ໃນວັນທີ 31 ທັນວາ 2013, ຢູ່ເມືອງໄຊສົມບູນ, ໄດ້ມີພິທີປະກາດການສ້າງຕັ້ງ ແຂວງໄຊສົມບູນຢ່າງເປັນທາງ
ການໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍ
ຄະນະ, ມີພະນັກງານ ລັດຖະກອນ, ພະນັກງານບຳນານ, ວິລະຊົນ, ນັກຮົບແຂ່ງຂັນຕະຫລອດຮອດ ພໍ່ແມ່ປະຊາ
ຊົນພາຍໃນເຂົ້າຮ່ວມ.
ທ່ານ ດຣ ສົມບັດ ເຢຍລີເຮີ ຄະນະຮັບພິຊອບພັດທະນາເມືອງຮົ່ມ
ແລະ ເມືອງໄຊ ສົມບູນ, ຫົວໜ້າຄະນະຮັບ ຜິດຊອບຄົ້ນຄວ້າສ້າງຕັ້ງແຂວງໃໝ່, ເລຂາພັກແຂວງ ເຈົ້າແຂວງໆ
ໄຊສົມບູນ ໄດ້ລາຍງານສະພາບການການກໍ່ສ້າງ ຮາກຖານການເມືອງ, ລຶບລ້າງຄວາມທຸກຍາກວ່າ: ພາຍຫລັງທີ່ມີ ການຊີ້ນຳຂອງກົມການເມືອງສູນກາງພັກ,
ຄະນະ ຮັບຜິດຊອບພັດທະນາເມືອງຮົ່ມ ແລະ ເມືອງໄຊສົມບູນໄດ້ພ້ອມກັບພະ




