Ad

Ad

23 December 2014

ສະມາຊິກສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍການ ຄຸ້ມຄອງເງິນຕາຕ່າງປະເທດ



     ໃນວັນທີ 22 ທັນວານີ້, ເປັນມື້ທີ 10  ໃນວາລະດຳເນີນ ກອງປະຊຸມສະໄໝສາ ມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດ ທີ VII, ພາຍໃຕ້ການເປັນປະທານ ຂອງ ທ່ານນາງ ປານີ ຢາທໍ່ຕູ້ ປະ ທານສະພາແຫ່ງຊາດ, ໃນ ຕອນ ເຊົ້າທ່ານ ດຣ. ສົມ ພາວ ໄຟສິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຂຶ້ນສະເໜີຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາ ຕ່າງປະເທດ, ຊຶ່ງທ່ານໄດ້ກ່າວ ເຖິງຄວາມຈຳເປັນ ໃນການສ້າງກົດໝາຍດັ່ງກ່າວວ່າ: ວຽກງານ ການຄຸ້ມຄອງເງິນຕາຕ່າງປະເທດແມ່ນ ວຽກງານໜຶ່ງທີ່ມີຄວາມ ສຳຄັນສຳລັບຂະແໜງການເງິນ-ການທະນາຄານເພື່ອ ຮັກສາຄ່າເງິນກີບຕໍ່ເງິນຕາຕ່າງປະເທດໃຫ້ໝັ້ນທ່ຽງ, ປະກອບສ່ວນໃນ ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ; ການຍົກລະດັບລັດຖະບັນຍັດຂຶ້ນເປັນກົດໝາຍຈະເຮັດໃຫ້ການ ຄຸ້ມຄອງ ເງິນຕາຕ່າງປະເທດມີບ່ອນອີງທີ່ໜັກແໜ້ນຂຶ້ນ ກວ່າເກົ່າ ແລະ ສາມາດຮອງຮັບການເຊື່ອມໂຍງກັບພາກພື້ນ ແລະ ສາກົນນຳອີກ.

     ຄຽງຄູ່ກັນນີ້ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຍັງໄດ້ຄາດຄະເນຜົນໄດ້ຮັບເມື່ອກົດ ໝາຍວ່າດ້ວຍການຄຸ້ມຄອງເງິນ ຕາຕ່າງປະເທດຖືກຮັບຮອງ ແລະ ປະກາດໃຊ້ເຊັ່ນ: ຈະເຮັດໃຫ້ເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານຫລາຍຂຶ້ນຊຶ່ງ ເປັນກຳ ລັງແຮງໃນການເພີ່ມຄັງສຳຮອງເງິນຕາຕ່າງປະເທດ ແລະ ຊ່ວຍໃນການຈັດຕັ້ງປະຕິບັດນະໂຍບາຍເງິນຕາໃຫ້ມີປະສິດ ທິຜົນຫລາຍຂຶ້ນ, ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດໃຫ້ມີຄວາມໝັ້ນທ່ຽງ; ສ້າງຄວາມ ເຊື່ອໝັ້ນໃຫ້ນັກລົງທຶນໃນການເຮັດທຸລະກິດການເງິນຜ່ານລະບົບທະນາຄານ; ຊ່ວຍຜ່ອນ ການນຳໃຊ້ເງິນຕາຕ່າງປະ ເທດ ຢູ່ໃນສັງຄົມ ແລະ ຫັນມານຳໃຊ້ ເງິນກີບຫລາຍຂຶ້ນ ແລະ ກ້າວ ໄປເຖິງການນຳໃຊ້ເງິນກີບພຽງສະກຸນດຽວເຂົ້າໃນການຊຳລະ ສະສາງຢູ່ພາຍໃນປະເທດ ແລະ ເຮັດ ໃຫ້ວຽກງານການເງິນ-ການທະນາຄານຂອງ ສປປ ລາວ ສາມາດ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
     ໃນຕອນບ່າຍຂອງວັນດັ່ງ ກ່າວຫລັງຈາກທ່ານຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ຂຶ້ນ ສະເໜີຮ່າງກົດໝາຍ​ດັ່ງກ່າວ​ແລ້ວ, ສະມາຊິກສະພາແຫ່ງຊາດກໍໄດ້ແລກປ່ຽນຄຳເຫັນໃສ່ກົດ ໝາຍສະບັບດັ່ງກ່າວໃຫ້ມີເນື້ອ ໃນຈະແຈ້ງ, ຄົບຖ້ວນ, ຮັດກຸມ ຂຶ້ນກວ່າ ເກົ່າ ແລະ ບັນດາສະມາຊິກສະພາແຫ່ງຊາດກໍໄດ້ລົງຄະແນນສຽງເພື່ອຮັບຮອງເອົາກົດໝາຍສະບັບນີ້ ຜົນປະກົດວ່າສຽງສ່ວນຫລາຍ ແມ່ນເຫັນດີ.

No comments:

Post a Comment