Ad

Ad

20 February 2015

ເປີດໂຮງງານຜະລິດເອເລັກໂຕຣນິກຢູ່ລາວ



ວັນທີ 19 ກຸມພານີ້ບໍລິສັດ ມິຊຸບິຊີ ຍີ່ປຸ່ນໄດ້ຈັດພິທີເປີດໂຮງງານເອັມ ເອັມຊີເອເລັກໂຕຣນິກລາວຈຳກັດ (MMC Electronic lao co.,ltd) ຂຶ້ນ, ຢູ່ເຂດເສດຖະກິດພິເສດໂນນທອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າ ຮ່ວມຂອງ ທ່ານ ອິຊິໂນະຮິ ໂລຢູກິ ທູດຍີ່ປຸ່ນປະຈຳລາວ, ທ່ານ ນາງ ບົວທາ ຂັດທິຍະ ລັດຖະ ມົນຕີຊ່ວຍປະຈຳຫ້ອງວ່າ ການລັດຖະບານ, ທັງເປັນຮອງປະທານຫົວໜ້າກອງ ເລຂາຄະນະກຳມະກອນຄຸ້ມຄອງເຂດເສດຖະກິດ ພິເສດ-ສະເພາະ, ພ້ອມ ດ້ວຍ ພາກສ່ວຍກ່ຽວຂ້ອງລາວ-ຍີ່ປຸ່ນ ເຂົ້າຮ່ວມເປັນຈຳນວນຫຼາຍ.
ທ່ານ ເຢົາ ປະທານບໍລິສັດ ມິຊູບິຊິ ກ່າວວ່າ:  ປັດຈຸບັນ ສປປ ລາວ ມີບໍລິສັດຕ່າງປະເທດເຂົ້າມາລົງທຶນເປັນຈຳ ນວນຫຼາຍໃນນັ້ນບໍລິສັດ ເອັມເອັມຊີ ເອເລັກໂຕຣນິກລາວ ກຳຈັດ ກໍເປັນໜຶ່ງທີ່ເຂົ້າມາລົງທຶນແລະໄດ້ເລີ່ມກໍສ້າງໃນ ເດືອນ ກໍລະກົດ 2015 ແລະ  ສຳເລັດໃນເດືອນມັງກອນ 2015 ແລະ ປັດຈຸບັນໄດ້ນຳເຄື່ອງຈັກເຂົ້າມາໃນໂຮງໂຮງເປັນ ທີ່ຮຽບ
ຮ້ອຍແລ້ວແລະຄາດວ່າໃນເດືອນ ມີນານີ້ຈະເລີ່ມການຜະລິດຢ່າງເປັນທາງການ. ຜະລິດຕະພັນຂອງໂຮງງານ ຫຼັກໆແມ່ນ ເຄື່ອງເອເລັກໂຕຣນິກ, ເປັນຕົ້ນແມ່ນລະບົບເຊັນເຊີແອລົດຍົນ ແລະ ບ້ານເຮືອນຕ່າງໆ, ຊຶ່ງເປັນສ່ວນໜຶ່ງ ຂອງກຸມບໍລິສັດ ມິຊູບິຊິ, ໂດຍສິນຄ້າດັ່ງກ່າວຈະຖືກສົ່ງຂາຍໃນອາຊີ, ໂດຍມີຖານການຜະລິດຢູ່ ສປປ ລາວ ແລະ ຫວັງ ວ່າອີກ 5 ຕໍ່ໜ້າໂຮງ ງານແຫ່ງນີ້ຈະເປັນໂຮງງານທີ່ໃຫຍ່ ແລະ ຖານອຸປະກອນເອເລັກໂຕຣນິກທີ່ຈະຕອບສະໜອງໃຫ້ ແກ່ບັນດາຕະຫຼາດໃນຂົງ ເຂດອາຊີ ແລະ ສ້າງວຽກເຮັດງານທຳໃຫ້ ຄົນລາວໄດ້ເປັນຈຳນວນຫຼາຍໃນຕໍ່ໜ້າ.
ໂອກາດນີ້ທ່ານຮອງປະທານ ກອງເລຂາຄະນະກຳມະການຄຸ້ມຄອງເຂດເສດຖະກິດພິເສດລາວ ໄດ້ສະແດງ ຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາລົງທຶນຂອງບໍລິສັດດັ່ງກ່າວກໍຄືການມາລົງທຶນ ຂອງຍີ່ປຸ່ນໃນລາວນັບມື້ຫຼາຍ ຂຶ້ນ, ໂດຍສະເພາະຢູ່ເຂດເສດຖະກິດພິເສດໂນນທອແຫ່ງນີ້, ໂດຍລວມແລ້ວລັດຖະບານລາວໄດ້ມີນະໂຍບາຍເປີດ ກວ້າງສູ່ສາກົນ ແລະ ພາກພື້ນເປັນຕົ້ນແມ່ນການດຶງດູດການລົງທຶນພາກເອກະຊົນ ຕ່າງປະເທດໃນລາວ, ບວກກັບນະ ໂຍບານທີ່ລັດຖະບານໄດ້ມອບໃຫ້ນິຄົມອຸດສາຫະກຳແຫ່ງນີ້ຈັດຕັ້ງປະຕິ ບັດການບໍລິການປະຕູດຽວ, ທີ່ອຳນວຍຄວາມ ສະດວກ ທຸກຢ່າງໃຫ້ແກ່ຜູ້ລົງທຶນ ແລະ ເຮັດໃຫ້ການລົງທຶນຂອງທຸກທຸລະກິດຢູ່ລາວມີປະສິດທິຜົນ. 

No comments:

Post a Comment