Ad

Ad

12 August 2014

ຫ້າມ​ນຳ​ເຂົ້າໝູ​ຊີ້ນ ແລະ ຜະລິດ​ຕະພັນ​ໝູ​ຈາກ​ຕ່າງ​ປະ​ເທດ



     ​ໃນ​ວັນ​ທີ​ 6 ສິງຫາ​ຜ່ານ​ມານີ້, ຫົວໜ້າ​ກົມ​ລ້ຽງສັດ ​ແລະ ການ​ປະມົງ, ກະຊວງ​ກະສິກຳ ແລະ ປ່າ​ໄມ້ ໄດ້​ອອກ​ແຈ້ງ​ການ ເຖິງ​ຜູ້​ຮັບຜິດຊອບ​ຂະ​ແໜງ​ການ​ລ້ຽງສັດ ​ແລະ ການ​ປະມົງ ພ້ອມ​​ເຈົ້າ​ໜ້າ​ທີ່​ກວດກາ​ສັດຕະວະ​ແພດປະ ຈຳ​ແຕ່​ລະ​ດ່ານ​ໃນ​ທົ່ວ​ປະ​ເທດກ່ຽວ​ກັບ​ການ​ສະກັດ​ກັ້ນການ​ນຳ​ເຂົ້າຊິ້ນ​ໝູ ແລະ ລູກ​ໝູ ເຂົ້າ​ສູ່​ປະ​ເທດ​ລາວ, ແຕ່ສຳລັບ​ລູກ​ໝູ​ແມ່ນ​ອະນຸຍາດ​ໃຫ້​ນຳ​ເຂົ້າ​ເປັນ​ບາງ​ໂອກາດໃນ​ກໍລະນີ​ຫາກ​ລູກ​ໝູ​ຂາດຕະຫລາດ.
     ຕໍ່​ບັນຫາ​ດັ່ງກ່າວ ທ່ານ ດຣ. ບຸນ​ຂວາງ ຄຳ​ບຸນ​ເຮືອງ ​ຫົວໜ້າ​ກົມ​ລ້ຽງສັດ ​ແລະ ການ​ປະມົງ ໄດ້​ໃຫ້​ເຫດຜົນວ່າ: ​ໃນ​ປັດ ຈຸບັນການ​ຜະລິດ​ໝູ​ ຢູ່​ ສປປ ລາວ ​ໄດ້​ມີ​ການ​ປັບ​ປຸງ ​ແລະ ພັດທະນາ​ລະບົບ​ການ​ລ້ຽງ​ເກືອ​ຢ່າງ​ຕໍ່​ເນື່ອງຈາກການ​ລ້ຽງ​ແບບ​ຄອບ ຄົວເອກະ​ເທດກະ​ແຈກ​ກະຈາຍ ຫັນ​ມາ​ລ້ຽງ​ແບບ​ມີ​ການ​ຄຸ້ມ​ຄອງ​ລ້ຽງ​ເກືອ ​ເປັນ​ຟາ​ມນັບ​ມື້​ນັບ​ຫລາຍ​ຂຶ້ນ ແລະ ມີ​ໜໍ່​ແໜງ​ລ້ຽງ​ແບບ​ອຸດ​ສາ​ຫະກຳ​ທີ່​ທັນ​ສະ​ໄໝ​ຈຳນວນ​ໜຶ່ງ ຢູ່​ນະຄອນຫລວງ​ວຽງ​ຈັນ, ຄຳ​ມ່ວນ, ສະຫວັນ​ນະ​ເຂດ ​ແລະ ຈຳປາ​
ສັກ ຕາມ​ຕົວ​ເລກ​ສະຖິຕິ ໃນ​ປີ 2013 ມີ​ໝູ​ທັງ​ໝົດ​ປະມານ 3 ລ້ານ​ໂຕ, ມີ​ອັດຕາ​ການ​ຂະຫຍາຍຕົວ ສ​ະ​ເລ່ຍ​ເພີ້​ມ ຂຶ້ນ 6% ຕໍ່​ປີ, ຊຶ່ງ​ສາມາດ​ຮັບປະ ກັນ​ການ​ຜະລິດ​ລູກ​ໝູ​ເພື່ອ​ຂະ​ຫຍາ​ຍພັນ, ການ​ຜະລິດ​ລູກ​ໝູ​ເພື່ອ​ລ້ຽງ​​ເປັນ​ໜູ​ຊີ້ນ  