດລາວ ເພື່ອໄປປະຈຳການຢູ່ຕ່າງປະເທດ ແລະ ການຍື່ນສານຕາຕັ້ງຂອງທູດຕ່າງປະເທດເພື່ອມາ ປະຈຳການຢູ່ປະ ເທດພວກເຮົາ. ແນ່ນອນຂັ້ນຕອນການຮັບ ແລະ ການຍື່ນສານຕາຕັ້ງນັ້ນຍ່ອມມີ ການກຳນົດໃນດ້ານພິທີການຄັກແນ່ ຕະ ຫລອດຮອດການນຸ່ງຖືຂອງທູດ (ຊຸດປະຈຳຊາດ-ຊຸດສາກົນ), ແຕ່ເລື່ອງວ່າຈະສຳຜັດມືໜັກແໜ້ນນີ້ ຫລື ເບົາບາງຊ່ຳໃດ ນັ້ນ ອາດຈະບໍ່ໄດ້ກຳນົດ ແລະ ເລື່ອງວ່າທູດຄວນກົ້ມຫົວຕ່ຳປານໃດເວລາຮັບ ແລະ ຍື່ນສານຕາຕັ້ງຈາກ ແລະ ຕໍ່ປະມຸກຂອງປະ ເທດ. ຕາມທີ່ເຫັນ, ເວລາຮັບສານຕາຕັ້ງຈາກປະມຸກປະເທດຂອງຕົນນັ້ນ ທູດມັກຈະກົ້ມຫົວລົງອ່າວຕ່ຳເພື່ອສະແດງຄວາມ ເຄົາລົບ, ຄວາມນອບນ້ອມຕໍ່ຜູ້ນຳສູງສຸດຂອງຕົນ. ແຕ່ເມື່ອເອົາສານສະບັບນັ້ນໄປຍື່ນຕໍ່ປະມຸກປະເທດທີ່ຕົນຈະປະຈຳການ ນັ້ນ ທູດອາດຈະບໍ່ກົ້ມຕ່ຳພໍປານໃດ ເພາະຕົນມີຖານະຜູ້ຕາງໜ້າທີ່ຈະມີອຳນາດເຕັມຂອງຕົນ. ຖ້າກົ້ມຕ່ຳໂພດຄົງບໍ່ງາມຕາ ແຕ່ຖ້າເບີດເທີ້ ເລີ້ເທົ່າທຽມກັບປະມຸກລັດປະເທດເຈົ້າພາບກໍຄົງເປັນເລື່ອງແຂງກະດ້າງໂພດ (ແຕ່ກໍມີທູດ ຕ່າງປະເທດບາງ ຄົນເຮັດແນວນັ້ນ). ແນວໃດກໍດີ, ຕອນຮັບ ຫລື ຕອນຍື່ນສານຕາຕັ້ງນັ້ນ, ທ່ານ ທູດບໍ່ຄວນກົ້ມໜ້າກົມຕາລົງຕ່ຳ ໂພດຈົນສາຍ ຕາຈຳດິນ, ຄວນໃຫ້ສາຍຕາສຳຜັດກັບສາຍຕາຂອງປະມຸກລັດ, ການສະແດງຄວາມອ່ອນນ້ອມກາຍເຖືອດນັ້ນສັງຄົມອາດເບິ່ງ ເປັນເລື່ອງອ່ອນແອ. ຜ່ານມາຈານແຍ່ເຫັນທ່ານທູດໃໝ່ບາງຄົນກົ້ມຮັບສານຕາຕັ້ງຈົນຫລັງຂົດປານຫລັງກຸ້ງ. ເລື່ອງຈັ່ງຊີ້ຈານ ແຍ່ຢາກໃຫ້ຊ່ຽວຊານດ້ານພິທີການເປັນຫລັກການເອົາໄວ້ ເພື່ອປະຕິບັດໃຫ້ເປັນເອກະພາບກັນ.

No comments:

Post a Comment