Ad

Ad

11 August 2014

ສົກປີ 2014-2015 ການສອບເສັງເຂົ້າລັດຖະກອນພາກຄວາມຮູ້ທົ່ວໄປມີຜູ້ເສັງຜ່ານ 90%



     ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ, ໄດ້​ໃຫ້ສຳພາດຕໍ່​ສື່​ໃນ​ວັນ​ທີ 8 ​​ສິງຫາຜ່ານມານີ້ ວ່າ: ການ​ສອບ​ເສັງ​ເຂົ້າ​ເປັນ​ລັດຖະກອນ​ພາກ​ຄວາມ​ຮູ້​ທົ່ວ​ໄປ​ຄັ້ງ​ນີ້​ເປັນ​ຄັ້ງ​ທີ 2 ທີ່​ໄດ້​ຈັດ​ຂຶ້ນ​ພ້ອມ​ກັນຢູ່​ນະ​ຄອນ​ຫລວງ​ວຽງ​ຈັນ ​ແລະ 17 ແຂວງ​ທົ່ວ​ປະ​ເທດ​ເມື່ອ​ເດືອນ​ກໍລະກົດ​​ຜ່ານ​ມາ ເຊິ່ງມີ​ຜູ້​​​ລົງທະບຽນສະໝັກສອບ​ເສັງ​ທັງ​ໝົດ 32.241 ຄົນ, ແຕ່​ເຂົ້າ​ສອບ​ເສັງ​ຕົວຈິ​ງ 31.821 ຄົນ,​ ບໍ່​ມາ​ສອບ​ເສັງ​ 420 ຄົນຈຳນວນ​ທີ່​ເສັງ​ຜ່ານ​ຄະ​ແນນ 50% ຂຶ້ນ​ໄປ​ມີ 28.734 ຄົນ ​ເທົ່າ​ກັບ 90,30% ຂອງ​ຈຳນວນ​ນັກ​ສອບ​ເສັງ​ທັງ​ໝົດ, ໃນ​ນີ້ຊັ້ນ​ສູງ​ຂຶ້ນ​ໄປ​ເສັງ​ຜ່ານ​ຈຳນວນ 26.302 ຄົນ​ເທົ່າ​ກັບ 90,18%, ຊັ້ນ​ກາງ​ລົງ​ມາ​ເສັງ​ຜ່ານ 2.432 ຄົນ ​ເທົ່າ​ກັບ 91,57%.
       ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ​ໃຫ້​ຮູ້​​ວ່າ: ສຳລັບ​ໂກ​ຕາລັດຖະກອນສົກ​ປີ 2014- 2015 ນີ້, ລັດຖະບານ ໄດ້ຕົກ ລົງ​ອະນຸມັດ 5 ພັນຄົນ, ຖ້າ​ທຽບ​ໃສ່​​ປີຜ່ານມາແມ່ນ​ຫລຸດ​ລົງ ​1/4 ເຊິ່ງສົກ​ປີ 2013 ​ໄດ້ຮັບ​ບັນຈຸ​ເປັນ​ລັດຖະກອນ ປະມານ
16 ພັນຄົນ.​​ ປີຜ່ານມາ​ການ​ສອບ​ເສັງ​ເຂົ້າ​ລັດຖະກອນ​ໄດ້​ມີ​ຄວາມ​ຫຍຸ້ງຍາກ​ຫລາຍ​ດ້ານ ​ແລະ ​ເປັນ​ສິ່ງ​ທ້າ​ທາຍ, ສະນັ້ນປີ​ນີ້ ພວກ​ເຮົາ​ຈຶ່ງໄດ້​ຖອດ​ຖອນ​ບົດຮຽນ ​ແລະ ​ປັບປຸງ​ໃຫ້​ດີ​ຂຶ້ນ. ຄຽງ​ຄູ່​ກັນ​ນີ້ ກໍ​ໄດ້​ຮັບການ​ເອົາ​ໃຈໃສ່​​ເປັນ​ຢ່າງ​ດີຈາກ ອຳນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ທຸກ​ຂັ້ນ​ທັງ​ຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ຕະຫລອດ​ຮອດ​ນັກທຸລະກິດ, ຊາວ​ຄ້າຂາຍ ​ແລະ ພໍ່​ແມ່-ຜູ້​ປົກຄອງ​ນັກ​ສອບ​ເສັງ​ທີ່​ໃຫ້ການ​ຮ່ວມ​ມື​ ຈຶ່ງ​ເຮັດ​ໃຫ້ການ​ສອບ​ເສັງ​ຄັ້ງ​ນີ້​ໄດ້​ຮັບ​ຜົນ​ສຳ​ເລັດ​ດີ​ພໍ​ສົມ​ຄວນ​. ພ້ອມ​ນັ້ນ, ກໍ​ຍ້ອນ​ບັນດາ​ນັກ​ສອບ​ເສ​ັງທັງ​ໝົດ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ຄົ້ນ​ຄວ້າ​ຮ່ຳຮຽນ, ອ່ານ​ຄຳ​ຖາມ-ຄຳ​ຕອບຢ່າງ​ລະອຽດ​ເຮັດໃຫ້ການ​ສອບ​ເສັງ​ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ມີ​ຜູ້​ສອບ​ເສັງ​ຜ່ານ​ຫລາຍ​ກວ່າ90%.

No comments:

Post a Comment