Ad

Ad

23 December 2014

10 ເຫດການສຳຄັນຢູ່ລາວໃນປີ 2014



     ປີ 2014 ໄດ້ມີຫລາຍເຫດ ການທາງການເມືອງທີ່ສຳຄັນ ເກີດຂຶ້ນພາຍໃນປະເທດລາວ ພວກເຮົາ, ເຊິ່ງໜັງສືພິມລາວ ພັດທະ ນາ ໄດ້ຄັດຈ້ອນ 10 ເຫດ ການເດັ່ນໃນຮອບປີນີ້ມາໃຫ້ຜູ້ ອ່ານໄດ້ຮັບຮູ້ຄື:
   1.ການສະຫລອງວັນສ້າງ ຕັ້ງກອງທັບປະຊາຊົນລາວຄົບ ຮອບ 65 ປີ (20 ມັງກອນ 1949 - 20 ມັງກອນ 2014), ຢູ່ຫໍປະຊຸມ ແຫ່ງຊາດ, ນະຄອນຫລວງ ວຽງຈັນ, ໂດຍສະຫາຍເລຂາທິ ການໃຫຍ່ ຈູມມາລີ ໄຊຍະສອນ ໄດ້ຕີລາຄາວ່າ: ຕະຫລອດໄລ ຍະ 65 ປີຜ່ານມາ, ກອງທັບປະ ຊາຊົນລາວໄດ້ເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນຢ່າງຮອບດ້ານ, ເປັນແກ່ນ ສານໃຫ້ແກ່ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມ ສະຫງົບ ແລະ ເປັນກຳລັງທີ່ມີ ຄວາມຈົ່ງຮັກພັກດີ ແລະ ຊື່ສັດບໍ ລິສຸດຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາ ຊົນ.
    2. ມອບ-ຮັບ ແລະ ເປີດ ນຳໃຊ້ຫໍວັດທະນາທຳ ໄກສອນ ພົມວິຫານຢູ່ບ້ານເກີດຂອງເພີ່ນທີ່ແຂວງສະຫວັນນະເຂດ ຂອງຂວັນ ຈາກ ສສ ຫວຽດນາມ, ໃນ ວັນທີ 7 ມັງກອນ 2014, ໂດຍການເຂົ້າຮ່ວມຂອງທ່ານ ດຣ ບຸນປອນ ບຸດຕະນະວົງ ກໍາມະການກົມການເມືອງສູນກາງພັກ, ທ່ານ ເຈີນ ກວັກ ເວືອງ ເລຂາທິການສູນກາງພັກຫົວໜ້າຫ້ອງວ່າການ ສູນກາງພັກ ກອມມູນິດຫວຽດ ນາມ, ຫໍວັດທະນາທຳ ດັ່ງກ່າວມີເນື້ອທີ່  4.777 ຕາ ແມັດ, ມີອາຄານ 4 ຫລັງ, ລວມ ມູນຄ່າການກໍ່ ສ້າງທັງໝົດ 191 ຕື້ດົງ (ສະກຸນເງິນຫວຽດນາມ), ປັດຈຸບັນຫໍວັດທະນາທຳແຫ່ງ ນີ້, ໄດ້ກາຍເປັນສັນຍາລັກແຫ່ງມິດ ຕະພາບ ຄວາມສາມັກຄີແບບພິ ເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງພັກ, ລັດ ແລະ ປະຊາຊົນສອງຊາດລາວ- ຫວຽດ ນາມ.

