ລັດຖະບານລາວໄດ້ປະດັບຫລຽນກາມິດຕະພາບໃຫ້ແກ່ທ່ານໂກອີຊິທາເກະອີ(Koichi TAKEI)
ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາລາວ. ໃນວັນທີ 20 ກຸມພານີ້ ທີ່ກະຊວງແຜນການແລະການລົງທຶນທີ່ຈະໝົດວາລະການເຮັດວຽກຢູ່ລາວໃນທ້າຍເດືອນກຸມພານີ້. ໃຫ້ກຽດປະດັບຫລຽນກາມິດຕະພາບຄັ້ງນີ້ໂດຍທ່ານດຣ.
ກິແກ້ວຈັນທະບູລີລັດຖະມົນຕີຊ່ວຍວ່າ ການກະຊວງແຜນການ ແລະ ການລົງທຶນ, ທ່ານໂກອີຊິທາເກະອີ(Koichi TAKEI) ແມ່ນມີຄວາມຫ້າວຫັນໃນການຮ່ວມເຮັດວຽກກັບຝ່າຍລາວໂດຍສະເພາະ, ການສ້າງໂຄງການ, ຕິດຕາມໂຄງການ ແລະ ລະດົມຂົນຂວາຍທຶນຮອນຈາກລັດຖະບານຍີ່ປຸ່ນໃນການປະກອບສ່ວນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ
7, 2011-2015 ຂອງລາວເຊິ່ງເປັນມູນຄ່າ 100 ລ້ານໂດລາສະຫະລັດຕໍ່ປີ.ການຊ່ວຍເຫລືອດັ່ງກ່າວນີ້ແມ່ນເປັນການປະກອບສ່ວນອັນສໍາຄັນໃນການຊຸກຍູ້ເສດ ຖະກິດ-ສັງຄົມໂດຍສະເພາະການແກ້ໄຂແລະຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ.
No comments:
Post a Comment