Ad

Ad

23 December 2014

ທັງງາມທັງອຸ່ນ ( ຄໍລຳ ບັນຫາ ຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
      ເມື່ອອາກາດປ່ຽນຈາກຮ້ອນມາເປັນໜາວຄືດຽວນີ້, ບັນຫາທີ່ ຄວນຍິບຍົກຂຶ້ນ ມາໂສກັນຄວນ ເປັນເລື່ອງເຄື່ອງນຸ່ງຫົ່ມວ່າ ພວກເຮົາຄວນນຸ່ງຖືແນວໃດຈຶ່ງເໝາະສົມ ທັງງາມຕາ, ທັງປ້ອງກັນສຸຂະພາບ. ນີ້ແມ່ນຫົວຂໍ້ສະເພາະ ສຳລັບຜູ້ທີ່ມີທາງເລືອກ, ແຕ່ສຳລັບຄົນລາວອີກຈຳນວນບໍ່ໜ້ອຍ ທີ່ບໍ່ມີທາງເລືອກນັ້ນ, ພວກເຂົາ ຕ້ອງການ ເຄື່ອງນຸ່ງຫົ່ມພຽງເພ່ືອສູ້ກັບໄພໜາວ ຄືຂໍ ພຽງແຕ່ອຸ່ນ ຢ່າງດຽວກໍພໍແລ້ວ. ສະນັ້ນ ການ ບໍລິຈາກເຄື່ອງນຸ່ງຫົ່ມ ເພື່ອຕ້ານ ໄພໜາວຈຶ່ງຄວນໄດ້ຮັບບູລິມະສິດ. ອີກເລື່ອງ ໜຶ່ງທີ່ເຮັດໃຫ້ຈານ ແຍ່ປວດຢາເວົ້າເລື່ອງເຄື່ອງນຸ່ງ ໃນມື້ນີ້ ກໍຄືເລື່ອງບັດເຊີນທີ່ໄດ້ ຮັບສາມ-ສີ່ມື້ຢ້ອນຫລັງ ເພື່ອເຂົ້າ ຮ່ວມກອງ ປະຊຸມລະດັບທົ່ວປະ ເທດ ຢູ່ສະຖານທີ່ປະຊຸມລະດັບ “ອິນເຕີ” ຂອງໃຕ້ ຟ້າເມືອງລາວ. ຢູ່ສົ້ນກ້ຳຂວາຂອງໜັງສືເຊີນ ຂຽນວ່າ: “ແຕ່ງກາຍ: ຜ້າໄໝ ລາວ”. ຈານແຍ່ຕີຄວາມໝາຍ ເອົາເອງວ່າ: ຄົງ ແມ່ນເສື້ອແບບ ລາວໆ ເຮັດດ້ວຍຜ້າໄໝແທ້ຈາກ ມ້ອນທີ່ ກິນໃບມອນ, ແຕ່ຫາກບໍ່ ແມ່ນໄໝທຽມ ຫລື ໄໝປຸງແຕ່ງ ທີ່ພາສາໄທເອີ້ນວ່າ: “ໄໝສັງ ເຄາະ”. ກ່ອນມື້ເຂົ້າຮ່ວມປະຊຸມ ຕົວຈິງ, ຈານແຍ່ຄົ້ນເບິ່ງຕູ້ເຄື່ອງ ນຸ່ງ ແລະ ພົບວ່າເນື້ອຜ້າຂອງ ເສື້ອຊາຟາຣີທັງສາມຜືນທີ່ມີນັ້ນ ເຮັດດ້ວຍຜ້າໄໝຕ່າງປະເທດ, ບໍ່ ມີໄໝລາວ ພໍຜືນ, ເວົ້າແນວນີ້ ຢ່າ ຫາວ່າຈານແຍ່ນິຍົມ ຂອງນອກ, ແຕ່ຫາກແມ່ນເປັນຍ້ອນນິໄສບໍ່ ຫົວຊາ, ມີຜ້າຊະນິດໃດມໍ່ມືກໍເອົາ ໄປຕັດ, ຊາມຊາ ເພາະຄິດວ່າອີກ ບໍ່ດົນຈະມີ ການຮັບຮອງເອົາ ແບບເຄື່ອງນຸ່ງປະຈຳຊາດຢ່າງ ເປັນທາງການ.

