Ad

Ad

11 August 2014

ພະນັກງານ​ວິຊາ​ການຂອງ​ລາວ​ຈຳນວນ 23 ຄົນ ໄດ້​ຮັບ​ທຶນໄປ​ສຶກສາ​ຕໍ່ທີ່​ປະ​ເທດ​ຍີ່ປຸ່ນ



     ​ໃນຕອນຄ່ຳວັນທີ 8 ສິງຫານີ້, ທ່ານ ຮິ​ໂຣະຢູກີ ຄິຊິ​ໂນະ ເອກ​ອັກຄະຣາຊະ​ທູດ​ຍີ່ປຸ່ນ​ປະຈຳ ສປປ ລາວ, ​ໄດ້​ຈັດ​ງານ​ລ້ຽງ​ສົ່ງ​ພະນັກງານ​ວິຊາ​ການຂອງ​ລາວ ຈຳນວນ 23 ຄົນ ເພື່ອໄປ​ສຶກສາ​ຕໍ່​ຢູ່ປະ​ເທດ​ຍີ່ປຸ່ນຂຶ້ນທີ່​ເຮືອນ​ພັກ​​ທ່ານ​ທູ​ດໃນນະຄອນ ຫລວງວຽງ​ຈັນ, ໂດຍ​ມີ​ທ່ານ ນາງ ​ແສງ​ເດືອນ ຫລ້າ​ຈັນທະ​ບູນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາ​ທິການ ແລະ ກິລາ, ຮອງ​ປະທານ​ສະມາຄົມ​ມິດຕະພາບ​ລາວ-ຍີ່ປຸ່ນເຂົ້າຮ່ວມນຳອີກ.
     ​ພາຍ​ໃຕ້ທຶນ​ການ​ສຶກສາ 2 ໂຄງການ​ເຊັ່ນ: ​ໂຄ​ງການດ້ານ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ (JDS)  ​ແລະ ​ໂຄງການ​ຜູ້ ນຳ​ໄວ​ໜຸ່ມ (YLP), ໃນ​ນີ້ ສຳລັບ ທຶນການ​ສຶກສາ​ດ້ານການພັດທະ​ນາ​ຊັບພະຍາກອນ​ມະນຸດ ​ແມ່ນ​ທຶນ​ການ​ຊ່ວຍ​ເຫລືອ​ລ້າ ທີ່​ສະ ໜອງ​ໃຫ້​ລັດຖະກອນ​ລາວ​ໄປ​ສຶກ ສາ​ເຊື່ອມ​ຕໍ່ປະລິນຍາ​​ໂທ ຈຳ ນວນ 20 ທຶນ, ໃນ​ໄລຍະ 2 ປີ ແລະ ອີກ 3 ທຶນ
ແມ່ນ​ໄດ້ໄປ​ສຶກສາ​ຕໍ່​ຂະ​ແໜງ​ຜູ້ນຳ​ໄວ​ໜຸ່ມ​ ​ໃນ​ໄລຍະ 1 ປີ, ໃນໂອກາດນີ້​ທ່ານ​  ທູ​ດ​ໄດ້ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ຜູ້ ໄດ້​ຮັບ​ທຶນ​ໄປ​ສຶກສາ​ຕໍ່ຄັ້ງ​ນີ້. ນອກຈາກຈະໄດ້ຮັບທຶນການສຶກສາຮ່ຳຮຽນທີ່ດີແລ້ວ, ບັນດາພະ ນັກງານດັ່ງກ່າວຍັງຈະໄດ້​ເຫັນ​ປະ​ເທດ​ຍີ່ປຸ່ນ​ດ້ວຍ​ຕາ​ຂອງ​ຕົນ ເອງບໍ່​ວ່າ​ຈະ​​ເປັນ​ຈຸ​ດດີ ຫລື ຈຸດ​ບໍ່​ດີເພື່ອເປັນການແລກປ່ຽນບົດ ຮຽນ ແລະ ປະສົບການຕົວຈິງທີ່ ເປັນ​ປະ​ໂຫຍ​ດ​ເຂົ້າ​ໃນ​ການ​ດຳ ລົງ​ຊີວິດພາຍຫລັງ​ໄດ້​ສຳ​ເລັດ​ການ​ສຶກສາ​ກັບ​ມາ,. ນອກ​ນັ້ນ​ທ່ານ​ທູ​ດຍັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນພະ ນັກງານ​ລາວ​ທີ່​ຈະ​ໄປ​ສຶກ ສາ​ຕໍ່​ຈະ​​ເຮັດ​ໜ້າ​ທີ່​ຂອງ​ຕົນ​ໃນ​ການ​ພັດທະນາ​ເສດຖະກິດ​-ສັງ ຄົມ​ຂອງ​ປະ​ເທດລາວ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ຍິ່ງ​ຂຶ້ນ ແລະ ສະ​ແດງ​ຄວາມ​ຫວັງ​ວ່າ​ທຸກ​ທ່ານ ຈະ​ເປັນ​ຂົວ​ຕໍ່​ເຂົ້າ​ໃນ​ການ​ເສີມ​ສ້າງ ສາຍພົວພັນມິດຕະພາບທີ່ດີລະ​  ຫ​ວ່າງ​ລາວ-ຍີ່​ປຸ່ນ ໃຫ້​ນັບ​ມື້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ.

No comments:

Post a Comment