ງານສະຫລອງບຸນປີໃໝ່ປະເພນີປະຈຳປີ 2015 ຂອງພີ່ນ້ອງຊາວຫວຽດນາມ ແລະ
ຈີນ
ຢູ່ລາວ,
ໂດຍສະເພາະຢູ່ນະ ຄອນ ຫລວງວຽງຈັນ ທີ່ດຳເນີນມາແຕ່ວັນທີ 17-19 ກຸມພານີ້, ເຊິ່ງປະຊາຊົນລາວບັນດາເຜົ່າ ໄດ້ພ້ອມກັບຊາວຫວຽດນາມ
ແລະ
ຊາວຈີນ
ທີ່ດຳລົງຊີວິດຢູ່ນະຄອນຫລວງວຽງຈັນ ສະຫລອງບຸນດັ່ງກ່າວດ້ວຍຄວາມເບີກບານມ່ວນຊື່ນ ແລະ
ສຳເລັດ ໄປຢ່າງລາບລື່ນເຕັມໄປດ້ວຍຄວາມໝາຍອັນສຳຄັນເລິກເຊິ່ງ ບົນຈິດໃຈແຫ່ງຄວາມສາມັກຄີມິດຕະພາບ ແລະ
ມີຄວາມສະ ຫງົບຮອບດ້ານ.
ຕະຫລອດໄລຍະ 3 ວັນຂອງງານບຸນປະເພນີດັ່ງກ່າວ, ເຊິ່ງຈັດຂຶ້ນຢູ່ຕາມສະຖານທີ່ຕ່າງໆຖ້າທຽບ ໃສ່ໄລຍະດຽວກັນ ຂອງປີຜ່ານ ມາເຫັນວ່າມີຄວາມສະຫງົບໂດຍພື້ນຖານມັນສະແດງອອກໃນການຫລິ້ນ ກິນມີຄວາມເປັນລະບຽບຮຽບຮ້ອຍ,
ການສັນ ຈອນທ່ອງທ່ຽວໄປມາບໍ່ມີອຸປະຕິເຫດຕາມທ້ອງຖະໜົນເກີດຂຶ້ນແຮງເຖິງຂັ້ນເສຍຊີວິດ, ບໍ່ມີອັກຄີໄພເກີດຂຶ້ນຄື ດັ່ງປີກ່ອນໆ ແລະ
ພິເສດສຸດແມ່ນບໍ່ມີການຈູດໝາກກະໂພກສົ່ງສຽງດັ່ງຄືດັ່ງທີ່ເຄີຍມີມາ, ຊຶ່ງທັງໝົດເຫລົ່ານີ້ມັນເປັນການ ສະແດງໃຫ້ເຫັນເຖິງຄວາມເຄົາລົບ, ນັບຖືລະບຽບກົດໝາຍ ແລະ
ຄຳສັ່ງຕ່າງໆຂອງຂັ້ນເທິງໄດ້ວາງອອກແນ ໃສ່ໃຫ້ທຸກ ຄົນເຊີດຊູສະຕິລະວັງຕົວຂອງຕົນໃຫ້ນັບມື້ສູງຂຶ້ນ, ໂດຍສະເພາະການຫລີ້ນກິນກໍຄືການໄປມາຕ່າງໆເຮັດໃຫ້ແຕ່ລະຄອບຄົວ, ບ້ານ, ເມືອງມີຄວາມສະຫງົບເບີກບານມ່ວນຊື່ນ ປະກອບສ່ວນສຳຄັນເຂົ້າໃນງານສະຫລອງປີໃໝ່ປີນີ້ກາຍເປັນປີມະຫາໄຊ, ມີສັນຕິພາບ ແລະ
ສະຖຽນລະພາບຢ່າງແທ້ຈິງ.
No comments:
Post a Comment