     ການທີ່ບັດເຊີນສະບັບນັ້ນກຳ ນົດໃຫ້ນຸ່ງເສື້ອຜ້າໄໝລາວເຂົ້າ ກອງປະຊຸມນັ້ນ, ຈານແຍ່ຊົມເຊີຍ ວ່າເປັນການເບິ່ງການໄກ. ຜ້າ ໄໝລາວ ນອກຈາກອອກມາ ຈາກທຳມະຊາດແທ້ໆແລ້ວ ຍັງ ແມ່ນສີໄມ້ລາຍມືຂອງຄົນລາວ ເຮົາເອງ, ການທີ່ພາກັນນຸ່ງຜ້າ ໄໝທີ່ ບ້ານເຮົາເອງຜະລິດໄດ້ນັ້ນ ແມ່ນການປະຕິບັດຄຳຂວັນ “ລາວເຮັດ ລາວໃຊ້ ລາວໄດ້ ລາວຈະເລີນ” ແລະ ຕໍ່ໄປກໍຈະ ກາຍເປັນຄຳ ຂວັນເຊື່ອມໂຍງທາງເສດຖະກິດວ່າ: “ລາວເຮັດ ລາວຂາຍ ເຂົາໃຊ້ ລາວຮັ່ງ” ໝາຍຄວາມບໍ່ພຽງແຕ່ຜະລິດ ເອງໃຊ້ເອງ, ແຕ່ຍັງສົ່ງ ອອກໄປຂາຍເອົາເງິນເຂົ້າຖົງອີກດ້ວຍ.
     ພໍຮອດຍາມພັກຜ່ອນດ່ືມຊາ- ກາເຟ, ຜູ້ແທນກອງປະຊຸມກໍໄດ້ມີໂອກາດໂສກັນ ທັງແຍງເບິ່ງເສື້ອຂອງກັນ ແລະ ກັນ, ບາງ ຄົນເອົາມືຈັບຕ້ອງ ເພື່ອສຳຜັດເນື້ອແພ. ຈານແຍ່ເອງພະຍາຍາມຫລີກໆ ໃຫ້ຫ່າງຈາກຄູ່ສົນທະນາປະ ມານວາໜຶ່ງ ເພາະບໍ່ຮູ້ວ່າ ຊິຕອບແນວໃດ ຖ້າໝູ່ຖາມເລື່ອງເນື້ອ ແພເສື້ອ, ຖ້າມີຜູ້ຍ້ອງວ່າງາມ ຕົນເອງອາດພໍໄດ້ແຕ່ຍິ້ມແຫ້ງໆ ເພາະຮູ້ແກ່ໃຈວ່າ ມັນແມ່ນ ແພໄໝປະເທດອື່ນ. ພໍຮອດຕອນ ບ່າຍວັນນັ້ນ, ຈານແຍ່ສັງເກດ ເຫັນວ່າຫລາຍຄົນຫລອຍເມືອ ປ່ຽນເສື້ອ ເປັນເສື້ອໃຫຍ່ (ເສື້ອ ແວດ) ຫລືບໍ່ ກໍແມ່ນເສື້ອແຈກ ເກັດ. ທີ່ຕ້ອງປົດເສື້ອໄໝອອກກໍ ຍ້ອນວ່າທົນຄວາມໜາວ ບໍ່ໄດ້ເພາະອາຍເຢັນໃນຫ້ອງປະຊຸມ ນັ້ນເຂົາປັບໄວ້ແບບຖາວອນສຳ ລັບຄົນຕ່າງປະເທດທີ່ທົນຮ້ອນບໍ່ ໄດ້. ໃນຕອນຂ້ອນໆທ້າຍຂອງມື້ ທີໜຶ່ງ, ທ່ານປະທານ ກອງປະຊຸມ ປະກາດວ່າ: ມື້ຕໍ່ໄປຂໍໃຫ້ຜູ້ແທນ ນຸ່ງເຄື່ອງຊຸດໃຫຍ່ (ຊຸດສາ ກົນ) ເພື່ອຄວາມເປັນເອກະພາບ ເພາະ ຈະມີການຖ່າຍ ຮູບຮ່ວມກັບທ່ານ ຜູ້ນຳ, ຮູບອອກມາຈຶ່ງຊິງາມວ່າ ຊັ້ນ. ອ່ານມາຮອດ ຕອນນີ້ ທ່ານ ຜູ້ອ່ານອາດຕັ້ງຄຳຖາມວ່າ: ຈານແຍ່ຢາກເວົ້າ ຫຍັງໃນບົດນີ້ ? ເອີຟັງຊິບອກໃຫ້: ຄືອັນທີໜຶ່ງ ພວກເຮົາຕ້ອງເລັ່ງ ໃຫ້ມີເສື້ອປະຈຳຊາດ ເພາະຄຳວ່າເຄື່ອງນຸ່ງ ເຮັດດ້ວຍຜ້າໄໝ ຊື່ໆນັ້ນອາດມີ ຫລາຍຄົນຄິດໄປຫລາຍແງ່ເຊັ່ນ: ຮູບຊົງ, ການ ຕັດ, ແຂນສັ້ນ ຫລື ແຂນຍາວ, ມີຮອງ ຫລື ບໍ່. ອັນທີ ສອງ ເສື້ອ ທາງການຕ້ອງສາ ມາດປັບເຂົ້າກັບອາກາດ ຫລື ອຸນ ຫະພູມໃນຫ້ອງກອງປະຊຸມ. ອັນ ທີສາມ ແມ່ນສີຂອງເຄື່ອງນຸ່ງ ເພາະຖ້າກຳນົດ ເປັນເສື້ອປະຈຳ ຊາດ ກໍຕ້ອງກຳນົດສີເຊັ່ນ: ສີ ເສື້ອນຸ່ງໃນພິທີທົ່ວໆໄປ, ສີເສື້ອ ນຸ່ງໃນພິທີການທີ່ເປັນທາງການ ຄັກແນ່. ທ່ານ ຜູ້ອ່ານຄົງເຫັນ ແລ້ວວ່າ: ຈາກບັດເຊີນທີ່ກຳ ນົດ ໃຫ້ນຸ່ງເສື້ອຜ້າແພໄໝລາວຢ່າງ ດຽວນີ້ ພວກເຮົາໄດ້ຂໍ້ຄິດອີກ ເປັນກອບເປັນກຳ ເພື່ອປັບປຸງວິ ທີນຸ່ງຖືຂອງລາວໃຫ້ດີຂຶ້ນ ຈຶ່ງຂໍ ຊົມເຊີຍປະທານກອງປະຊຸມ ແລະ ຄະນະຈັດຕັ້ງກອງປະຊຸມດັ່ງກ່າວ ທີ່ມີຫົວ ຄິດປະດິດສ້າງ ແລະ ກ້າເຮັດກ່ອນໝູ່. ແຕ່ທີ່ສຸດ ຂອງທີ່ສຸດກໍຄືເຄື່ອງນຸ່ງປະຈຳ ຊາດນັ້ນ ຕ້ອງໄດ້ມີລາຄາທີ່ທຸກຄົນຍື້ເຖິງ. ຜ້າໄໝລາວຕ້ອງລາຄາຖືກແດ່ຈຶ່ງຈະ ຈູງໃຈໃຫ້ຄົນຢາກນຸ່ງຖື.

No comments:

Post a Comment