Ad

Ad

23 May 2014

ຄະດີຄາດຕະກຳຢູ່ແຂວງບໍລິຄຳໄຊ ສານຈະຕັດສິນໄວໆນີ້



        ໄອຍະການ ແຂວງ ບໍລິຄຳ ໄຊຕຽມສົ່ງສຳນວນສັ່ງຟ້ອງສານເພື່ອຕັດສິນລົງໂທດ ທ້າວ ໄມແກ້ວ ອາຍຸ 23 ປີ ຢູ່ບ້ານ ນາຄຳ ເມືອງ ຄຳເກີດ ແຂວງບໍລິຄຳໄຊ ພາຍຫຼັງເຈົ້າໜ້າທີ່ໄດ້ສະຫຼຸບສຳນວນຄຳດີ ແລະ ສົ່ງມາໃຫ້ໄອຍະການດຳເນີນສັ່ງຟ້ອງ ຕາມລະບຽບກົດໝາຍໃນຂໍ້ຫາຄາດຕະກຳໝູ່ຂອງຕົນຄື ທ້າວ ເຊັງຊົ່ງ ອາຍຸ 31 ປີ ຢູ່ບ້ານ ໜອງ ຊົງ ເມືອງ ຄຳເກີດ ແຂວງບໍລິ ຄຳໄຊ ເມື່ອວັນທີ 12 ກຸມພາ 2014 ນີ້.
         ໃນບົດສຳນວນຄະດີຂອງ ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຄືນຂອງ ວັນທີ 12 ກຸມພາ ພວກກ່ຽວທັງ ສອງໄດ້ຂີ່ລົດຕູ້ສະຕາ ແລັກ ຮຸນໄດເພື່ອໄປຊອກຊື້ໄມ້ ພໍມາຮອດແຄມທາງເຂດບ້ານນ້ຳທອນ ເມືອງປາກກະດິງ ແຂວງ ບໍລິຄຳໄຊ, ພວກກ່ຽວ ໄດ້ຈອດລົດ ເພື່ອນອນພັກຜ່ອນໃນເວລານັ້ນ ທ້າວ ໄມແກ້ວ ເອົາຢາອອກມາສູບຢູ່ໃນລົດ ແລ້ວ ທ້າວ ເຊັງຊົງ ໄດ້ຫ້າມ ບໍ່ໃຫ້ສູບເພາະມີ ກິນຂິວແລ້ວທັງສອງເກີດຜິດຖຽງກັນ, ທ້າວ ເຊັງຊົ່ງ ໂມໂຫໄດ້ເອົາກຳປັ້ນຊົກເຂົ້າຄາງ ທ້າວ ໄມ ແກ້ວໜຶ່ງ ບາດ ແລ້ວທ້າວ ໄມແກ້ວ ໄດ້ຖອດມີດທີ່ກຽມມາແທງ ທ້າວ ເຊັງຊົ່ງ ຈາກນັ້ນທັງສອງມີການຕໍ່ສູ້ກັນ, ໃນທີ່ສຸດ ທ້າວ ໄມ ແກ້ວ ໄດ້ແທງ ທ້າວ ເຊັງຊົ່ງ ຕື່ມອີກຫຼາຍບາດຈົນເສຍຊີວິດ, ຈາກນັ້ນກໍໄດ້ເອົາຮ່າງຜູ້ຕາຍນອນລົງເບາະຂ້າງຄົນຂັບ ແລ້ວຄົ້ນ ເອົາເງິນຂອງຜູ້ຕາຍ
ໄດ້ 20 ພັນບາດ ແລະ 2 ພັນໂດລາ, ແລ້ວ ຂັບລົດກັບຄືນພໍມາຮອດກາງຂົວນ້ຳທອນຈຶ່ງຈອດລົດເອົາມີດ ແລະ ໂທລະສັບ ສອງໜ່ວຍຖິ້ມລົງນ້ຳເພື່ອທຳລາຍຫຼັກຖານ, ຈາກນັ້ນ ກໍຂີ່ລົດມາເຊົ່າບ້ານພັກ ຢູ່ບ້ານວຽງຄຳ ເມືອງປາກກະ ດິງ ແຂວງ ບໍລິຄຳ ໄຊ ເພື່ອພັກຜ່ອນລ້າງບາດແຜ ແລະ ຄາບເລືອດ, ພໍຮອດ 3 ໂມງເຊົ້າມື້ຕໍ່ມາຄາດຕະກອນຈຶ່ງໄດ້ຂີ່ລົດນຳສົບ ຂອງຜູ້ຕາຍໄປ ຖິ້ມແຄມທາງ ເຂດບ້ານໂພນງາມ ເມືອງ ປາກຊັນ ແຂວງບໍລິຄຳໄຊ ແລະ ນຳເອົາລົດໄປຈອດປະໄວ້ເດີ່ນທາງ ເຂົ້າໂຮງຮຽນປະ ຖົມບ້ານກອງຄຳເມືອງປາກກະດິງ ກ່ອນຈະຂີ່ລົດສອງແຖວກັບເມືອບ້ານ ແລະ ຖືກເຈົ້າໜ້າທີ່ ປກສ ເມືອງ ຄຳເກີດກັກຕົວ ມາດຳເນີນຄະດີຕາມລະບຽບກົດໝາຍ.
       ໄອຍະການແຂວງບໍລິຄຳໄຊ ໃຫ້ທັດສະນະວ່າ: ຄະດີດັ່ງກ່າວເປັນເຫດການສະເທືອນຂວັນ ແລະ ເຫັນວ່າຜູ້ຕ້ອງຫາມີ ເຈດຕະນາທີ່ຈະທຳຮ້າຍຜູ້ອື່ນຈົນເສຍຊີວິດພ້ອມທັງປຸ້ນເອົາເງິນຜູ້ຕາຍອີກດ້ວຍ. ສະນັ້ນ ໄອຍະການປະຊາຊົນຈຶ່ງເລັ່ງສະຫຼຸບ ສຳນວນຄະດີເພື່ອສັ່ງຟ້ອງສານຕັດສິນລົງໂທດຕາມລະບຽບກົດໝາຍ.
        ໄອຍະການແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ນັບແຕ່ຕົ້ນປີມານີ້ ໄອຍະການແຂວງບໍລິຄຳໄຊ ໄດ້ຮັບສຳນວນຄະດີ 100 ກວ່າ ເລື່ອງ, ໃນນີ້ ສາມາດແກ້ໄຂແລ້ວ 90 ກວ່າເລື່ອງ ສ່ວນໃຫຍ່ແມ່ນຄະດີຢາເສບຕິດ, ລັກຊັບ ແລະ ຄາດຕະກຳ, ທຽບໃສ່ປີ ຜ່ານມາເຫັນວ່າມີຄະດີເພີ່ມຂຶ້ນຫຼາຍສົມຄວນ.

No comments:

Post a Comment