Ad

Ad

23 December 2014

ການ​ກໍ່ສ້າງເສັ້ນທາງ​ຖືກ​​ແກ່ຍາວສ້າງ​ຄວາມ​ໜັກ​ໃຈ​​ແກ່​ການ​ສັນຈອນ​ແຕ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ



       ຕົກມາ​ເຖິງ​ລະດູ​ແລ້ງ​ນີ້ ເສັ້ນທາງ​ຄົມມະນາຄົມ​ຫລາຍ​ເສັ້ນ​ໄດ້​ຮັບ​ການ​ກໍ່ສ້າງ ​ແລະ ສ້ອມ​ແປງຄືນ​ໃໝ່ ​ໂດຍ​ສະ​ເພາະ​ຢູ່​ນະຄອນຫລວງ​ວຽງ​ຈັນ ກໍ​ຄື​ບັນດາ​ແຂວງ​ຕ່າງໆ​ ພາຍຫລັງ​ໄດ້​ຮັບ​ຜົນ​ກະທົບ​ເປ່​ເພ​ເສຍ​ຫາຍ​ໜັກ​ຈາກ​ລະດູຝົນ​ຜ່ານ​ມາ, ​ແຕ່​ມາ​ຮອດ​ດຽວນີ້ມີ​ຫລາຍ​​ເສັ້ນບໍ່​ທັນ​ມີ​ຄວາມ​ຄືບ​ໜ້າ ​ແລະ ຖືກ​ແກ່ຍາວສ້າງ​ຄວາມ​ຫຍຸ້ງຍາກ​ລຳບາກ​ໃຫ້​ແກ່​ສັນຈອນ​ໄປມາ​ຂອງ​ປະຊາຊົນ. ຖ້າ​ຍັງ​ຖືກ​ປ່ອຍ ປະ​ລະ​ເລີຍ​ຈາກ​ພາກສ່ວນ​ທີ່​ກ່ຽວຂ້ອງຢ່າງ​ບໍ່​ຮູ້​ສາ​ເຫດ ​ເຊິ່ງ​ຜ່ານ​​ໂທລະສັບ​ສາຍ​ດ່ວນ​ໄປ​ຍັງ​ສະພາ​ແຫ່ງ​ຊາດ ກໍ​ຄື​ສຽງ​ຈົ່ມ​ວ່າຂອງ​ຜູ້​ໃຊ້​ລົດ​ໃຊ້​ຖະໜົນ​​ໃຫ້​ພາກສ່ວນ​ກ່ຽວຂ້ອງ​ຮີບ​ຮ້ອນ​ປົວ​ແປງ​ແກ້​ໄຂ​ ຄື​ໂຄງການ​ກໍ່ສ້າງ​ເສັ້ນທາງ​ຈາກ​ດອນ​ໜູນ​ໄປ​ຫາ​ທ່າ​ງ່ອນ, ​ການ​ກໍ່ສ້າງ​ເສັ້ນທາງ​ເບ​ຕົງຈາກ​ສາມ​ແຍກ​ທາງ​ເລກທີ 13 ​​ເໜືອ ​ເມືອງ​ໂພນ​ໂຮງ​ຫາ​ສາມ​ແຍກ​ໂພນ​ໝີ​ເຂົ້າສູ່​ເສັ້ນທາງ​ທ່າ​ລາດ ​ແລະ ຈາກ​ເສັ້ນທາງ​ປາກ​ແຈ້ງ​ ​ເມືອງ​ວຽງ​ຄຳ ອອກ​ສູ່ບ້ານ​ນາ​ໂພ ​ແຂວງ​ວຽງ​ຈັນ ​ໄດ້​ຖືກ​ຍົກ​ລະດັບ​ໜ້າ​ທາງ​ມາ​ເປັນ​ປີ​ແລ້ວ, ​ແຕ່​ມາ​ຮອດ​ດຽວນີ້ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ​.