     3. ລາວສະຫລອງຄົບຮອບ 1 ປີການເປັນສະມາຊິກອົງການ ການຄ້າໂລກ (WTO) ໃນວັນທີ 5 ກຸມພາ 2014, ໃນໂອ ກາດນີ້,  ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ທອງລຸນ ສີສຸລິດ ໄດ້ໃຫ້ກຽດປະດັບ ຫລຽນ ໄຊແຮງງານຊັ້ນ I,II, III, ຫລຽນກາແຮງງານ ແລະ ໃບຍ້ອງຍໍໃຫ້ບຸກຄົນ ແລະ ກົມ ກອງທີ່ມີຜົນງານເດັ່ນໃນການ ປະກອບສ່ວນ ຢ່າງຫ້າວຫັນເຮັດໃຫ້ ສ ປປ ລາວ ໄດ້ເຂົ້າເປັນສະ ມາຊິກອົງການການຄ້າໂລກ ຢ່າງສົມບູນ.
     4. ລາວຫາລືວິໄສທັດການ ພັດທະນາປະເທດຮອດປີ 2030, ໂດຍການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດເລັ່ງສະຫວັດ, ໃນວັນທີ 15 ພຶດສະພາ 2014, ໂດຍຈະ ສູ້ຊົນຫລຸດພົ້ນອອກຈາກປະເທດມີລາຍຮັບປານກາງ ແລະ ຕ່ຳ, ສ້າງສັງຄົມມີຄວາມສາມັກຄີ ປອງດອງ, ປະຊາທິປະໄຕ, ຍຸຕິ ທຳ ແລະ ສິວີໄລ, ມີສະຖຽນລະ ພາບທາງດ້ານການເ ມືອງ, ມີ ຄວາມສະຫງົບປອດໄພໜັກ ແໜ້ນ, ເສດຖະກິດຂະຫຍາຍຕົວ ໝັ້ນທ່ຽງດ້ວຍຈັງຫວະບໍ່ຫລຸດ 8% ຕໍ່ປີ ແລະ ລາຍຮັບຕໍ່ຫົວຄົນ ໃຫ້ໄດ້ 2.740 ໂດລາສະຫະລັດ.
     5.ລາວເປັນເຈົ້າພາບກອງ ປະຊຸມກຳມະການຄົ້ນຄວ້າຫາ ຄວາມຈິງຂອງສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ເພື່ອ ສະກັດກັ້ນ ແລະ ຕ້ານກັບໄພ ຄຸກຄາມຂອງຢາເສບຕິດຄັ້ງທີ 11 ໃນລະຫວ່າງວັນທີ 13-16 ພຶດສະພາ 2014 ພາຍໃຕ້ ການເປັນປະທານຂອງທ່ານນາງ ປານີ ຢາທໍຕູ້ປະທານສະພາແຫ່ງຊາດລາວ, ໃນຫົວຂໍ້ “ເພີ່ມທະວີການຮ່ວມມືລັດຖະ ສະພາເພື່ອສ້າງປະຊາຄົມອາຊຽນໃຫ້ປອດຢາເສບ ຕິດ”.
      6. ກອງປະຊຸມວຽກງານທະ ຫານທ້ອງຖິ່ນທົ່ວປະເທດຄັ້ງທີ  IV ໄດ້ໄຂຂື້ນໃນວັນທີ 12-14 ພຶດສະພາ 2014 ຢູ່ນະ ຄອນຫລວງວຽງຈັນ, ໂດຍການໃຫ້ ກຽດເຂົ້າຮ່ວມຂອງສະຫາຍ ເລ ຂາທິການໃຫຍ່ ຈູມມາລີ ໄຊຍະ ສອນ ແລະ ໄດ້ຕີລາ ຄາວ່າ: ກຳ ລັງປະກອບອາວຸດທ້ອງຖິ່ນໄດ້ ເອົາໃຈໃສ່ຢ່າງຕັ້ງໜ້າຄຽງບ່າ ຄຽງໄຫລ່ກັບກຳລັງຫລວງໃນ ການປະຕິບັດ 2 ໜ້າທີ່ຍຸດທະສາດ ຂອງພັກຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ ແລະ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານທີ່ເປັນ ໜ້າຊົມຊື່ນ.
     7.ສະຫລອງຄົບຮອບ 20 ປີຂອງການສ້າງຕັ້ງສູນພັດທະນາກະສິກຳຫ້ວຍຊອນ-ຫ້ວຍຊົ້ວ,ໃນວັນທີ 29 ພຶດສະພາ 2014 ໂດຍການໃຫ້ກຽດເຂົ້າຮ່ວມຂອງສົມເດັດພະເທບ ຣັດຣາຊາສຸດາ ສະຫຍາມບໍຣົມມະຣາຊະກຸມາລີ, ສູນດັ່ງກ່າວສ້າງ ຕັ້ງຂຶ້ນໃນ ເດືອນເມສາ 1994 ຢູ່ບ້ານນາຍາງ, ເມືອງນາຊາຍທອງ ນະຄອນ ຫລວງວຽງຈັນ, ເປັນໂຄງການ ຮ່ວມມືລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ, ເພື່ອ ເຮັດໜ້າທີ່ໃນການສົ່ງເສີມ ແລະ ພັດທະນາວຽກງານກະສິກຳ ແລະ ລ້ຽງສັດຕາມ ທິດຫັນການຜະລິດ ເປັນສິນຄ້າ ແລະ ຍືນຍົງ.
