Ad

Ad

20 November 2015

ຍີ່ປຸ່ນຈະສືບຕໍ່ໃຫ້ການຊ່ວຍເຫລືອລາວເພື່ອບັນລຸເປົ້າໝາຍການພັດທະນາ

ທ່ານເອກອັກຄະລາຊະທູດຍີ່ປຸ່ນປະຈຳລາວ ຮິໂຣຢູກິ ຄິຊິໂນະ ໄດ້ກ່າວໃນງານລ້ຽງສະເຫລີມ ສະຫລອງວັນຄ້າຍວັນປະສູດຂອງສົມເດັດພະເຈົ້າຈັກກະພັດຍີ່ປຸ່ນ ອາກິຮິ ໂຕະ ຄົບຮອບ 82 ພັນສາ ແລະ ສະ ເຫລີມສະຫລອງວັນສ້າງຕັ້ງສາຍ ພົວພັນການທູດລາວ-ຍີ່ປຸ່ນ ຄົບ ຮອບ 60 ປີ ໃນຄືນວັນທີ 18 ພະ ຈິກນີ້ວ່າ: ລັດຖະບານຍີ່ປຸ່ນຈະສືບ ຕໍ່ໃຫ້ການຊ່ວຍເຫລືອລາວໃນດ້ານການພັດທະນາເສດຖະ ກິດ-ສັງຄົມ, ໂດຍສະເພາະຂະແໜງການທີ່ເປັນບູລິມະສິດ, ການພັດທະນາພື້ນຖານໂຄງລ່າງ, ຂະແໜງການສຶກ ສາ ແລະ ສາທາລະນະສຸກ ເພື່ອໃຫ້ ສປປ ລາວ ບັນລຸເປົ້າໝາຍການ ພັດທະນາ ແລະ ຖືໂອກາດດັ່ງກ່າວ ເປັນການອຳລາຕຳແໜ່ງຂອງ ທ່ານທູດ, ພາຍຫລັງສຳເລັດການ ປະຕິບັດໜ້າທີ່ເປັນເວລາ 2 ປີຢູ່ ສປປ ລາວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ມີບັນດາລັດຖະມົນຕີ ທູຕານຸ ທູດ ແລະ ຜູ້ຕາງໜ້າອົງການຈັດ ຕັ້ງສາກົນປະຈຳລາວເຂົ້າຮ່ວມນຳດ້ວຍ.

ທ່ານເອກອັກຄະລາຊະທູດ ກ່າວໃນພິທີວ່າ: ໃນໄລຍະ 2 ປີ ຜ່ານມາ, ເຫັນວ່າສາຍພົວພັນ ຮ່ວມມືມິດຕະພາບຂອງສອງປະ ເທດນັບມື້ໝັ້ນຄົງທະນົງແກ່ນ, ຍ້ອນໄດ້ຮັບການເສີມຂະຫຍາຍ ຢ່າງຕໍ່ເນື່ອງ,
ໂດຍສະເພາະລັດຖະ ບານທັງສອງຝ່າຍໄດ້ມີການໄປ ຢ້ຽມຢາມ, ພົບປະໂອ້ລົມຊຶ່ງກັນ ແລະ ກັນຫລາຍຄັ້ງ ແລະ ມາຮອດ ເດືອນມີນາ 2015 ທັງສອງປະ ເທດໄດ້ບັນລຸຂໍ້ຕົກລົງເພື່ອຍົກລະ ດັບສາຍພົວພັນສອງຝ່າຍມາເປັນຄູ່ຮ່ວມມືຍຸດທະສາດ ແລະ ໄດ້ອອກຖະແຫລງການຮ່ວມກ່ຽວກັບການພົວພັນຮ່ວມມືໃນຂົງເຂດຕ່າງໆໃນຕໍ່ໜ້າ, ພ້ອມກັນນີ້ ການພົວພັນທາງດ້ານເສດຖະກິດກໍເພີ່ມຂຶ້ນເລື້ອຍໆ, ໂດຍສະເພາະມີໂຮງງານຍີ່ປຸ່ນຫລາຍສິບແຫ່ງທີ່ຖືກ ສ້າງຕັ້ງຂຶ້ນທີ່ແຂວງສະຫວັນນະເຂດ, ຈຳປາສັກ ແລະ ນະຄອນຫລວງວຽງຈັນ, ໂດຍສ່ວນໃຫຍ່ ແລ້ວບັນດາບໍລິສັດທີ່ເຂົ້າມາລົງທຶນໃນ ສປປ ລາວ ແມ່ນເນັ້ນໃສ່ການຜະລິດເປັນສິນຄ້າສົ່ງອອກ, ປະກອບສ່ວນເຂົ້າໃນເສດຖະກິດທ້ອງຖິ່ນ, ໂດຍຜ່ານການສ້າງວຽກເຮັດ ງານທຳໃຫ້ແຮງງານລາວ, ຍົກສູງຄວາມອາດສາມາດໃຫ້ແກ່ແຮງງານ ແລະ ນຳເຂົ້າເງິນຕາຕ່າງປະເທດ, ພ້ອມທັງເນັ້ນວ່າ: ລັດຖະບານຍີ່ປຸ່ນຍັງຄົງສືບຕໍ່ໃຫ້ການ ຊ່ວຍເຫລືອລາວໃນການພັດທະນາເສດຖະກິດ-ສັງຄົມ, ພັດທະນາພື້ນຖານໂຄງລ່າງ, ສຶກສາທິການ, ສາ ທາລະນະສຸກ ແລະ ວຽກງານອື່ນໆ ນຳອີກ.

No comments:

Post a Comment