​ ເຊັ່ນ​ດຽວ​ກັບ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ຈາກ​ເທສະ​ບານ​ແຂວງ​ເຊ​ກອງ​ໄປ​ສູ່​ເມືອງ​ດາກ​ຈຶງອອກ​ສູ່​ຊາຍ​ແດນ​ຫວຽດນາມ ​ເຊິ່ງມີ​ແຜນການ​ກໍ່ ສ້າງ​ທາງ​ປູຢາງ​ມາ​ຫລາຍ​ປີ​ແລ້ວ, ​ແຕ່​ການ​ປະຕິບັດ​ຕົວ​ຈິງ​ຍັງ​ຖືກ​ຊັກ​ຊ້າ​ແກ່ຍາວ ຄື​ກັບ​ເສັ້ນທາງ​​ເລກທີ 18A  ຈາກ​ແຂວງ​ອັດ​ຕະປືຫາ​ແຂວງ​ຈຳປາ​ສັກ ມີ​ຄວາມ​ຍາວ
60 ກິ​ໂລ​ແມັດ ​ເຊິ່ງ​ໄດ້​ເລີ່​ມກໍ່ສ້າງ​ມາ​ແຕ່​ປີ 2012 ​ແຕ່ມາ​ຮອດ​ປັດຈຸບັນ​ກໍ​ຍັງ​ບໍ່​ທັນ​ສຳ​ເລັດ ​ເຮັດ​ໃຫ້​ປະຊາຊົນ 9 ບ້ານ​ໃນ​ເຂດ​ນັ້ນ​ໄດ້​ຮັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ສັນຈອນ​ໄປ ມາ. ນອກຈາກ​ນີ້ ​ກໍ​ແມ່ນການ​ກໍ່ ສ້າງເສັ້ນທາງ​ຢູ່​ບ້ານ​ແກ້ງ​ກຸງ ເມືອງ​ວາປີ ​ແຂວງຈຳປາ​ສັກ ທີ່​ລົງມື​ຈັດຕັ້ງປະຕິບັດ​ມາ​ແຕ່​ປີ​ກ່ອນ​ ​ແຕ່​ມາຮອດ​ດຽວນີ້​ໄດ້​ຖືກ​ຢຸດ​ສະ​ງັກ ​ເຮັດ​ໃຫ້​ປະຊາຊົນ​ພົບ​ຄວາມ​ຫຍຸ້ງຍາກ​ໃນ​ການ​​ໄປມາ ຫາສູ່ ​ແລະ ການ​ຂົນ​ສົ່ງ​ ຈຶ່ງ​ສະ​ເໜີ​ໃຫ້​ພາກສ່ວນ​ກ່ຽວຂ້ອງ​ລົງ​ຕິດຕາມ​ກວດກາ ​ແລະ ສືບ​ຕໍ່ຈັດ ຕັ້ງປະຕິບັດ​ໃຫ້​ສຳ​ເລັດ​ກ່ອນ​ລະ ດູຝົນ​ທີ່​ຈະ​ມາ​ເຖິງ​. ບໍ່​ສະ​ເພາະ​ແຕ່​ເທົ່າ​ນັ້ນ ​ເສັ້ນທາງ​ເລກທີ 13 ເໜືອ​ໃນ​ເຂດ​ທາງ​ລະຫວ່າງ​ເມືອງ​ກາສີຫາ​ເມືອງ​ຊຽງ​ເງິນ ແຂວງ​ຫລວງ​ພະ​ບາງ ທີ່​ຖືກ​ເປ່​ເພ​ມາ​ນັບ​ແຕ່​ລະດູຝົນ​ກໍ​ພຽງ​ແຕ່​ໄດ້​ຮັບ​ການ​ສ້ອມ​ແປງ​ໃນ​ລັກສະ ນະ​ແກ້​ໄຂ​ສຸກ​ເສີນ​ໃນ​ບາງ​ຈຸດ​ເທົ່າ​ນັ້ນ, ສ່ວນ​ການ​ສ້ອມ​ແປງ​ທົ່ວ​ໄປ​ແລ້ວ​ເຫັນ​ວ່າ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ຈາກ​ພາກ ສ່ວນ​ກ່ຽວຂ້ອງ​ແຕ່​ຢ່າງ​ໃດ.

No comments:

Post a Comment