Ad

Ad

12 August 2014

ເກີດເຫດໄວໜຸ່ມແທງກັນເສຍຊີວິດ



ພາບປະກອບ
        ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນຄ່ຳຄືນວັນທີ 10 ສິງຫານີ້ ໄດ້ເກີດເຫດໄວໜຸ່ມໄລ່ຕີກັນຢູ່ໜ້າຮ້ານເບຍ ທົ່ງໂພເງິນ, ບ້ານ ໂພເງິນ ເມືອງຫາດ ຊາຍຟອງ, ນະຄອນຫຼວງວຽງຈັນ ເປັນເຫດໃຫ້ໄວໜຸ່ມໜຶ່ງຄົນເສຍຊີວິດພາຍຫຼັງ ນຳສົ່ງໂຮງໝໍ.
         ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ກ່ອນ ເກີດເຫດໄດ້ມີກຸ່ມໄວໜຸ່ມ, ຢູ່ບ້ານ ດອນດູ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ປະມານ 10 ກວ່າຄົນ ໄດ້ເຂົ້າໄປນັ່ງ ກິນເບຍ ຢູ່ຮ້ານເບຍດັ່ງກ່າວ ແລະ ໄດ້ມີ ການຜິດຖຽງກັບໄວໜຸ່ມອີກກຸ່ມໜຶ່ງ ຢູ່ບ້ານ ໂພສີ ທີ່ມານັ່ງກິນ ເບຍນຳກັນ 3 ຄົນ, ຍ້ອນເລື່ອງຍາດຜູ້ສານຂອງກັນຈາກນັ້ນ ໄວໜຸ່ມທັງສອງກຸ່ມກໍໄດ້ທ້າທາຍກັນ ກ່ອນຈະອອກຈາກຮ້ານເບຍ ແລະ ເກີດມີການໄລ່ຕີກັນ, ຊຶ່ງກຸ່ມໄວໜຸ່ມທັງສອງຕ່າງກໍ ມີອາວຸດ, ມີດ ແລະ ງ້າວ ກ່ອນທີ່
ທ້າວ ໂກໂກ້ ອາຍຸ 17 ປີ ຢູ່ບ້ານ ດອນດູ່ ຈະໃຊ້ມີດແທງທ້ອງ ທ້າວ ຕີເຫຼັກ ອາຍຸ 17 ປີ ຢູ່ບ້ານ ໂພສ ຊຶ່ງເຮັດໃຫ້ໄດ້ຮັບບາດ ເຈັບສາຫັດ ແລະ ເສຍຊີວິດໃນ ຂະນະນຳສົ່ງໂຮງໝໍ. ເຈົ້າໜ້າທີ່ ຍັງໃຫ້ຮູ້ວ່າ: ພາຍຫຼັງ ເຫດການ ດັ່ງກ່າວ ເຈົ້າໜ້າທີ່ຕຳຫຼວດ ບ້ານສາມາດຈັບຕົວ ທ້າວ ໂກໂກ້ ທີ່ເປັນຄົນແທງ ທ້າວ ຕີເຫຼັກເສຍຊີວິດ ແລະ ໝູ່ ອີກ 3 ຄົນ ໄດ້ເພື່ອ ດຳເນີນຄະດີຕາມ ລະບຽບກົດໝາຍ.

No comments:

Post a Comment