Ad

Ad

12 August 2014

ປກສ ເມືອງໄຊເຊດຖາ ມ້າງກຸ່ມແກ໊ງມົ້ວສຸມຢາເສບຕິດຫລາຍຈຸດ



ພາບ : ຫນັງສືພິມ ປກສ
   ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສເມືອງໄຊເຊດຖາ, ນະ ຄອນຫລວງວຽງຈັນ, ສາມາດມ້າງກຸ່ມແກ໊ງມົ້ວສຸມຢາເສບຕິດ ຢູ່ບ່ອນພັກຂອງກຳມະກອນສູນການຄ້າ ລາວ-ໄອເຕັກ, ນະຄອນ ຫລວງວຽງຈັນ ແລະ ມີຜູ້ຕ້ອງ ຫາຄື ທ້າວ ລ້ວນ ອາຍຸ 35 ປີ, ຢູ່ບ້ານນາຮັ່ງເມືອງຄົງເຊໂດນ, ແຂວງສາລະວັນ, ທ້າວ ມີ ອາຍຸ 20 ປີຢູ່ບ້ານໝາ ກນາວ, ເມືອງຊຽງເງິນ, ແຂວງຫລວງພະ ບາງ, ທ້າວ ນຸ້ນ ອາຍຸ 32 ປີ ຢູ່ບ້ານຕານ ໃຕ້, ເມືອງຄູນ, ແຂວງ ຊຽງຂວາງ ແລະ ທ້າວ ພົດ ອາຍຸ 26 ປີຢູ່ບ້ານທ່ານາກ, ເມືອງໄຊເຊດຖາ, ນະຄອນຫລວງວຽງຈັນ, ພ້ອມຂອງກາງ ຢາບ້າ 14 ເມັດ, ເຊິ່ງທັງ ໝົດເປັນກຳມະກອນຢູ່ສະຖານທີ່ກໍ່ສ້າງສູນການ ຄ້າ ດັ່ງກ່າວ ແລະ ຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ໄດ້ຮ່ວມກັນເສບຢາເສບຕິດ ມາດົນແລ້ວ ໂດຍຢາບ້າທີ່ເອົາມາເສບແຕ່ລະ ເທື່ອແມ່ນຊື້ນຳກຳມະກອນເຮັດວຽກນຳກັນ ແລະ ອີກຈຸດໜຶ່ງແມ່ນ ແກ໊ງມົ້ວ ສຸມຢາເສບຕິດຢູ່ຮ້ານສະນຸກເກີແຫ່ງໜຶ່ງໃນເຂດ ບ້ານໂນນຫວາຍ, ເມືອງໄຊເຊດຖາ, ນະຄອນຫລວງວຽງຈັນ, ມີຜູ້ ຕ້ອງຫາ ຄື: ທ້າວ ຄອນສະຫວັນ ອາຍຸ 20 ປີຢູ່ບ້ານເມືອງ ນ້ອຍ, ທ້າວ ເດດ ອາຍຸ 21 ປີ, ທ້າວ ຈັນ ແຕ້ມ ອາຍຸ 16 ປີ, ທ້າວ ວິທະ ກອນ ອາຍຸ 30 ປີຢູ່ບ້ານໂນນ ຫວາຍ ແລະ ທ້າວ ຈັນທະຄານ ອາຍຸ 18 ປີຢູ່ບ້ານຄຳສະຫວາດ, ເມືອງໄຊເຊດຖາ, ນະຄອນ ຫລວງວຽງຈັນ. ພ້ອມຂອງ ກາງຢ້າບ້າ 131 ເມັດ, ປືນ 1 ກະບອກເຊິ່ງເຈົ້າໜ້າທີ່ໄດ້ຍຶດໄວ້ເປັນຫລັກຖານໃນການດຳເນີນ ຄະດີຕາມກົດໝາຍ.     

No comments:

Post a Comment