Ad

Ad

23 December 2014

ນະຄອນຫລວງ​ວຽງຈັນ: ພຽງ 1 ອາທິດມີອຸປະຕິເຫດເກີດຂຶ້ນ 40 ກໍລະນີ, ມີຜູ້ເສຍຊີວິດ 5 ຄົນ



     ພຽງ 7 ວັນຄື: ນັບແຕ່ວັນທີ 15-21 ທັນວານີ້, ຢູ່ນະຄອນ ຫລວງວຽງຈັນ, ມີອຸ ປະຕິເຫດ ຕາມທ້ອງຖະໜົນເກີດຂຶ້ນ 40 ກໍລະນີ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 5 ຄົນ ເມື່ອທຽບກັບອາທິດກ່ອນ ເຫັນວ່າສະພາບເກີດອຸປະຕິເຫດ​ເພີ່ມ​ຂຶ້ນ, ລວມມີມູນ ຄ່າເສຍຫາຍຫລາຍກວ່າ 400 ລ້ານກີບ.
    ເຈົ້າໜ້າທ​ີ່ຈະລາຈອນ​ໃຫ້​ຮູ້​ວ່າ: ໃນຕອນຄ່ຳຂອງວັນທີ 15 ຜ່ານມາ, ຢູ່​ເຂດບ້ານ​ໄຮ່ ເມືອງ ໄຊທານີ, ໄດ້ເກີດເຫດລົດຈັກ​ຕຳ​ກັນ ເຮັດໃຫ້ເສຍຊີວິດ 1 ຄົນ, ຕອນທ່ຽງ​ຄືນ​ຂອງ ວັນທີ 16 ຜ່ານ​ມາ,  ຢູ່​ເຂດ​ບ້ານ​ທ່າ​ເດື່ອ ເມືອງ​ຫາດ​ຊາຍ​ຟອງ ລົດບັນທຸກ​ແກ່​ຫີນ-ຊາຍຕຳ​ລົດຈັກ​ ​ເຮັດ​ໃຫ້ ຄົນ​ຂັບ​ ​ແລະ ຜູ້ຊ້ອນເສຍຊີວິດ, ຕົກມາໃນເວລາ​ເກືອບ​ທ່ຽງ​ຄືນ ຂອງວັນທີ 17 ຢູ່​ເຂດ​ບ້ານນາ​ທົ່ມ ເມືອງ​ໄຊ​ທານີ ໄດ້ມີລົດຈັກຕຳ​ກັບ​ລົດ​ໃຫຍ່ ເຮັດໃຫ້ຜູ້ຂັບຂີ່​ລົດ ຈັກເສຍຊີວິດ 1 ຄົນ ແລະ ໃນເວ ລາກາງຄືນຂອງວັນທີ 19 , ຢູ່ ເຂດບ້ານໜອງປາໃນ ເມືອງໄຊ ທານີ ເກີດເຫດລົດໃຫຍ່ຕຳ ລົດຈັກເຮັດໃຫ້ ຜູ້ຂັບຂີ່ລົດຈັກ ເສຍຊີວິດ 1 ຄົນ.
    ເຈົ້າໜ້າທີ່ກົມຈະລາຈອນ ຍັງໃຫ້ຮູ້ຕື່ມອີກວ່າ: ໃນອາທິດ ຜ່ານມານີ້ທົ່ວປະເທດມີສະພາບອຸປະຕິເຫດເພີ່ມຂຶ້ນ 134 ກໍລະນີ, ມີຜູ້ເສຍຊີວິດ 15 ຄົນເພີ່ມຂຶ້ນ 3 ຄົນ, ລວມມີມູນຄ່າເສຍຫາຍ ຫລາຍກວ່າ 1.700 ລ້ານກີບ, ຊຶ່ງອຸປະຕິເຫ ດສ່ວນໃຫຍ່ແມ່ນເກີດ ໃນຍາມຄ່ຳຄືນ, ສະນັ້ນ ຈຶ່ງຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະໜົນຈົ່ງມີສະຕິ, ລະມັດລະວັງໃນ ການຂັບຂີ່ບົນທ້ອງຖະໜົນ ແລະ ປະຕິບັດລະບຽບຈະລາຈອນໃຫ້ ເຂັ້ມງວດກວ່າເກົ່າ.

No comments:

Post a Comment