      8. ສະພາແຫ່ງຊາດຮັບຮອງ ເອົາການຊັບຊ້ອນບຸກຄະລະ ກອນໃໝ່ຂອງກົງຈັກລັດຖະບານຄື: ຮັບຮອງເອົາທ່ານ ດຣ ບຸນ ປອນ ບຸດຕະນະວົງ ກຳມະການ ກົມການເມືອງສູນກາງພັກເປັນ ຮອງນາຍົກລັດຖະມົນຕີ, ທ່ານ ດຣ ພັນຄຳ ວິພາວັນ ກຳມະການ ກົມການເມືອງສູນກາງພັກເປັນ ຮອງນາຍົກລັດຖະມົນຕີ, ທັງ ເປັນລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ, ທ່ານ ພົນຕີ ແສງນວນ ໄຊຍະລາດ ຄະ ນະເລຂາທິການສູນກາງພັກເປັນລັດຖະມົນຕີວ່າການກະຊວງ ປ້ອງກັນ ປະເທດ, ທ່ານ ດຣ ສີນ ລະວົງ ຄຸດໄພທູນ ກຳມະການ ສູນກາງພັກ, ເປັນເຈົ້າຄອງນະ ຄອນຫລວງວຽງຈັນ, ທ່ານ ດຣ ສອນໄຊ ສີພັນດອນ ກຳມະການ ສູນກາງພັກເປັນລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະ ບານ, ທ່ານ ດຣ ນາມ ວິຍາເກດ ເປັນເຈົ້າແຂວງອັດຕະປື.
    9. ລາວເປັນເຈົ້າພາບກອງ ປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງ ທີ 35, ເຊິ່ງໄຂຂຶ້ນຢ່າງເ ປັນທາງການຢູ່ນະຄອນຫລວງວຽງຈັນ ລະຫວ່າງວັນທີ 16-19 ກັນຍາ 2014, ໂດຍການກ່າວເປີດກອງ ປະຊຸມຂອງທ່ານນາ ຍົກລັດຖະມົນຕີ ທອງສິງ ທຳມະວົງ ແລະ ພາຍໃຕ້ການເປັນປະທານຂອງ ທ່ານນາງ ປານີ ຢາທໍຕູ້ ປະທານ ສະພາແຫ່ງຊາດ ລາວ, ມີຄະນະ ຜູ້ແທນຈາກບັນດາປະເທດສະ ມາຊິກໄອປາ, ລັດຖະສະພາປະ ເທດສັງເກດການເຂົ້າຮ່ວມຢ່າງຫລວງຫລາຍ, ກອງປະຊຸມມີ ຫົວ ຂໍ້ວ່າ: “ປັບປຸງການຮ່ວມມື   ລັດຖະສະພາໃຫ້ເຂັ້ມແຂງເພື່ອ ສ້າງປະຊາຄົມອາຊຽນ” ໂດຍໄດ້ ປືກສາຫາລື ແລະ ຕົກລົງຮ່ວມ ມື ກັນທັງໝົດ 25 ມະຕິ.
    10. ມະຫາກຳກິລາແຫ່ງ ຊາດຄັ້ງທີ 10 ຈັດຂຶ້ນທີ່ແຂວງ ອຸດົມໄຊ, ແຕ່ວັນທີ 13 -21 ທັນວາ 2014, ໂດຍການເຂົ້າ ຮ່ວມພິທີ ເປີດຂອງທ່ານປະທານປະເທດ ຈູມມາລີ ໄຊຍະສອນ ພ້ອມດ້ວຍການນຳພັກ - ລັດຂັ້ນສູງເຂົ້າຮ່ວມຢ່າງພ້ອມພຽງ, ງານມະຫະກ ຳດັ່ງກ່າວມີນັກກິ ລາຈາກ 17 ແຂວງ, 1 ນະຄອນ ຫລວງ, 7 ກະຊວງ ແລະ ຜົນການແຂ່ງຂັນປະກົດວ່າເຈົ້າ ຫລຽນຄຳໄດ້ແກ່ກະ ຊວງປ້ອງກັນປະເທດໄດ້ 61 ຫລຽນຄຳ, ອັນດັບສອງແມ່ນນະຄອນຫລວງໄດ້ 55 ຫລຽນຄຳ ແລະ ອັນດັບສາມແມ່ນກະຊວງ ປ້ອງກັນຄວາມສະຫງົບໄດ້ 42 ຫລຽນ ຄຳ, ສ່ວນແຂວງອຸດົມໄຊເຈົ້າ ພາບຢູ່ອັນດັບສີ່ໄດ້ 33 ຫລຽນຄຳ ແລະ ງານມະຫາກຳກິລາ ແຫ່ງຊາດຄັ້ງທີ 11 ຈະຈັດຂຶ້ນຢູ່ແຂວງຊຽງຂວາງໃນປີ 2017.

No comments:

Post a Comment