ແລະ ອາດ ສາມາດ​ຕອບ​ສະໜອງ​ໃຫ້​ແກ່​ຜູ້​ບໍລິ​ໂພ​ກຢູ່ພາຍ​ໃນ​ໄດ້ຢ່າງພຽງ ພໍ, ທັງ​ມີ​ໜໍ່​ແໜງ​ຂາຍ​ເປັນ​ສິນຄ້າ​ສົ່ງ​ອອກ ຈຳນວນ​ໜຶ່ງ ​ໃນ​ແຕ່ລະ​ປີ. ແຕ່ເຖິງ​ຢ່າງ​ໃດ​ກໍ​ດີ ເພື່ອ​ຫລີກ​ລ້ຽງ​ຜົນ​ກະທົບ​ທີ່​ອາດ​ຈະ​ເກີດ​ຂຶ້ນ ໃນ​ການ​ຜະລິດ​ໝູ ແລະ ການ​ສະໜອງ​ຊີ້ນ​ໝູ ເພື່ອ​ບໍລິ​ໂພ​ກຢູ່​ພາຍ​ໃນ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້ ເອົາ​ໃຈ​ໃສ່​ຕິດຕາມກວດກາ ​ແລະ ສະກັດ​ກັ້ນການ​ນຳ​ເຂົ້າ​ຊີ້ນ​ໝູ, ລູກ​ໝູ ແລະ ໝູ​ຊີ້ນ ເຂົ້າ​ສູ່​ປະ​ເທດ​ລາວ. ສຳລັບ​ລູກ​ໝູ​ແມ່ນ​ຈະ​ໄດ້​ອະນຸຍາດ​ໃຫ້​ນຳ​ເຂົ້າ​ເປັນ​ບາງ​​ໂອກາດ​ໂດຍ​ສະ​ເພາະເມື່ອໃດ​ລູກ​ໝູ​ຂາດຕະຫລາດ ​ໃນ​ເວລາຟາ​ມບໍ່​ສາມາດ​ສະໜອງ​ລູກໜູ​ໄດ້​ຢ່າງ​ພຽງພໍ.
     ດັ່ງ​ນັ້ນ, ທາງ​ກົມ​ລ້ຽງສັດ ​ແລະ ການ​ປະມົງ​ຈິ່ງ​ເຫັນມີ​ຄວາມ​ຈຳ​ເປັນແຈ້ງມາຍັງຂະ​ແໜງ​ການ​ລ້ຽງ​ສັດ ​ແລະ ການ​ປະມົງ​ຂອງ​ແຂວງ, ນະຄອນ ຫລວງ​ວຽງ​ຈັນ, ບັນດາ​ດ່ານ​ກວດກາການ​ນຳ​ເຂົ້າຂອ​ງ​ສັດ​​ໃນຂອບ​ເຂດ​ທົ່ວ​ປະ​ເທດ ພ້ອມ​ບັນດາ​ຜູ້​ປະ ກອບ​ການ​ລ້ຽງ​ໝູ​ຈົ່ງ​ຮ່ວມ​ກັນ​ປະຕິບັດ​ດັ່ງ​ນີ້: ໃຫ້​ຂະ​ແໜງ​ລ້ຽງສັດ ​ແລະ ການ​ປະມົງ​ແຂວງ, ນະຄອນຫລວງ​ວຽງ​ຈັນ ຢຸດ ຫລື ໂຈະການ​ອອກ​ໃບ​ອະນຸ ຍາດ​ໃຫ້​ນຳ​ເຂົ້າ​ຊີ​້ນໝູ, ລູກ​ໝູ ແລະ ໝູ​ຊີ້ນ ເຂົ້າ​ສູ່ປະ​ເທດ​ລາວ, ພ້ອມ​ທັງ​ຊີ້​ນຳ​ໜ່ວຍ​ງານ​ດ່ານ​ກວດ ກາ​ສັດຕະວະ​ແພດ​ປະຈຳ​ດ່ານ​ຊາຍ​ແດນ​ທີ່​ຂຶ້ນ​ກັບ​ຕົນ ທັງ​ໃນ​ດ່ານ​ສາກົນ ແລະ ດ່ານ​ທ້ອງ​ຖິ່ນ ເອົາ​ໃຈ​ໃສ່​ຕິດຕາມກວດກາ ສະກັດ​ກັ້ນ ການ​ນຳ​ເຂົ້າ​ດັ່ງກ່າວ​ຢ່າງ​ເຂັ້ມ​ງວດ;  ​ໃຫ້​ຕິດຕາມ​ກວດກາ​ ​ແລະ ບໍ່​ອະນຸຍາດ​ໃຫ້​ນຳ​ເຂົ້າ​ຊີ້ນ​ໝູ​ທຸກ​ຊະນິດ ​ເພື່ອ​ມາ​ຈຳໜ່າຍ ຫລື ຕິ​ດຕາມ​ຕົວ​ຜູ້​ໂດຍສານ ຫລື ຜູ້ເດີນທາງ ​ເຂົ້າ​ມາລາ​ວ ​ເພື່ອ​ບໍລິ​ໂພ​ກສ່ວນ​ຕົວ ຫລື ໃນ​ຄອບ​ຄົວ​​ຢ່າງ​ເດັດຂາດ; ໃຫ້​ຕິດຕາມ​ກວດກາ​ ແລະ ​ໂຈະການ​ນຳ​ເຂົ້າ​ລູກ​ໝູ ເພື່ອ​ນຳ​ມາ​ລ້ຽງ​ເປັນ​ໝູ​ຊີ້ນ ແລະ ຊີ້ນ​ໝູ; ໃນ​ກໍລະນີ ທີ່​ເຈົ້າ​ໜ້າ​ທີ່​ສັດຕະ ວະ​ແພດ​ປະຈຳ​ດ່ານ ຫາກ​ກວດ​ພົບ​ເຫັນຜູ້​ລະ​ເມີດຝ່າຝືນນຳ​ເຂົ້າ ຫລື ລັກລອບ​ນຳ​ເອົາຊີ້ນ​ໝູ, ລູກ​ໝູ ແລະ ໝູ​ຊີ້ນ ທີ່​ບໍ່​ຖືກຕ້ອງ ໃຫ້​ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງປະຕິບັດ​ຕາ​ມ​ລະບຽບ​ກົດໝາຍ ຢ່າງ​ເຂັ້ມ​ງວດ. ສຳລັບ​ຂອງ​ກາງ ທີ​່ກວດ​ຢຶດ​ໄດ້​ນັ້ນໃຫ້​ນຳ​​ໄປ​ທຳລາຍ​ຖີ້ມດ້ວຍ​ການ​ເຜົາ ຫລື ຝັງ, ສ່ວນ​ຜູ້​ລະ​ເມີດ​ໃຫ້​ກ່າວ​​ເຕືອນ, ປັບ​​ໄໝ, ດຳ​ເນີນ​ຄະດີ​ທາງ​ແພ່ງ ຫລື ອາຍາ ຕາມ​ແຕ່​ລະ​ກໍລະນີ​ໝັກ ຫລື ເບົາ ​ແລະ ພ້ອ​ມນີ້, ກົມ​ລ້ຽງສັດ ​ແລະ ການ​ປະມົງ​ຈະ​ເປັນ​ຜູ້​ຄົ້ນ​ຄວ້າ​ພິຈາລະນາ ​ແລະ ອອກ​ແຈ້ງ​ການສະ​ເພາະ​ເປັນ​ແຕ່ ລະ​ໄລຍະ ທີ່​ເຫັນ​ວ່າ​ມີ​ຄວາມ​ຈຳ​ເປັນ ຕ້ອງ​ໄດ້​ປະກາດ​ຍົກ​ເລີກ ການ​ສະກັດ​ກັ້ນການ​ນຳ​ເຂົ້າຊີ້ນ​ໝູ ຫລື ປະກາດ​ຍົກ​ເລີກ​​ໂຈະ​ການ​ນຳເຂົ້າ​ລູກ​ໝູ ​ແລະ ຊີ້ນ​ໝູຕາມຄວາມເປັນຈິງຕື່ມອີກ.

No comments:

Post a Comment