Ad

Ad

20 February 2015

ເຮືອນປະຊາຊົນຫລາຍກວ່າ 600 ຫລັງຢູ່ເມືອງຫາດຊາຍຟອງ ເສຍຫາຍຈາກພະຍຸຝົນພັດແຮງ



          ທ່ານ ບຸນທາມ ພຸດທະວົງສາ ເຈົ້າເມືອງຫາດຊາຍຟອງ ໃຫ້ຮູ້ວ່າ: ພາຍ ຫລັງເກີດໄພທຳມະຊາດພະຍຸຝົນພັດຜ່ານເຂດເມືອງຫາດຊາຍຟອງໃນເວລາປະມານ 5 ໂມງເຊົ້າວັນທີ 18 ກຸມພາຜ່ານມາ, ໄດ້ສ້າງຄວາມເສຍຫາຍໜັກໃຫ້ແກ່ພື້ນ ຖານໂຄງລ່າງ ແລະ ເຮືອນຊານຂອງປະຊາຊົນໂດຍສະເພາະມີເຮືອນປະ ຊາ ຊົນຫລາຍກວ່າ 600 ຫລັງເປ່ເພ, ໃນນັ້ນມີປະມານ 40 ກວ່າຫລັງເສຍຫາຍໜັກ, ໂຮງຮຽນ 4 ແຫ່ງ ແລະ ເສົາໄຟຟ້າ 70 ກວ່າຕົ້ນເປ່ເພ, ໂດຍພາກສ່ວນກ່ຽວ ຂ້ອງໄດ້ເລັ່ງສ້ອມແປງລະບົບໄຟຟ້າໃນພື້ນທີ່ຖືກກະທົບ ແລະ ສາມາດນຳໃຊ້ໄຟ ຟ້າໄດ້ແລ້ວປະມານ 50%.
     ທ່ານເຈົ້າເມືອງຫາດຊາຍຟອງ ກ່າວວ່າ: ຈາກສະພາບຄວາມເສຍຫາຍດັ່ງກ່າວ, ເຈົ້າຄອງນະຄອນຫລວງວຽງຈັນໄດ້ ແຕ່ງຕັ້ງຄະນະຮັບຜິດຊອບແກ້ໄຂບັນເທົາທຸກຜູ້ເຄາະຮ້າຍຂັ້ນນະຄອນຫລວງ ໂດຍແມ່ນທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນເປັນຫົວໜ້າຄະນະ ເພື່ອແກ້ໄຂຟື້ນຟູບັນດາພື້ນຖານໂຄງລ່າງທີ່ໄດ້ຮັບຄວາມເປ່ເພ ແລະ ຊ່ວຍ
ເຫລືອບັນເທົາທຸກຄອບຄົວຜູ້ໄດ້ຮັບຜົນກະທົບໃນຄັ້ງນີ້, ໂດຍກຳນົດ ເອົາຫ້ອງວ່າການປົກຄອງເມືອງຫາດຊາຍຟອງ ເປັນສູນຮັບບໍລິຈາກຊ່ວຍເຫລືອຜູ້ປະສົບໄພ ແລະ ມາຮອດປັດຈຸບັນກໍມີຫລາຍພາກສ່ວນໄດ້ເຂົ້າໄປຊ່ວຍເຫລືອບັນເທົາ ທຸກເບື້ອງຕົ້ນ ເຊັ່ນ: ນະຄອນຫລວງວຽງຈັນມອບເງິນ 40 ລ້ານກີບ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ 50 ລ້ານກີບ, ກະຊວງສາທາລະນະສຸກມອບເຄື່ອງນຸ່ງຫົ່ມ, ພະແນກແຮງງານ ແລະ ສະຫວັດດີການນະຄອນຫລວງ ມອບສັງກະສີ, ນອກຈາກນີ້ຄະນະອຳນາດການປົກຄອງເມືອງກໍໄດ້ລົງໄປປຸກລະດົມຂົນຂວາຍປະຊາຊົນ ທີ່ບໍ່ໄດ້ຮັບຜົນ ກະທົບໃຫ້ປະກອບສ່ວນເຫລືອຕາມຄວາມອາດສາມາດເພື່ອເຮັດແນວໃດເຮັດໃຫ້ການຟື້ນຟູພື້ນຖານໂຄງລ່າງໃຫ້ກັບຄືນ
ສູ່ສະພາບປົກກະຕິໂດຍໄວ ແລະ ຊຸກຍູ້ໃຫ້ກັບຄອບຄົວຜູ້ທີ່ໄດ້ຮັບຜົນກະທົບມີກຳລັງໃຈຜ່ານມາເອົາຊະນະກັບຄວາມ ຫຍຸ້ງຍາກຈາກເຫດການຄັ້ງນີ້ໄປໄດ້ ແລະ ບຸກຄົນ, ນິຕິບຸກຄົນ, ບໍລິສັດ, ຫ້າງຮ້ານຫົວໜ່ວຍທູລະກິດໃດຢາກໃຫ້ການ ປະກອບສ່ວນຊ່ວຍເຫລືອຜູ້ປະສົບໄພພິບັດທາງທຳມະຊາດຄັ້ງນີ້ ສາມາດພົວພັນໄປທີ່ຫ້ອງວ່າການປົກຄອງເມືອງຫາດ ຊາຍຟອງ ເລກໂທລະສັບ 021-832096.

No comments:

Post a Comment