Ad

Ad

12 August 2014

ປະກອບຄຳເຫັນໃສ່ຮ່າງມະຕິວ່າດ້ວຍທິດທາງ ແລະ ມາດຕະການປະຕິບັດວຽກ 3 ສ້າງ



     ວັນທີ 11 ສິງຫານີ້ຄະນະຈັດ ຕັ້ງສູນກາງພັກໄດ້ຈັດກອງປະຊຸມປະກອບຄຳຄິດເຫັນໃສ່ຮ່າງມະຕິວ່າດ້ວຍທິດທາງເປົ້າ ໝາຍ ແລະ ມາດຕະການຈັດຕັ້ງປະຕິ ບັດວຽກງານ 3 ສ້າງຄື ສ້າງ ແຂວງເປັນຫົວໜ່ວຍຍຸດທະ ສາດ, ສ້າງເມືອງໃຫ້ເປັນຫົວ ໜ່ວຍ ເຂັ້ມແຂງຮອບດ້ານຂຶ້ນຢູ່ ໂຮງແຮງແສງແກ້ວ, ນະຄອນ ຫຼວງວຽງຈັນພາຍໃຕ້ການເປັນປະທານຂອງ ທ່ານ ຈັນສີ ໂພສີ ຄຳ, ເລຂາທິການສູນກາງພັກ, ຜູ້ປະຈຳການຄະນະຮັບຜິດຊອບຊີ້ນຳເຮັດທົດລອງ 3 ສ້າງ ມີລັດ ຖະມົນຕີຊ່ວຍວ່າການຈາກ 15 ກະຊວງທີ່ກ່ຽວຂ້ອງ, ພ້ອມດ້ວຍ ຜູ້ຕ່າງໜ້າຈາກ 4 ອົງການຈັດ ຕັ້ງມະຫາຊົນເຂົ້າຮ່ວມຢ່າງພ້ອມພຽງ.
   ທ່ານປະທານອງປະຊຸມ ກ່າວວ່າ: ເພື່ອສືບຕໍ່ຊຸກຍູ້ວຽກ ງານ 3 ສ້າງໃນບັ້ນທົດລອ ໃຫ້ ເຂົ້າສູ່ລວງເລິກຕື່ມອີກ ແລະ ສາ ມາດຖອດຖອນບົດຮຽນໄດ້ຢ່າງເປັນລະບົບຮອບດ້ານໃນທ້າຍປີ 2014, ຈາກນັ້ນຈຶ່ງສືບຕໍ່ເສີມຂະຫຍາຍ ແລະ ເປີດກວ້າງ ຕາມເງື່ອນໄຂຄວາມສາມາດ ແລະ ຄວາມຮຽກຮ້ອງຕ້ອງການຕົວ ຈິງ, ກົມການເມືອງສູນກາງພັກຈຶ່ງໄດ້ອອກມະຕິວ່າດ້ວຍ ທິດທາງ-ເປົ້າໝາຍ ແລະ ມາດຕະການໃນການຈັດຕັ້ງປະຕິບັດ ວຽກງານ 3 ສ້າງໃຫ້ເປັນເອກະພາບດັ່ງນີ້: (1) ປັບປຸງຍົກລະ ດັບຄວາມສາມາດນຳພາຂອງຄະນະພັກແຂວງ, ເມືອງ ແລະ ປັບປຸງກໍ່ສ້າງພັກໃຫ້ມີຄວາມເຂັ້ມແຂງປອດໃສ່ມີລັກສະນະນຳ ໜ້າສູງຂຶ້ນ, (2) ບູລະນະການປົກຄອງປະຊາທິປະໄຕປະຊາຊົນຢູ່ຂັ້ນທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງໝັ້ນຄົງບົ້ນພື້ນຖານການ
ປະຕິບັດສິດອຳນາດກໍຄືພາລະບົດ ບາດປົກຄອງ ແລະ ຄຸ້ມຄອງບໍລິ ຫານຕາມກົດໝາຍໃຫ້ສັກສິດ, ຮັບປະກັນຄວາມສະເໝີ ພາບ ແລະຄວາມຍຸດຕິທຳໃນທົ່ວສັງ ຄົມ (3) ເສີມຂະຫຍາຍສິດເປັນ ເຈົ້າ ແລະ ຕອບສະໜອງຜົນປະໂຫຍດຂອງປະຊາຊົນ ດ້ວຍການສ້າງເງື່ອນໄຂອຳນວຍໃຫ້ແກ່ ການດຳລົງຊີວິດ ແລະ ທຳມາ ຫາກິນຕາມນະໂຍບາຍ ແລະ ຕາມກົດໝາຍຂອງລັດ, ເສີມ ສ້າງຄວາມສາມັກຄີປອງດອງ ແລະ ຄວາມເປັນປຶກແຜ່ນລະຫວ່າງເຜົ່າ-ລະຫວ່າງຊັ້ນຄົນ ພາຍໃນທ້ອງຖິ່ນໃຫ້ແໜ້ນ (4) ພັດທະນາທ້ອງຖິ່ນເຂດແຄວ້ນ ແລະ ຊົນນະບົດໃຫ້ມີການຫັນປ່ຽນໄປຕາມທິດຫຼຸດຜ່ອນຄວາມແຕກໂຕນກັນໃນດ້ານການ ພັດທະນາ ແລະ ດ້ານລາຍຮັບລົງເປັນກ້າວໆ, ຊຸກຍູ້ການຜະລິດ ເປັນສິນຄ້າ ແລະ ການບໍລິການສ້າງລາຍໄດ້ຂອງຄອບຄົວແກ້ ໄຂຄວາມທຸກຍາກບັນລຸເປົ້າ ໝາຍສະຫັດສະຫວັດດ້ານການ ພັດທະນາເຮັດໃຫ້ປະຊາຊົນມີຊີ ວິດການເປັນຢູ່ດ້ານວັດຖຸ ແລະ ວັດທະນະທຳດີຂຶ້ນ ແລະ (5) ປະຕິບັດແນວທາງປ້ອງກັນຊາດປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຢ່າງຕັ້ງໜ້າເປັນ ເຈົ້າການເພື່ມທະວີບຄວາມສາມາດ ແລະ ຄວາມເຂັ້ມແຂງໃຫ້ແກ່ກຳລັງທ້ງຖິ່ນໃນການຮັບປະກັນສະຖຽນລະພາບ ແລະ ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ທ້ອງຖິ່ນ ແລະ ຮາກຖານຕົນເອງ, ດັ່ງນັ້ນ ພວກເຮົາຈະໄດ້ພ້ອມກັນ ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນໃສ່ຮ່າງມະຕິດັ່ງກ່າວເພື່ອໃຫ້ການຈັດຕັ້ງປະຕິບັດມີປະສິດທິຜົນສູງສຸດ.

No comments:

Post a Comment