Ad

Ad

20 February 2015

ສະພາພິຈາລະນາບັນຫາສໍາຄັນປະຈໍາເດືອນກຸມພາ



           ກອງປະຊຸມຄະນະປະຈໍາສະພາແຫ່ງຊາດປະຈໍາເດືອນກຸມພາ 2015 ໄດ້ຂຶ້ນໃນວັນທີ 19 ກຸມພານີ້ຢູ່ສະພາແຫ່ງຊາດໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ປະທານສະພາແຫ່ງຊາດ,ກອງປະຊຸມໄດ້ພິຈາລະ ນາບັນຫາສໍາຄັນ ຈໍານວນ ໜຶ່ງເປັນຕົ້ນ:ຮັບຟັງບົດລາຍງານການຈັດຕັ້ງປະຕິບັດວຽກງານຝຶກອົບຮົມປີ 2014 ແລະ ແຜນການຝຶກອົບຮົມປີ 2015, ພິຈາລະນາແຕ່ງຕັ້ງ ແລະ ຍົກຍ້າຍສະ ມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງຈໍານວນໜຶ່ງ; ຮັບຟັງລາຍງານການ ເຄື່ອນໄຫວວຽກງານ, ຈຸດດີ,ຈຸດອ່ອນ, ສາເຫດ ແລະ ວິທີແກ້ໄຂຂອງສູນຂໍ້ມູນ ຂ່າວສານ ແລະ ຫ້ອງສະໝຸດ, ພິຈາລະນາ ຮ່າງມະຕິຂອງຄະນະ ປະຈໍາສະພາແຫ່ງ ຊາດວ່າດ້ວຍການພິຈາລະນາຮັບຮອງເອົາໂຄງການລົງທຶນຂະໜາດໃຫຍ່ຂອງລັດ, ພິຈາລະນາອອກມະຕິຕົກລົງຂອງສະພາແຫ່ງຊາດກ່ຽວກັບໂຄງການເຂືອນໄຟຟ້ານ້ຳທາ 1 ແຂວງຫລວງນ້ຳທາ ແລະ ລາຍງານ ຄືນການພິຈາລະນາອອກມະຕິຕົກລົງກ່ຽວກັບໂຄງການເຂື່ອນໄຟຟ້ານ້ຳກົງ 2 ແຂວງອັດຕະປື ແລະ  ພິຈາລະນາຮັບຮອງເອົາ ຮ່າງລັດຖະບັນຍັດວ່າດ້ວຍອັດຕາຄ່າຊັບພະຍາກອນທໍາມະຊາດ,ຮັບຟັງການລາຍງານຄວາມຄືບໜ້າສະພາບການຈັດຕັ້ງປະຕິບັດໂຄງການອອກແບບ ແລະ ກໍ່ສ້າງຫ້ອງວ່າການສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ;ການຈັດຕັ້ງປະຕິບັດໂຄງ ການກໍ່ສ້າງຫ້ອງວ່າການສະພາແຫ່ງຊາດສົກປີ 2014-2015  ແລະ ສະເໜີຜ່ານແບບອາຄານຫ້ອງວ່າການສະພາແຫ່ງ ຊາດປະຈໍາເຂດ ເລືອກຕັ້ງທີ 7 ແຂວງໄຊຍະບູລີ, ພ້ອມທັງພິຈາລະນາວຽກງານຄໍາຮ້ອງຂໍຄວາມເປັນທໍາຈໍານວນໜຶ່ງ, ຮັບຟັງຜົນສໍາເລັດການຮຽບຮຽງກົດໝາຍ 6 ສະບັບ ແລະ ລາຍງານການຄົ້ົ້ນຄ້ວາຂໍດັດປັບບາງມາດຕາລັດຖະ ບັນຍັດຂອງປະທານປະເທດ ສະບັບເລກທີ 003/ປປທ ລົງວັນທີ 26 ທັນວາ 2012 ວ່າ ດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ແລະ ພິຈາລະນາແຕ່ງຕັ້ງຍົກຍ້າຍບຸກຄະລາກອນຂອງເຂດເລືອກຕັ້ງຈໍານວນໜຶ່ງ.

No comments:

Post a Comment