Ad

Ad

23 February 2015

ລາວລາຍງານຄວາມຄືບໜ້າກ່ຽວກັບການຕ້ານການຟອກເງິນ



ກະຊວງການຕ່າງປະເທດຮ່ວມກັບທະນາຄານແຫ່ງ ສປປ ລາວ ໄດ້ຈັດ ກອງປະຊຸມພົບປະກັບບັນດາທູຕານຸທູດຕ່າງປະ ເທດປະຈຳລາວໂດຍມີສະຫະລັດ ອະເມຣິກາ , ອົດສະຕາລີ,  ຝຣັ່ງ,  ຍີ່ປຸ່ນ, .ເກົາຫຼີ,  ຟິລິບປິນ, ອິນເດຍ ແລະ ອັງກິດ, ພ້ອມນີ້ກໍມີອົງການການເງິນສາກົນ ( Word Bank, Asian Devel opment Bank, UNODC )ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 20 ກຸມ ພາຜ່ານມາ, ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ, ໂດຍການ ເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແລະ ທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ເຊິ່ງໄດ້ມີການເຜີຍແຜ່ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຕ້ານການຟອກເງິນ ແລະ ສະໜອງໃຫ້ແກ່ການກໍ່ການຮ້າຍຂອງລັດຖະບານ ໃນໄລຍະຜ່ານມາຮອດປະຈຸບັນໃຫ້ແກ່ ສາກົນຮັບຊາບ, ໂດຍ ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງກຸ່ມອາຊີປາຊີຟິກເພື່ອຕ້ານການຟອກເງິນ ( Asia Pacific Group on Money Laundering  “ APG “ ) ເປັນອັນດັບທີ 36 ໃນເດືອນກໍລະກົດປີ 2007. ໃນນີ້ລັດຖະບານໄດ້
ມອບໝາຍໃຫ້ທະນາຄານແຫ່ງ ສປປ ລາວ ຮັບຜິດຊອບວຽກງານດັ່ງກ່າວ, ເຊິ່ງໄດ້ສ້າງຕັ້ງໜ່ວຍງານຂໍ້ມູນຕ້ານການ ຟອກເງິນຂຶ້ນໃນປີ 2007 ແລະ ໄດ້ມີນິຕິກໍາຈໍານວນໜຶ່ງກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະໜອງໃຫ້ແກ່ການ ກໍ່ການຮ້າຍເປັນຕົ້ນແມ່ນໃນກົດໝາຍອາຍາສະບັບປີ 2005 ມາດຕາ 64 ການຟອກເງິນ ແລະ ດໍາລັດວ່າດ້ວຍການຕ້ານ ການຟອກເງິນເລກທີ 55/ນຍປີ2006, ໃນປີ 2010 ສປປ ລາວໄດ້ຮັບການປະເມີນຜົນເປັນຄັ້ງທໍາອິດຈາກກຸ່ມ APG ໂດຍອີງໃສ່ຂໍ້ແນະນໍາ 40+9 ຂອງອົງການຕ້ານການຟອກເງິນສາກົນ ( Financial Action task Force ), ເພື່ອເ ຮັດໃຫ້ວຽກງານຕ້ານການຟອກເງິນ ແລະ ສະໜອງໃຫ້ແກ່ການກໍ່ການຮ້າຍໃຫ້ຖືກຕ້ອງຕາມມາດຕະຖານສາກົນ, ທະນາ ຄານແຫ່ງ ສປປ ລາວ ຈຶ່ງໄດ້ນໍາສະເໜີຕໍ່ລັດຖະບານເພື່ອຍົກລະດັບດໍາລັດວ່າດ້ວຍການຕ້ານການຟອກ ເງິນຂຶ້ນເປັນກົດ ໝາຍວ່າດ້ວຍການຕ້ານສະກັດກັ້ນການຟອກເງິນ ແລະ ສະໜອງໃຫ້ແກ່ການກໍ່ການຮ້າຍ ແລະ ໄດ້ນໍາສະເໜີຜ່ານ ແລະ ຮັບຮອງເອົາໂດຍກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຊຸດທີ VII, ມາຮອດວັນທີ 4 ກຸມພາ 2015 ປະທານປະເທດແຫ່ງ ສປປ ລາວ ໄດ້ອອກລັດຖະດໍາລັດກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍການຕ້ານສະກັດກັ້ນການຟອກເງິນ ແລະ ສະໜອງໃຫ້ແກ່ການກໍ່ການຮ້າຍຢ່າງປັນທາງການຊຶ່ງສະແດງໃຫ້ເຫັນວ່າ: ລັດຖະບານລາວ, ມີຄວາມເອົາໃຈໃສ່ຢ່າງຈິງໃຈຕໍ່ກັບວຽກງານຕ້ານການຟອກເງິນ ແລະ ສະໜອງໃຫ້ແກ່ການກໍ່ການຮ້າຍ ແລະ ຈະໄດ້ສືບຕໍ່ບາງໜ້າວຽກເພື່ອໃຫ້ໄດ້ມາດຕະຖານສາກົນເທື່ອລະກ້າວ.
ການຟອກເງິນ ແລະ ສະໜອງໃຫ້ແກ່ການກໍ່ການຮ້າຍເປັນອຸປະສັກໃຫ້ແກ່ການພັດທະນາ, ດັ່ງນັ້ນໃນຜ່ານມາລັດຖະບານ ໄດ້ມີການຮ່ວມມືກັບປະຊາຊາດ ແລະ ອົງກອນຈັດຕັ້ງສາກົນຕ່າງໆເອົາໃຈໃສ່ຕ້ານສະກັດກັ້ນການຟອກເງິນ ແລະ ສະໜອງໃຫ້ແກ່ການກໍ່ການຮ້າຍຢ່າງຈິງຈັງ, ສະນັ້ນໃນລະຫວ່າງວັນທີ 12 ກຸມພາ 2015 ຜ່ານມານີ້ລັດຖະບານລາວ ກໍໄດ້ຈັດຕັ້ງກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການແຫ່ງຊາດເພື່ອຕ້ານສະກັດກັ້ນການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ໂດຍແມ່ນທ່ານດຣບຸນປອນບຸດຕະນະວົງຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດມະຫາພາກ ແລະ ບໍລິການເປັນປະທານ, ພ້ອມນີ້ຍັງມີບັນດາລັດຖະມົນຕີຊວ່ຍວ່າການຈາກກະຊວງຕ່າງໆ, ຄະນະຜູ້ວ່າການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ແລະ ກອງປະຊຸມໃນຄັ້ງນັ້ນກໍໄດ້ພິຈາລະນາບັນຫາຮີບດ່ວນເພື່ອໃຫ້ວຽກງານນີ້ເຄື່ອນໄຫວໄດ້ຢ່າງຄ່ອງຕົວ ແລະ ມີປະສິດຕິພາບໃນຕໍ່ໜ້າ.

No comments:

Post a Comment