Ad

Ad

23 December 2014

ອົບຮົມ​ທັກສະການ​ສຳພາດ​ຂ່າວ​ໃຫ້​ສື່​ມວນ​ຊົນ​ລາວ



            ວັນ​ທີ 22 ທັນວາ​ນີ້​ກົມ​ສື​ມ່ວນ​ຊົນ, ກະຊວງ​ຖະ​ແຫຼ່ງຂ່າວ​ແລະ​ສື່ສານ​ຫວຽດນາມຮ່ວມ​ກັບ​ສະ​ຖາ​ບັນສື່ມວນ​ຊົນ, ກະ ຊວງ​ຖະດ​ແຫຼ່ງຂ່າວ, ວັດທະນະ ທຳ ແລະ​ ທ່ອງ​ທ່ຽວ​, ​ໄດ້​ເປີດ​ຊຸດ​​​ຝຶກ​ອົບຮົມທັດ​ສະການ​ສຳ​ພາດ​ຂ່າວ​ໃຫ້​ສື​່ມວນ​ຊົນ​ລາວ​ຂຶ້ນ, ຢູ່​ສະ​ຖາ​ບັນ​ດັ່ງກ່າວ, ທີ່ນະຄອນຫຼວງ​ວຽງ​ຈັນ,​​ ໂດຍການເຂົ້າ​ຮ່ວມ​ເປີດ​ພິທີຂອງ​ທ່ານ ສະຫວັນ​ຄອນ ຣາຊມຸນຕຣີ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫຼ່ງຂ່າວ, ວັດ​ທະນະ​ທຳ​ ແລະ​ ທ່ຽວ​ທ້ອງ, ທ່ານ ຫວູ​ແທງ​ເຊີນ ຮອງ​ຫົວໜ້າ​ກົມ​ສສື່​ມວນ​ຊົນ, ຖະ​ແຫຼ່ງຖະ​ແຫຼ່ງຂ່າວ​ ແລະ​ ສື່ສານ​ຫວຽດ ນາມ, ມີ​ຫົວໜ້າ​ກົມ, ຫົວໜ້າ​ສະຖາ​ບັນ ​ແລະ​ ຄູ​ອາຈານ, ພ້ອມ​ດ້ວຍ​ນັກ​ສຳ​ມະ​ນາກອນ​ຈາກ​ສູນ ກາງ​ແລະ​ທ້ອງ​ຖິ່ນ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.
           ທ່ານ​ ວິ​ໄລ​ທອງ ສີ​ຊາ​ນົນ ອຳນວຍ​ການ​ສະ​ຖາ​ບັນ​ສື່​ມວນ​ຊົນ, ວັດທະນະທຳ ແລະ ທ່ອງ ທ່ຽວມີຄຳເຫັນໃນພິທີ ວ່າ: ​ໂດຍ​ປະຕິບັດ​ຕາມ​ການ​ຮ່ວມ​ມື​ຂອງ ກະຊວງ​ຖະ​ແຫຼ່ງຂ່າວ, ວັດ​ທະ ນະ​ທຳ​ ແລະ​ ທ່ອງ​ທ່ຽວ​ ແລະ ​ຖະ​ຊວງ​ຖະ​ແຫຼ່ງ
ຂ່າວ ​ແລະ​ສື່​ສານ​ຫວຽດນາມ​ປົກກະຕິ​ແລ້ວ​ປີ​ໜຶ່ງ​ທັງ​ສອງ​ກະຊວງ​ຈະ​ເປີດ​ຊຸດ​ຝຶກ​ອົບຮົມ​ຂຶ້ນ​ສອງ​ຊຸດ​ຄື : ຢູ່​ລາວ 1 ຊຸດ​ ແລະ​ ຢູ່ ສສ ຫວຽດ ນາມ 1 ຊຸດ​ໂດຍ​ການ​ຊ່ວຍ​ເຫຼືອ​ຂອງ​ກະ ຊວງ​ຖະ​ແຫຼ່ງຂ່າວ​ ແລະ​ ສື່ສານ​ຫວຽດນາມ ​ແລະ ການ​ເປີດ​ຊຸດ​ຝຶກ​ອົບຮົມ​ຄັ້ງພິເສດໃນປີ 2014, ຜ່ານ​ມາສອງຝ່າຍໄດ້ຮ່ວມຈັດ ຊຸດຝຶກອົບຮົມມາແລ້ວ 7 ຫາ 8 ຊຸດ​​ ຫຼື ປະມານ 300 ກວ່າ​ຄົນ​ທີ່ໄດ້ເຂົ້າຮັບອົບຮົມ​ໃນ​ຫົວ​ຂໍ້​ທີ່​ແຕກ​ຕ່າງ​ກັນ​ ແລະ ການ​ຊ່ວຍ​ເຫຼືອ​ດັ່ງກ່າວ​​ແມ່ນ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກການນຳ ກະຊວງ​ຖະ​ແຫຼ່ງຖະ​ແຫຼ່ງຂ່າວ, ວັດ​ທະ ນະ​ທຳ ​ແລະ​ ທ່ອງ​ທ່ຽວ​ເຖິງ​ຜົນສຳເລັດຂອງການຮ່ວມມືດັ່ງກ່າວເພື່ອເລັ່ງໃສ່ພັດທະ ນາວຽກງານສື່ມວນຊົນຂອງລາວນັບມື້ ເຕີບໃຫຍ່ ເຂັ້ມແຂງ ​ແລະ​ ​ເຊື້ອ​ວ່າ ຊຸດ​ຝຶກ​ອົບຮົມ​ຄັ້ງ​ນີ້​​ຈະ​ຊ່ວຍ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ໃຫ້​ສື່​ມວນ​ຊົນ​ໄດ້​ເປັນ​ຢ່າງ​ດີ ແລະ ຫວັງ​ເປັນ​ຢ່າງ​ຍິ່ງ​ວ່າບັນ ດາ​ນັກ​ສຳ​ມະ​ນາກ​ອນທີ່​ເຂົ້າ​ຮ່ວມ​​ຝຶກ​ອົບຮົມ​ຈະ​ຕັ້ງ​​ໃຈ​ສຶກສາ​ເອົາ​ຄວາມ​ຮູ້​ຈາກ​ຄູອາຈານຜູ້​ມີ​ປະສົບການເພື່ອ​ໄປ​ພັດທະນາ​ຕົນ​ເອງ​ ແລະ ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ໃຫ້​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ, ຊຸດ​ຝຶກ​ອົບຮົມ​ດັ່ງກ່າວ​ແມ່ນ​ຈະ​ດຳ​ເນີນ​ໄປ​ຮອດ​ວັນ​ທີ 26 ທັນວາ​ນີ້.

No comments:

Post a Comment